ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະ ຕ້ອນຮັບພົບປະຫາລືກັບ ຄະນະຊ່ຽວຊານທະນາຄານໂລກ

ຫົວໜ້າສູນສະຖິຕິແຫ່ງຊາດພ້ອມດ້ວຍຄະນະຕ້ອນຮັບ ພົບປະຫາລືກັບ ຄະນະຊ່ຽວຊານທະນາຄານໂລກ ໃນການຍົກລະດັບການຮ່ວມມືດ້ານວຽກງານສະຖິຕິ ແລະ ການວິໄຈຄວາມທຸກຍາກ ໃນ ສປປ ລາວ

ໃນຕອນບ່າຍ ຂອງວັນທີ 21 ພຶດສະພາ 2026, ທີ່ສູນສະຖິຕິແຫ່ງຊາດ, ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະຫາລືຂອງ ທ່ານ ນາງ ເບນູ ບິດານິ (Benu Bidani) ຫົວໜ້າໜ່ວຍງານຜູ້ບໍລິຫານລະດັບສູງດ້ານຄວາມທຸກຍາກ ແລະ ຄວາມສະເໝີພາບ ຂອງພາກພື້ນອາຊີ ແລະ ປາຊີຟິກ, ຈາກທະນາຄານໂລກ (World Bank) ພ້ອມດ້ວຍຄະນະ.

ການພົບປະຄັ້ງນີ້ ຈັດຂຶ້ນໃນໂອກາດການມາເຮັດວຽກຂອງຄະນະຊ່ຽວຊານທະນາຄານໂລກ ໃນການຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດລະບົບສະະຖິຕິແຫ່ງຊາດໄລຍະ II (LAOSTAT II) ຄັ້ງທີ 5 ແລະ ລົງເລິກຂອບການວິໄຈຄວາມທຸກຍາກ ຈາກການສຳຫຼວດ ແລະ ການຊົມໃຊ້ ຄັ້ງທີ VII ເຊິ່ງ ການພົບປະໄດ້ປຶກສາຫາລືປະກອບມີ:
• ທົບທວນຄວາມຄືບໜ້າໂຄງການ LAOSTAT II ໂດຍສູນສະຖິຕິແຫ່ງຊາດໄດ້ ຕີລາຄາສູງຕໍ່ການສະໜັບສະໜູນຂອງໂຄງການ ທີ່ໄດ້ພັດທະນາລະບົບຂໍ້ມູນສະຖິຕິ ແລະ ການວິເຄາະຄວາມທຸກຍາກຂອງ ສປປ ລາວ ຕະຫຼອດມາ.
• ⁠ໄດ້ມີການແລກປ່ຽນປຶກສາດ້ານຂໍ້ມູນເພື່ອວາງນະໂຍບາຍ ໂດຍເພີ່ມທະວີການສ້າງຄວາມອາດສາມາດໃນການວິໄຈຂໍ້ມູນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ ໃຫ້ພະນັກງານສະຖິຕິ ເພື່ອຄົ້ນຄ້ວາລົງເລິກ ມີຂໍ້ມູນພື້ນຖານທີ່ໜັກແໜ້ນ ໃນການກຳນົດນະໂຍບາຍ ແລະ ແຜນງານຫຼຸດຜ່ອນຄວາມທຸກຍາກ ເຊິ່ງພັກ-ລັດໄດ້ຖືເອົາ.
• ⁠ການຮ່ວມມືໃນຕໍ່ໜ້າ ເຊິ່ງທາງທະນາຄານໂລກຈະໄດ້ວາງແຜນຮ່ວມກັບ ສູນສະຖິຕິແຫ່ງຊາດ ການສ້າງຄວາມອາດສາມາດໃຫ້ແກ່ບຸກຄະລາກອນກ່ຽວກັບການການວິໄຈຢ່າງຮອບດ້ານ ຫຼາຍມິຕິ ດ້ານຄວາມທຸກຍາກ ແລະ ຄວາມນເປັນທັນສະໄໝຜະລິດຂໍ້ມູມສະຖິຕິພາຍຫຼັງໂຄງການ LAOSTATII ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ ຍືນຍົງ.

ໃນຕອນທ້າຍ, ທ່ານ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທະນາຄານໂລກ ທີ່ໄດ້ໃຫ້ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ທຶນຮອນ ຕະຫຼອດໄລຍະຜ່ານມາ ເຊິ່ງເປັນການສ່ວນສໍາຄັນສົມທົບກັບງົບປະມານຂອງ ລັດຖະບານ ໃນການຍົກລະດັບຂີດຄວາມສາມາດລະບົບສະຖິຕິຂອງ ສປປ ລາວ ໃຫ້ສືບຕໍ່ທັນສະໄໝ ແລະ ມີຄຸນນະພາບສູງ ຕອບສະໜອງຂໍ້ມູນເຂົ້າໃນການເກັບກຳ, ຕິດຕາມ ແລະ ປະເມີນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວາລະ ຂອງສາກົນ.