ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040

ໃນວັນທີ 08 ກັນຍາ 2026 ນີ້, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 3 ວັນເຕັມ (ນັບແຕ່ວັນທີ 08-10 ກັນຍາ 2026) ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ, ຮອງລັດຖະມົນຕີກະຊວງການເງິນ (ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ) ໂດຍມີ ທ່ານຮອງຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ .

ໃນພິທີເປີດ, ທ່ານ ນາງ ເພັດສະໝອນ ສອນ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງລະບົບສະຖິຕິແຫ່ງຊາດ ວ່າ: “ລະບົບສະຖິຕິແຫ່ງຊາດ ມີບົດບາດເປັນເສົາຄ້ຳອັນສຳຄັນ ໃນການສະໜອງຂໍ້ມູນສະຖິຕິທີ່ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ແລະ ເຊື່ອຖືໄດ້ ເພື່ອເປັນບ່ອນອີງໃຫ້ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຕິດຕາມ ແລະ ຕີລາຄາຜົນໄດ້ຮັບໃນແຕ່ລະໄລຍະ” ແລະ ຍັງໄດ້ເນັ້ນຕື່ມວ່າ ການຮ່ວມມືຄົ້ນຄວ້າຢ່າງເລິກເຊິ່ງຈະຊ່ວຍໃຫ້ແຜນຍຸດທະສາດ ມີລັກສະນະວິທະຍາສາດ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເຊື່ອມໂຍງກັບສາກົນ.

3 ເນື້ອໃນຕົ້ນຕໍທີ່ກອງປະຊຸມສຸມໃສ່ຄົ້ນຄວ້າ:

  • ພິຈາລະນາເນື້ອໃນຮ່າງຍຸດທະສາດ: ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ໃຫ້ມີຄວາມຮັດກຸມ ແລະ ຄົບຖ້ວນສົມບູນ.
  • ສ້າງແຜນດຳເນີນງານ: ກຳນົດທິດທາງ ແລະ ແຜນງານທີ່ຊັດເຈນ ເພື່ອຈັດຕັ້ງປະຕິບັດການປັບປຸງແຜນຍຸດທະສາດໃຫ້ມີຜົນສຳເລັດ.
  • ກຳນົດແຜນງົບປະມານ: ວາງແຜນດ້ານງົບປະມານໃຫ້ສອດຄ່ອງ ເພື່ອຮັບປະກັນຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ເປັນເຈົ້າການ ໃນການປຶກສາຫາລືຢ່າງກົງໄປກົງມາ ແລະ ປະກອບຄຳເຫັນ ເພື່ອເຮັດໃຫ້ຮ່າງແຜນຍຸດທະສາດສະບັບນີ້ມີຄວາມສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບສູງສຸດ.