ໃນຕອນເຊົ້າ, ວັນທີ 25 ມິຖຸນາ 2026 ທີ່ໂຮງແຮມ ລາວພຣາຊາ, ກົມສະຖິຕິເສດຖະກິດ ແລະ ສັງຄົມ ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບບົດສະຫຼຸບຂໍ້ມູນສະຖິຕິສຳລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະຈຳ 6 ເດືອນຕົ້ນປີ 2026 ແລະ ຄາດຄະເນ 6 ເດືອນທ້າຍປີ 2026. ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ. ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ຊຶ່ງມີຮອງຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ແລະ ຜູ້ຕາງໜ້າຈາກບັນດາຂະ ແໜງການເຂົ້າຮ່ວມ ຈຳນວນທັງໝົດ 57 ທ່ານ, ຍິງ 20 ທ່ານ. ກອງປະຊຸມດັ່ງກ່າວນີ້ໄດ້ດຳເນີນເປັນເວລາ 1 ວັນ.
ກອງປະຊຸມໄດ້ຮັບຟັງການລາຍງານ ໂດຍມີເນື້ອໃນສຳຄັນ ດັ່ງນີ້:
- ລາຍງານສະພາບຂໍ້ມູນທີ່ໄດ້ເກັບກຳ ແລະ ຮ່ວມກັນພິຈາລະນາໂຄງຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ພ້ອມທັງກອບຕົວຊີ້ບອກສຳລັບການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ທີ່ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດແລ້ວ.
- ສະຫຼຸບຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະຈຳ 6 ເດືອນຕົ້ນປີ 2026 ແລະ ຄາດຄະເນ 6 ເດືອນທ້າຍປີ 2026.
- ການສະໜອງ ແລະ ລາຍງານຂໍ້ມູນສະຖິຕິໃຫ້ແກ່ສະຖິຕິອາຊຽນ ປະຈຳປີ 2025-2026 (SDG-ASEAN Indicator Data Submissions).
ເພື່ອໃຫ້ວຽກງານດັ່ງກ່າວບັນລຸຜົນຢ່າງມີປະສິດທິຜົນ, ກອງປະຊຸມໄດ້ແບ່ງອອກເປັນ 2 ຂົງເຂດຫຼັກ ຄື: ຂົງເຂດເສດຖະ ກິດ ແລະ ຂົງເຂດສັງຄົມ ເພື່ອຄົ້ນຄວ້າລົງເລິກປຶກສາຫາລືກ່ຽວກັບການກຳນົດປີຖານ, ການກວດກາຄວາມຖືກຕ້ອງຂອງຂໍ້ມູນ, ກຳນົດກອບໄລຍະເວລາການເຜີຍແຜ່ ແລະ ໂຄງຮ່າງບົດລາຍງານ ໃຫ້ມີຄວາມຄົບຖ້ວນ, ທັນເວລາ ແລະ ສາມາດນຳໃຊ້ເປັນຂໍ້ມູນອ້າງອີງໃນການຕິດຕາມຜົນການດຳເນີນງານຕາມແຜນໄດ້ຢ່າງມີປະສິດທິຜົນ.
ນອກນັ້ນ, ທ່ານຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ຍັງໄດ້ເນັ້ນໜັກຕື່ມວ່າ ປີ 2026 ເປັນປີທີ່ມີຄວາມໝາຍສຳຄັນ ເນື່ອງຈາກເປັນປີເລີ່ມຕົ້ນໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ການພັດທະນາໃຫ້ບັນລຸຕາມເປົ້າໝາຍ ຈຳເປັນຕ້ອງອາໄສຂໍ້ມູນສະຖິຕິທີ່ຖືກຕ້ອງ, ຊັດເຈນ, ມີຄວາມເປັນເອກະພາບ ແລະ ທັນເວລາ ເປັນເຂັມທິດສຳຄັນໃນການປະເມີນຜົນການພັດທະນາຂອງປະເທດ.
ທ່ານຍັງໄດ້ກ່າວຕື່ມວ່າ ນອກຈາກການຕິດຕາມແຜນພັດທະນາພາຍໃນປະເທດແລ້ວ, ສປປ ລາວ ຍັງມີພັນທະໃນການລາຍງານຂໍ້ມູນສະຖິຕິໃຫ້ແກ່ ສາກົນ ແລະ ອາຊຽນ ເພື່ອສະທ້ອນຜົນການພັດທະນາ ແລະ ຢັ້ງຢືນບົດບາດຂອງປະເທດໃນເວທີພາກພື້ນ. ດັ່ງນັ້ນ ການສະໜອງ ແລະ ລາຍງານຂໍ້ມູນສະຖິຕິໃຫ້ແກ່ອາຊຽນ ປະຈຳປີ 2025-2026 (SDG-ASEAN Indicator Data Submissions) ຈຶ່ງເປັນໜ້າທີ່ສຳຄັນທີ່ຕ້ອງການຄວາມຮ່ວມມືຈາກບັນດາກະຊວງ ແລະ ຂະແໜງການ ເພື່ອໃຫ້ການສະໜອງຂໍ້ມູນເປັນໄປຕາມມາດຕະຖານອາຊຽນ ແລະ ທັນຕາມກຳນົດເວລາ.