ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມຄະນະ ໄດ້ຕ້ອນຮັບ ຄະນະຈາກອົງການ UNICEF ເຂົ້າຢ້ຽມຢາມ

ໃນຕອນເຊົ້າ ຂອງວັນທີ່ 11 ສິງຫາ 2026 ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ Bilal Durrani Representative ພ້ອມຄະນະຈາກອົງການ UNICEF ເຂົ້າຢ້ຽມຄຳນັບໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງໃໝ່.

ໃນໂອກາດນີ້ ທ່ານ Bilal Burrani ໄດ້ສະແດງຄວາມຍິນດີ ແລະ ອວຍພອນຕໍ່ການຮັບຕຳແໜ່ງໃໝ່ຂອງ ທ່ານ ນາງ ເພັດສະໝອນ ສອນ ພ້ອມທັງຢືນຢັນຄວາມພ້ອມໃນການສືບຕໍ່ສະໜັບສະໜູນວຽກງານຂອງ ສູນສະຖິຕິແຫ່ງຊາດ ໃນດ້ານການພັດທະນາລະບົບຂໍ້ມູນສະຖິຕິ ແລະ ການນຳໃຊ້ຂໍ້ມູນເພື່ອການວາງແຜນນະໂຍບາຍ.

ການເຂົ້າຢ້ຽມຄຳນັບ ໃນຄັ້ງນີ້ ຖືໂອກາດສຳຄັນໃນການແລກປ່ຽນທັດສະນະ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການພັດທະນາລະບົບຂໍ້ມູນສະຖິຕິໃຫ້ມີຄວາມທັນສະໄໝ, ຖືກຕ້ອງ ແລະ ສາມາດນຳໃຊ້ໄດ້ຢ່າງມີປະສິດທິຜົນ ເພື່ອສະໜັບສະໜູນການພັດທະນາຢ່າງຍືນຍົງ.