ກອງປະຊຸມທາບທາມ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ ຕາມທິດສີຂຽວ ແລະທັນສະໄໝ 2026-2035 ແລະ ວິໄສທັດຮອດປີ 2040

ໃນວັນທີ 23 ກັນຍາ 2026 ນີ້, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ທາບທາມແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ຕາມທິດສີຂຽວ ແລະທັນສະ ໄໝ 2026-2035 ແລະ ວິໄສທັດຮອດປີ 2040 ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 3 ວັນເຕັມ (ນັບແຕ່ວັນທີ 23-25 ກັນຍາ 2026), ໂດຍເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ, ຮອງລັດຖະມົນຕີກະຊວງການເງິນ (ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ), ມີທ່ານຮອງຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ມີບັນດາທ່ານຄະນະພະແນກການເງິນແຂວງ ພ້ອມບັນດາຂະແໜງການກ່ຽວຂ້ອງຂອງແຂວງ ຈາກ 8 ແຂວງພາກເໜືອ  ແລະພະນັກງານຂັ້ນພະແນກພ້ອມວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມທັງໝົດ 95 ຄົນ, ຍິງ17ຄົນ.

ໃນພິທີດັ່ງກ່າວ ທ່ານ ນາງ ເພັດສະໝອນ ສອນ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງລະບົບສະຖິຕິແຫ່ງຊາດ ວ່າ: ໃນຍຸກທີ່ສະພາບການພັດທະນາ, ມີຄວາມປ່ຽນແປງຢ່າງວ່ອງໄວ, ຂໍ້ມູນສະຖິຕິທີ່ຖືກຕ້ອງ, ຄົບຖ້ວນ, ທັນການ, ໜ້າເຊື່ອຖື ແລະ ນຳໃຊ້ໄດ້ຢ່າງມີປະສິດທິຜົນ ນັບວັນຈະມີບົດບາດສຳຄັນຍິ່ງຂຶ້ນ      ຕໍ່ການກຳນົດນະໂຍບາຍ, ການວາງແຜນ, ການບໍລິຫານ, ການຕັດສິນໃຈ ແລະ ການຕິດຕາມປະເມີນຜົນການພັດທະນາ. ລະບົບສະຖິຕິແຫ່ງຊາດ ຈຶ່ງບໍ່ແມ່ນພຽງແຕ່ກົນໄກສຳລັບການຜະລິດສະຖິຕິເທົ່ານັ້ນ ແຕ່ຍັງເປັນເສົາຄ້ຳຍຸດທະສາດຂອງລັດ ໃນການສະໜອງຂໍ້ມູນຫຼັກຖານ ເພື່ອວາງນະໂຍບາຍ ແລະ ຂັບເຄື່ອນການພັດທະນາຢ່າງຮອບດ້ານ. ນອກຈາກນັ້ນ, ກໍ່ຍັງເນັ້ນຕື່ມອິກວ່າ ການປັບປຸງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ຕາມທິດສີຂຽວ ແລະທັນສະໄໝ 2026–2035 ແລະ ວິໄສທັດຮອດປີ 2040 ຈະໄດ້ ນຳມາປຶກສາຫາລື ທາມທາມຄຳຄິດເຫັນນຳທ້ອງຖິ່ນ 3 ພາກ ຄື: ພາກເໜືອ ພາກກາງ ແລະພາກໃຕ້ ກ່ອນຈຳນຳໄປທາບທາມຢູ່ຂັ້ນສູນກາງ ແລະອົງການຈັດຕັ້ງສາກົນ. ສະນັ້ນ, ໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຄົ້ນຄວ້າ:

  1. ກໍານົດທິດທາງ ແລະ ບູລິມະສິດ ໃຫ້ຊັດເຈນ ແລະ ສອດຄ່ອງກັບສະພາບຕົວຈິງ;
  2. ກ້າວສູ່ຄວາມທັນສະໄໝ ດ້ວຍການປະຍຸກໃຊ້ເຕັກໂນໂລຊີ ແລະ ແຫຼ່ງຂໍ້ມູນໃໝ່ໆເຂົ້າໃນການຜະລິດສະຖິຕິ;
  3. ສ້າງກົນໄກປະສານງານທີ່ແໜ້ນແຟ້ນ ລະຫວ່າງສູນສະຖິຕິແຫ່ງຊາດ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໃນຖານະຜູ້ຜະລິດ ແລະ ຜູ້ນຳໃຊ້ຂໍ້ມູນ.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ເປັນເຈົ້າການ ໃນການປຶກສາຫາລື ປະກອບຄຳຄິດຄຳເຫັນຢາງກົງໄປກົງມາ ເພື່ອເຮັດໃຫ້ຮ່າງແຜນຍຸດທະສາດສະບັບນີ້ມີຄວາມສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບສູງສຸດ ໂດຍສະເພາະ ແຂວງ, ເມືອງ, ຕາແສງ ແລະ ບ້ານ.