ວັນທີ 22 ຕຸລາ 2026 ຢູ່ທີ່ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ, ໄດ້ເປີດກອງປະຊຸມສຳມະນາ ຫົວຂໍ້: “ການສົ່ງເສີມຄວາມຮູ້ດ້ານຂໍ້ມູນຂອງວຽກງານສະຖິຕິ (Data Literacy) ໃຫ້ການນຳ ແລະ ຜູ້ໃຊ້ຂໍ້ມູນຂັ້ນແຂວງ ພາກກາງ” ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 22-23 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ, ຮອງລັດຖະມົນຕີ ກະຊວງການເງິນ (ຜູ້ຊີ້ນຳສູນສະຖິຕິແຫ່ງຊາດ).
ກອງປະຊຸມຄັ້ງນີ້ ຈັດຂຶ້ນເປັນເວລາ 02 ວັນ ໂດຍທ່ານຫົວໜ້າກົມ, ຄະນະກົມ, ຄະນະພະແນກ ແລະວິຊາການ ຈາກກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ, ມີຄະນະພະແນກການເງິນ ແລະພະແນກການປິ່ນອ້ອມຂ້າງ, ອົງການໄອຍະການ ແລະສານປະຊາຊົນ, ຮອງປະທານກຳມາທິການສະພາປະຊາຊົນ ນະຄອນຫຼວງວຽຈັນ ແລະແຂວງ ພ້ອມດ້ວຍ ວິຊາການ ຈາກ 6 ແຂວງພາກກາງຄື: ແຂວງວຽງຈັນ, ຊຽງຂວາງ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແຂວງສະຫວັນນະເຂດ, ມີບັນດາຄູ-ອາຈານ ຈາກມະຫາວິທະຍາໄລສະຫວັນນະເຂດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງສຳຄັນຂອງກອງປະຊຸມສໍາມະນາ ແມ່ນເພື່ອສົ່ງເສີມຄວາມຮູ້ດ້ານຂໍ້ມູນສະຖິຕິ (Data Literacy):
- ການຈັດຕັ້ງປະຕິບັດວຽກງານສະຖິຕິແຕ່ລະຂະແໜງການ, ແຕ່ລະຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ຮັບຮູ້ເຂົ້າໃຈໃນກົນໄກຂອບເຂັດການຜະລິດ ແລະນຳໃຊ້ຂໍ້ມູນສະຖິຕິ ໂດຍສອດຄ່ອງຕາມກົດໝາຍວ່າດ້ວຍສະຖິຕິ, ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ, ຂໍ້ຕົກລົງວ່າດ້ວຍລະບອບການລາຍງານ ແລະ ເຜີຍແຜ່ຂໍ້ມູນສະຖິຕິ ແລະອື່ນໆ
- ຍົກສູງທັກສະຄວາມຮູ້ດ້ານສະຖິຕິ ເພື່ອສົ່ງເສີມໃຫ້ຜູ້ບໍລິຫານ, ວິຊາການ ແລະ ຄູ-ອາຈານຂັ້ນແຂວງ ສາມາດອ່ານ, ວິເຄາະ, ຕີຄວາມໝາຍ ແລະ ນຳໃຊ້ຂໍ້ມູນສະຖິຕິ ເຂົ້າໃນການວາງແຜນ, ຕັດສິນໃຈ ແລະ ສຶກສາຮໍ່າຮຽນ ໄດ້ຢ່າງມີປະສິດທິພາບ.
- ທົບທວນຄວາມຕ້ອງການ ແລະ ການນໍາໃຊ້ຂໍ້ມູນຂໍ້ມູນສະຖິຕິ ຂອງການນຳ, ນັກວາງແຜນກະໂຍບາຍ, ນັກສຶກສາ ເພື່ອປັບປຸງການເຜີຍແຜ່ ແລະ ການສະໜອງຂໍ້ມູນໃຫ້ທົ່ວເຖິງ ທັນເວລາ, ເຊື່ອຖືໄດ້ ແລະ ສອດຄ່ອງກັບຄວາມຕ້ອງການ.
- ໃນກອງປະຊຸມໄດ້ຈັດເວທີສົນທະນາ (Panel Discussion) ແລກປ່ຽນຄວາມຮູ້ ແລະ ປະສົບການ ເພື່ອສ້າງຄວາມເຊື່ອມໂຍງ ແລະ ແລກປ່ຽນບັນຫາ ລະຫວ່າງ ຜູ້ຜະລິດຂໍ້ມູນ ແລະ ຜູ້ນຳໃຊ້ຂໍ້ມູນສະຖິຕິ ຂັ້ນແຂວງ ເພື່ອຕິດຕາມ ແລະ ປະເມີນທ່າອຽງຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ.
- ແນະນຳເຄື່ອງມືທັນສະໄໝ, ການເຂົ້າເຖິງແຫຼ່ງຂໍ້ມູນ ແລະ ນຳໃຊ້ເວບໄຊລະບົບເຜີຍແຜ່ຂໍ້ມູນສະຖິຕິ ຂອງສູນສະຖິຕິແຫ່ງຊາດເຊັ່ນ: www.lsb.gov.la, LAOSIS.lsb.gov.la ແລະ ແຜນພັດທະນາເວບໄຊຖານຂໍ້ມູນລວມສູນ (Data Portal) ເພື່ອໃຫ້ເຂົ້າໃຈງ່າຍ.
ພ້ອມນັ້ນ, ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ ຍັງໄດ້ໃຫ້ຂໍ້ຄິດປຽບທຽບຄວາມສໍາຄັນຂອງຂໍ້ມູນວ່າ: “ບໍ່ມີຂໍ້ມູນສະຖິຕິ ຄືກັບຄົນຕາບອດ, ມີຂໍ້ມູນບໍ່ຊັດເຈນຄືຄົນຕາຟາງ” ແແລະ “ຂໍ້ມູນແມ່ນຂຸມຊັບທາງປັນຍາ” ຊຶ່ງມີຄວາມໝາຍເລິກເຊີ່ງ ເປັນເຂັມທິດຊີ້ທາງອັນໜັກແໜ້ນ ໃຫ້ແກ່ການນໍາແຕ່ລະຂັ້ນ ສູນກາງ ແລະ ທ້ອງຖິ່ນ ໃນການກຳນົດນະໂຍບາຍ, ການຮ່າງກົດໝາຍ, ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາຂະແໜງການ, ຍຸດທະສາດການເຕີບໂຕສີຂຽວ ແລະວາລະແຫ່ງຊາດ….








