ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2026 ຢູ່ທີໂຮງແຮມຄູນຊັບ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ກົມສະຖິຕິສິ່ງແວດລ້ອມ ແລະຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດຝຶກອົບຮົມສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ຂັ້ນສູນກາງ ກ່ຽວກັບ ແລະ ຂັ້ນແຂວງ ກ່ຽວກັບການເກັບກຳຂໍ້ມູນສະຖິຕິທາງດ້ານໄພພິບັດ ແລະ ການຕັ້ງຖິ່ນຖານຂອງມະນຸດຂຶ້ນ.
ການຝຶກອົບຮົມດັ່ງກ່າວຈັດຂື້ນ ໂດຍການເປັນປະທານຂອງທ່ານ ວິສອນ ລາວເມົາ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ເຊິ່ງມີຜູ້ຕາງໜ້າຈາກບັນດາຂະແໜງການຂັ້ນສູນກາງ, 3 ແຂວງພາກເໜືອ, 3 ແຂວງພາກກາງ ແລະ 4 ແຂວງພາກໃຕ້ ມີເຂົ້າຮ່ວມທັງໝົດ 35ທ່ານ, ຍິງ 11 ທ່ານ, ການຝຶກອົບຮົມຄັ້ງນີ້ ດຳເນີນເປັນເວລາ 5ວັນ.
ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016-2025 ແລະ ວິໄສທັດ 2030; ລັດຖະບານ ກໍ່ຄືກະຊວງການເງິນ ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງວຽກງານສະຖິຕິ ຈຶ່ງໄດ້ມີການຈັດຝຶກອົບຮົມສ້າງຄວາມອາດສາມາດໃຫ້ແກ່ພະນັກງານຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອສົ່ງເສີມຄວາມຮູ້ ຄວາມເຂົ້າໃຈກ່ຽວກັບຕົວຊີ້ບອກສະຖິຕິຄວາມໝັ້ນຄົງ, ການເກັບກຳຂ້ໍມູນສະຖິຕິດ້ານໄພພິບັດ ແລະ ການຕັ້ງຖິ່ນຖານຂອງມະນຸດ, ໃນການເກັບກຳ, ວິເຄາະ ແລະ ນຳໃຊ້ຂໍ້ມູນສະຖິຕິດ້ານໄພພິບັດ ແລະ ການຕັ້ງຖິ່ນຖານຂອງມະນຸດ ໃຫ້ມີປະສິດທິພາບ ແລະ ທັນສະໄໝ ເພື່ອຮອງຮັບການວາງແຜນພັດທະນາ, ການວາງແຜນຮອງຮັບ ຕອບໂຕ້ໄພພິບັດຂອງຊາດ ແລະການຊ່ວຍເຫຼືອປະຊາຊົນໃນເວລາເກີດໄພພິບັດ ໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມ.
ໂອກາດນີ້, ທ່ານປະທານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຂໍ້ມູນສະຖິຕິທີ່ຖືກຕ້ອງ ແລະ ທັນການ ໃນການປະເມີນຜົນກະທົບຈາກໄພທຳມະຊາດ ເຊັ່ນ: ນ້ຳຖ້ວມ, ພາຍຸ, ດິນເຈື່ອນ ແລະ ໄພແຫ້ງແລ້ງ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຊີວິດຄວາມເປັນຢູ່ຂອງປະຊາຊົນລາວ.
ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຕັ້ງໃຈຝຶກອົບຮົມ, ແລກປ່ຽນບົດຮຽນ ແລະ ນຳໃຊ້ຜົນງານຢ່າງເປັນຮູບປະທຳ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງ ສປປ ລາວ.