ຫຼັກສູດສະຖິຕິ

ຄວາມຮູ້ເບື້ອງຕົ້ນກ່ຽວກັບສະຖິຕິ
ສະຖິຕິມີຄວາມໝາຍໄດ້ສອງຢ່າງຄື: ສະຖິຕິໃນຖານະທີ່ເປັນຕົວເລກຮຽກວ່າຂໍ້ມູນສະຖິຕິ ແລະ ໃນຖານະເປັນວິທະຍາສາດຮຽກວ່າວິຊາສະຖິຕິ. ສະຖິຕິ ແມ່ນກ່ຽວຂ້ອງກັບການນຳໃຊ້ຢ່າງຫຼວງຫຼາຍ ເຊິ່ງມີຫຼາຍຄົນຄິດວ່າ ສະຖິຕິໃນຖານະທີ່ເປັນຕົວເລກເອີ້ນວ່າຂໍ້ມູນທາງສະຖິຕິເຊັ່ນ: ຈຳນວນຄົວ ເຮືອນທັງໝົດໃນໜຶ່ງແຂວງ, ເປີເຊັນຂອງຈຳນວນຄົວເຮືອນທີ່ເຂົ້າເຖິງນ້ຳດື່ມທີ່ສະອາດປອດໄພ,ລາຍ ຮັບ ແລະ ລາຍຈ່າຍ ຂອງບັນດາຄອບຄົວ, ອັດຕາເງິນເຟີ້ ແລະ ອື່ນໆ. ສ່ວນວິຊາສະຖິຕິ ແມ່ນວິທະຍາສາດກ່ຽວກັບການເກັບກຳຂໍ້ມູນ, ການປະມວນຜົນຂໍ້ມູນ ແລະ ວິທີການວິເຄາະ, ການຈັດຊັ້ນ, ການສັງລວມ (ສັບຊ້ອນ), ການນຳສະເໜີ, ການວິເຄາະ ແລະ ການຕີຄວາມໝາຍຂອງຂໍ້ມູນຂ່າວສານທີ່ເປັນຕົວເລກ. ສະຫຼຸບໂດຍຫຍໍ້, ສາມາດເບິ່ງສະຖິຕິ ເປັນແບບວິທະຍາສາດທາງດ້ານຂໍ້ມູນຂ່າວສານ.

ເປັນຫຍັງເຮົາຈຶ່ງຕ້ອງຮຽນສະຖິຕິ
ໃນນີ້ແມ່ນມີຫຼາຍສາຍເຫດທີ່ເຮັດໃຫ້ຄົນຮຸ່ນກ່ອນຈຳນວນຫຼາຍໄດ້ກ່າວເອົາໄວ້ວ່າ: ເປັນຫຍັງ ເຮົາຈຶ່ງຕ້ອງຮຽນສະຖິຕິ. ຕົວຢ່າງ: ເພື່ອໃຫ້ສາມາດເຮັດ ການຄົ້ນຄວ້າວິໄຈໄດ້ຢ່າງມີປະສິດທິຜົນ, ເພື່ອສ້າງຄວາມສາມາດໃນການຄິດທີ່ມີລັກສະນະແບບວິພາກວິຈານ ແລະວິເຄາະ ເພື່ອສະແດງໃຫ້ຜູ້ຊົມໃຊ້ໄດ້ຮັບຮູ້, ຈຳເປັນຈຶ່ງຕ້ອງຮຽນສະຖິຕິ ກໍ່ຍ້ອນວ່າເພື່ອປະກອບສ່ວນໃນການຕັດສິນໃຈ (ນະໂຍບາຍ) ຫຼາຍຢ່າງທີ່ເຮົາດຳເນີນໃນຊີວິດປະຈຳວັນນັ້ນແມ່ນການວິເຄາະທາງສະຖິຕິແບບທີ່ຖ້ວນ. ແຕ່ສະຫຼຸບ ໂດຍລວມແລ້ວ, ໃນສັງຄົມແມ່ນມີຄວາມຈຳເປັນທີ່ຕ້ອງຮຽນສະຖິຕິ ເພື່ອບໍ່ໃຫ້ຕົກເປັນຄົນຂາດຄວາມຮູ້ຄວາມສາມາດ (ມີບາງຄົນ ຫຼື ເປັນປັນຍາຊົນ ຍັງຂາດການປັບຕົວທີ່ດີ ແລະ ກໍ່ຍັງຂາດ ຄວາມສະດຸ້ງໄວໃນຫຼາຍໆດ້ານ).

ປະເພດຂອງສະຖິຕິ
ໃນວິຊາສະຖິຕິ ເພິ່ນໄດ້ແບ່ງອອກເປັນສອງພາກສ່ວນຄື: (i) ສະຖິຕິພັນລະນາ (descriptive statistics) ແລະ(ii) ສະຖິຕິອະນຸມານ ຫຼື ສະຖິຕິອ້າງອີງ (inferential statistics). ສະຖິຕິພັນລະນາ ປະກອບດ້ວຍ: ການເກັບກຳ (collecting), ສັງລວມ (summarizing) ແລະປຸງແຕ່ງ (processing) ຂໍ້ມູນ. ດັ່ງນັ້ນ, ສະຖິຕິພັນລະນາຈິ່ງເປັນແບບການທ່າຍໂອນ (transform) ຂໍ້ມູນຕົວເລກໄປເປັນຂ່າວສານ (information). ສ່ວນສະຖິຕິອະນຸມານ ແມ່ນພື້ນຖານສຳລັບການທຳນາຍ/ການຄາດການໄວ້ລ່ວງໜ້າ (prediction), ການພະຍາກອນ (forecasts), ແລະ ການຄາດຄະເນ (estimates) ຊຶ່ງແມ່ນການໃຊ້ເພື່ອການທ່າຍໂອນຂໍ້ມູນຂ່າວສານໄປເປັນຄວາມຮູ້. ກ່ອນຈະເລີ່ມເຂົ້າໄປໃນສະຖິຕິພັນລະນາ, ເຮົາຄວນສຶກສາເຖິງຂໍ້ມູນ ແລະປະເພດຂອງຂໍ້ມູນ.