Articles by Neng Neng-LSB
ກອງປະຊຸມທາບທາມ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ ຕາມທິດສີຂຽວ ແລະທັນສະໄໝ 2026-2035 ແລະ ວິໄສທັດຮອດປີ 2040
ໃນວັນທີ 23 ກັນຍາ 2026 ນີ້, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ທາບທາມແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ຕາມທິດສີຂຽວ ແລະທັນສະ ໄໝ 2026-2035 ແລະ ວິໄສທັດຮອດປີ 2040 ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 3 ວັນເຕັມ (ນັບແຕ່ວັນທີ 23-25 […]
ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040
ໃນວັນທີ 08 ກັນຍາ 2026 ນີ້, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 3 ວັນເຕັມ (ນັບແຕ່ວັນທີ 08-10 ກັນຍາ 2026) ໂດຍການເປັນປະທານຂອງ […]
ຝຶກອົບຮົມວຽກງານເຜີຍແຜ່ສະຖິຕິ ແລະ ການສ້າງບົດລາຍງານສະຖິຕິທາງການໃຫ້ແກ່ພະນັກງານສະຖິຕິ
ໃນຕອນເຊົ້າຂອງວັນທີ 31/08/2026 ທີ່ໂຮງແຮມ ເດີແກຣມລິເວີຊາຍ, ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມສະຖິຕິສິງແວດລ້ອມ ແລະ ຄວາມໜັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງ ການເງິນ ໄດ້ຈັດຝຶກອົບຮົມວຽກງານເຜີຍແຜ່ສະຖິຕິ ແລະ ການສ້າງບົດລາຍງານສະຖິຕິທາງການໃຫ້ແກ່ພະນັກງານສະຖິຕິ, ໂດຍເປັນປະທານຂອງ ທ່ານ ນ. ປອ ແສງໄພວັນ ແສງອາພອນ, ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ […]
ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມຄະນະ ໄດ້ຕ້ອນຮັບ ຄະນະຈາກອົງການ UNICEF ເຂົ້າຢ້ຽມຢາມ
ໃນຕອນເຊົ້າ ຂອງວັນທີ່ 11 ສິງຫາ 2026 ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ Bilal Durrani Representative ພ້ອມຄະນະຈາກອົງການ UNICEF ເຂົ້າຢ້ຽມຄຳນັບໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງໃໝ່. ໃນໂອກາດນີ້ ທ່ານ Bilal Burrani ໄດ້ສະແດງຄວາມຍິນດີ […]
ສຳມະນາການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິ ແລະ ການເຜີຍແຜ່ຂໍ້ມູນສະຖິຕິໃນລະບົບ e-GDDS
ໃນລະຫວ່າງ 22-24 ກໍລະກົດ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ; ສູນສະຖິຕິແຫ່ງຊາດ ກະຊວງການເງິນ; ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິ (Metadata) ແລະ ປະຕິທິນການເຜີຍແຜ່ຂໍ້ມູນສະຖິຕິ (ARC) ໃນລະບົບ e-GDDS, ເພື່ອເປັນການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິຕາມມາດຕະຖານໃໝ່ຂອງ IMF ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ, ການເຜີຍແຜ່ຂໍ້ມູນໃຫ້ມີຄວາມໜ້າສົນໃຈຫຼາຍກວ່າເກົ່າ. ກອງປະຊຸມຄັ້ງນີ້ໂດຍເປັນປະທານຂອງທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ,ໂດຍມີຊ່ຽວຊານຈາກອົງການກອງທຶນການເງິນສາກົນ […]
ກອງປະຊຸມປຶກສາຫາລື ກ່ຽວກັບ ບົດສະຫຼຸບຂໍ້ມູນສະຖິຕິ ສຳລັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະຈຳ 6 ເດືອນຕົ້ນປີ 2026 ແລະ ຄາດຄະເນ 6 ເດືອນທ້າຍປີ 2026
ໃນຕອນເຊົ້າ, ວັນທີ 25 ມິຖຸນາ 2026 ທີ່ໂຮງແຮມ ລາວພຣາຊາ, ກົມສະຖິຕິເສດຖະກິດ ແລະ ສັງຄົມ ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບບົດສະຫຼຸບຂໍ້ມູນສະຖິຕິສຳລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະຈຳ 6 ເດືອນຕົ້ນປີ 2026 ແລະ ຄາດຄະເນ 6 ເດືອນທ້າຍປີ 2026. […]
ຝຶກອົບຮົມສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ຂັ້ນສູນກາງ ແລະ ຂັ້ນແຂວງ ກ່ຽວກັບການເກັບກຳຂໍ້ມູນສະຖິຕິທາງດ້ານໄພພິບັດ ແລະ ການຕັ້ງຖິ່ນຖານຂອງມະນຸດ
ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2026 ຢູ່ທີໂຮງແຮມຄູນຊັບ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ກົມສະຖິຕິສິ່ງແວດລ້ອມ ແລະຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດຝຶກອົບຮົມສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ຂັ້ນສູນກາງ ກ່ຽວກັບ ແລະ ຂັ້ນແຂວງ ກ່ຽວກັບການເກັບກຳຂໍ້ມູນສະຖິຕິທາງດ້ານໄພພິບັດ ແລະ ການຕັ້ງຖິ່ນຖານຂອງມະນຸດຂຶ້ນ. ການຝຶກອົບຮົມດັ່ງກ່າວຈັດຂື້ນ ໂດຍການເປັນປະທານຂອງທ່ານ ວິສອນ ລາວເມົາ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ, […]
ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະ ຕ້ອນຮັບພົບປະຫາລືກັບ ຄະນະຊ່ຽວຊານທະນາຄານໂລກ
ຫົວໜ້າສູນສະຖິຕິແຫ່ງຊາດພ້ອມດ້ວຍຄະນະຕ້ອນຮັບ ພົບປະຫາລືກັບ ຄະນະຊ່ຽວຊານທະນາຄານໂລກ ໃນການຍົກລະດັບການຮ່ວມມືດ້ານວຽກງານສະຖິຕິ ແລະ ການວິໄຈຄວາມທຸກຍາກ ໃນ ສປປ ລາວ ໃນຕອນບ່າຍ ຂອງວັນທີ 21 ພຶດສະພາ 2026, ທີ່ສູນສະຖິຕິແຫ່ງຊາດ, ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະຫາລືຂອງ ທ່ານ […]
ສູນສະຖິຕິແຫ່ງຊາດ – ທະນາຄານໂລກ ໄດ້ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ຄັ້ງທີ 5
ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2026 ຢູ່ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, 18 ພຶດສະພາ 2026 ສູນສະຖິຕິແຫ່ງຊາດ ກະຊວງການເງິນ ຮ່ວມກັບ ທະນາຄານໂລກ ໄດ້ໄຂ້ ກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ຄັ້ງທີ 5 ຢ່າງເປັນທາງການ, ໂດຍເປັນປະທານຂອງ ທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, […]