ຝຶກອົບຮົມວຽກງານເຜີຍແຜ່ສະຖິຕິ ແລະ ການສ້າງບົດລາຍງານສະຖິຕິທາງການໃຫ້ແກ່ພະນັກງານສະຖິຕິ

ໃນຕອນເຊົ້າຂອງວັນທີ 31/08/2026 ທີ່ໂຮງແຮມ ເດີແກຣມລິເວີຊາຍ, ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມສະຖິຕິສິງແວດລ້ອມ ແລະ ຄວາມໜັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງ ການເງິນ ໄດ້ຈັດຝຶກອົບຮົມວຽກງານເຜີຍແຜ່ສະຖິຕິ ແລະ ການສ້າງບົດລາຍງານສະຖິຕິທາງການໃຫ້ແກ່ພະນັກງານສະຖິຕິ, ໂດຍເປັນປະທານຂອງ ທ່ານ ນ. ປອ ແສງໄພວັນ ແສງອາພອນ, ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການ ແລະ ບັນດາຂະແໜງການ, ແຂວງ ແລະ ເມືອງ ເຂົ້າຮ່ວມ ເຂົ້າຮ່ວມ ທັງໝົດ 30 ທ່ານ, ຍິງ 11 ທ່ານ, ການຝຶກອົບຮົມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 5 ວັນ.

 ການຝຶກອົບຮົມໃນຄັ້ງນີ້ເປັນການແລກປ່ຽນຄວາມຮູ້, ປະສົບການ ແລະ ຍົກລະດັບຄວາມ ເຂົົ້າໃຈ ກ່ຽວກັບການເກັບກໍາ ແລະ ການນນໍາໃຊ້ຂໍ້ມູນສະຖິຕິດ້ານໄພພິບັດ ແລະ ການຕັັັ້ງຖິີ່ນຖານ, ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ແລະ ວິໄສທັດຮອດປີ 2030, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຢືນຍົງ (SDGs) ຂອງ ລັດຖະບານກໍ່ຄືກະຊວງການເງິນ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານສະຕິຖິເພື່ອຮັບປະກັນຄຸນນະພາບຂອງການຜະລິດຂໍ້ມູນໃຫ້ຖຶກຕ້ອງ, ຄົບຖ້ວນ, ຊັດເຈນ ແລະ ທັນເວລາ.

ທ່ານ ນ. ປອ  ປອ ແສງໄພວັນ ແສງອາພອນ, ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ, ຫົວໜ້າສູນສະຖິຕິແຫ່ງຊາດ, ໄດ້ເນັ້ນໃຫ້ຮູ້ວ່າປະເທດຂອງພວກເຮົາມັກປະສົບກັບໄພພິບັດທາງທໍາມະຊາດເຊັ່ນ: ນໍ້າຖ້ວມ, ພາຍຸ, ດິນເຈືີ່ອນ ແລະ ໄພແຫ້ງແລ້ງ ເຊິີ່ງສົົ່ງຜົນກະທົບຕໍ່ຊີວິດ ແລະ ການດໍາລົງຊີວິດຂອງປະຊາຊົນ.

 ດັ່ງນັ້ນ, ການມີຂໍ້ມູນສະຖິຕິທີີ່ຖືກຕ້ອງ, ທັນເວລາ ແລະ ເຊືີ່ອຖືໄດ້ ແມ່ນມີຄວາມສໍາຄັນຢ່າງຍິີ່ງຕໍ່ການວາງແຜນ, ການຄຸ້ມຄອງ ແລະ ການກໍານົດນະໂຍບາຍ ເພືີ່ອປ້ອງກັນ ແລະ ຮັບມືກັບໄພພິບັດໄດ້ຢ່າງມີປະສິດທິຜົນ ແລະ ຂໍ້ມູນກ່ຽວກັບການຕັ້ງຖິີ່ນຖານ ແລະ ການກະຈາຍຕົວຂອງປະຊາກອນ ກໍ່ເປັນພື້ນຖານສໍາຄັນໃນການວາງແຜນພັດທະນາສັງຄົມ-ເສດຖະກິດ, ການຈັດສັນຊັບພະຍາກອນ ແລະ ການຊ່ວຍເຫຼືອປະຊາຊົນໃນເວລາເກີດໄພພິບັດໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມ, ການຝຶກອົບຮົມໃນຄັ້ງນີ້ແມ່ນສ້າງຄວາມອາດສາມາດໃຫ້ແກ່ພະນັກງານສະຖິຕິສາມາດເກັບກໍາຂໍ້ມູນສະຖິຕິທາງດ້ານໄພພິບັດ ແລະ ການຕັັັ້ງຖິີ່ນຖານ ໃຫ້ທັນເວລາ.