ສຳມະນາການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິ ແລະ ການເຜີຍແຜ່ຂໍ້ມູນສະຖິຕິໃນລະບົບ e-GDDS

ໃນລະຫວ່າງ 22-24 ກໍລະກົດ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ; ສູນສະຖິຕິແຫ່ງຊາດ ກະຊວງການເງິນ; ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິ (Metadata) ແລະ ປະຕິທິນການເຜີຍແຜ່ຂໍ້ມູນສະຖິຕິ (ARC) ໃນລະບົບ e-GDDS, ເພື່ອເປັນການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິຕາມມາດຕະຖານໃໝ່ຂອງ IMF ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ, ການເຜີຍແຜ່ຂໍ້ມູນໃຫ້ມີຄວາມໜ້າສົນໃຈຫຼາຍກວ່າເກົ່າ.

✨ກອງປະຊຸມຄັ້ງນີ້ໂດຍເປັນປະທານຂອງທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ,ໂດຍມີຊ່ຽວຊານຈາກອົງການກອງທຶນການເງິນສາກົນ (IMF), ຄະນະກົມ, ຄະນະພະແນກທີ່ມາຈາກບັນດາກະຊວງ, ກົມກອງອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

🔶ການສຳມະນາກ່ຽວກັບການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິ (Metadata) ແລະ ປະຕິທິນການເຜີຍແຜ່ຂໍ້ມູນສະຖິຕິ (ARC) ໃນລະບົບ e-GDDS ຄັ້ງນີ້, ເພື່ອເປັນບ່ອນອີງໃນການວິເຄາະ ແລະ ວາງນະໂຍບາຍເສດຖະກິດມະຫາພາກ; ເປັນການດັດສະນີວັດແທກຄວາມໝັ້ນຄົງທາງເສດຖະກິດທີ່ຄູ່ຮ່ວມພັດທະນາ ແລະ ນັກລົງທຶນຕ່າງປະເທດນຳໃຊ້ເພື່ອຕັດສິນໃຈເຂົ້າມາລົງທຶນ; ໃນການຈັດລະບຽບຂໍ້ມູນເພື່ອຫັນໄປສູ່ລະບົບດິຈິຕອນໂດຍການຖ່າຍໂອນເຂົ້າສູ່ລະບົບ LSB Data Portal ໃໝ່; ນອກນີ້, ເປັນການທົບທວນ,ປັບປຸງສຳນວນສຳເນົາຂໍ້ມູນສະຖິຕິສຳລັບຂໍ້ມູນທີ່ເລືອກຊີດຕາມຂອບ e-GDDS ໂດຍສະເພາະຂະແໜງບັນຊີ, ຂະແໜງການຄັງເງິນໃຫ້ມີຄວາມເປັນເອກະພາບໃນການປັບປຸງປະຕິທິນການເຜີຍແຜ່ຂໍ້ມູນ (ARC) ຮ່ວມກັບແຕ່ລະຂະແໜງການໃຫ້ສອດຄ່ອງກັບຄໍາແນະນໍາຂອງອົງການ IMF, ເພື່ອກະກຽມການນຳຂໍ້ມູນເຂົ້າໃນ Data Portal ຂອງສູນສະຖິຕິແຫ່ງຊາດ.

🗓️ຕະຫຼອດໄລຍະ 3 ວັນຂອງການສຳມະນາໄດ້ຮັບຟັງການນໍາສະເໜີໃນການຈັດຕັ້ງປະຕິບັດວຽກງານລະບົບ e-GDDS; ການລາຍງານກ່ຽວກັບ ARC ແລະ ປຶກສາຫາລືເພື່ອປັບປຸງ ARC ໃນແຕ່ລະຂະແໜງການ; ຮັບຟັງການບັນລະຍາຍຈາກຜູ້ຊ່ຽວຊານຂອງ IMF ກ່ຽວກັບມາດຕະຖານຂໍ້ມູນ, ກອບການປະເມີນຄຸນນະພາບຂໍ້ມູນ (DQAF), ພ້ອມທັງໄດ້ລົງມືຝຶກປະຕິບັດຕົວຈິງໃນການທົບທວນ ແລະ ປັບປຸງສຳນວນສຳເນົາຂໍ້ມູນ,ສຳລັບຂະແໜງ ການຕ່າງໆ…ພ້ອມທັງເປັນການປຶກສາຫາລືຮ່ວມກັນໃຫ້ໄດ້ຂໍ້ສະຫຼຸບທີ່ເປັນເອກະພາບ, ເພື່ອນຳໄປຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ.

✅ກອງປະຊຸມຄັ້ງນີ້, ເປັນໜຶ່ງໃນແຜນກິດຈະກຳຂອງກົມສະຖິຕິສິ່ງແວດ ແລະ ຄວາມໝັ້ນຄົງຂອງໂຄງ ການສ້າງຄວາມສາມາດລະບົບສະຖິຕິແຫ່ງຊາດ ໄລຍະ II (LAOSTAT II), ຊຶ່ງເປັນກົນໄກທີ່ສຳຄັນໃນການພັດທະນາທັກສະຂອງພະນັກງານໃຫ້ສາມາດນຳໃຊ້ເຕັກໂນໂລຊີໃໝ່ເຂົ້າມາຊ່ວຍໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນ ໃຫ້ມີຄວາມທັນສະໄໝ ແລະ ຄວາມໜ້າສົນໃຈ