ກອງປະຊຸມປະເມີນການ ກາງສະໄຫມ ການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ໄລຍະ II (LAOSTAT II).

ເດືອນພະຈິກ 17, 2025 Neng Neng-LSB 0

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2025, ໂຄງການ LAOSTAT II  ໄດ້ກອງປະຊຸມປະເມີນການ ກາງສະໄຫມ ໃນການຈັດຕັ້ງປະຕິບັດໂຄງການ LAOSTAT II ທີ່ ໂຮງແຮມ ແລນມາກ ແມ່ຂອງຣິເວີໄຊ, ໂດຍການເປັນປະທານ ຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າໂຄງການ LAOSTAT II […]

ກອງປະຊຸມຄະນະກຳມະການສະຖິຕິປະຊາຄົມອາຊຽນ ຄັ້ງທີ 15 (ACSS15)

ເດືອນພະຈິກ 5, 2025 vongphachan kongpanya 0

ໃນລະຫວ່າງວັນທີ 3-5 ພະຈິກ 2025 ກອງປະຊຸມຄະນະກຳມະການລະບົບສະຖິຕິປະຊາຄົມອາຊຽນ ຄັ້ງທີ 15 (ACSS15) ແລະ ກອງປະຊຸມສະຖິຕິອາຊຽນ-ມາເລເຊຍ (AMSF) ໄດ້ຈັດຂຶ້ນຢ່າງເປັນທາງການທີ່ເມືອງມາລະກາ, ປະເທດມາເລເຊຍ. ມີບັນດາຫົວໜ້າອົງການສະຖິຕິພ້ອມຄະນະ ຈາກ 11 ປະເທດສະມາຊິກອາຊຽນ (ລວມ ຕີມໍເລດເຕ), ສະຖິຕິປະຊາຄົມອາຊຽນ (ASEANSTAT) ແລະ ຄຸ່ຮ່ວມພັດທະນາ ເຂົ້າຮ່ວມ. ຈາກ […]

ກອງປະຊຸມ ເຜີຍແຜ່ນໍາໃຊ້ປື້ມຄູ່ມືວິທີການຄິດໄລ່ລວມຍອດຜະລິດຕະພັນພາຍໃນ(GDP)  ຂອງແຂວງ ແລະ ຄູ່ມືວິທີການສັງລວມຄິດໄລ່ລວມຍອດມູນຄ່າຜົນຜະລິດ(GO) ລະດັບເມືອງ.

ເດືອນຕຸລາ 24, 2025 Neng Neng-LSB 0

ໃນຕອນເຊົ້າຂອງວັນທີ 24 ຕຸລາ 2025ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ນໍາໃຊ້ປື້ມຄູ່ມືວິທີການຄິດໄລ່ລວມຍອດຜະລິດຕະພັນພາຍໃນ(GDP)  ຂອງແຂວງ ແລະ ຄູ່ມືວິທີການສັງລວມຄິດໄລ່ລວມຍອດມູນຄ່າຜົນຜະລິດ(GO) ລະດັບເມືອງ, ທີ່ຫ້ອງປະຊຸມຂອງກະຊວງ ການເງິນ, ໂດຍ ເປັນປະທານເຂົ້າຮ່ວມຂອງ ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນ. ເພັດສະໜອນ […]

ເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025.

ເດືອນຕຸລາ 21, 2025 Neng Neng-LSB 0

ໃນຕອນເຊົ້າຂອງວັນທີ 20 ຕຸລາ 2025ສູນສະຖິຕິແຫ່ງຊາດ, ກະຊວງການເງິນໄດ້ຈັດພິທີເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ທີ່ໂຮມແຮມ ຄຣາວພາຊາ, ໂດຍມີ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ທ່ານ ອາດສະພັນທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, […]

ກອງປະຊຸມກ່ຽວກັບການກໍານົດເປົ້າໝາຍ, ກວດແກ້ ແລະ ປຸງແຕ່ງຂໍ້ມູນສໍາລັບການຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງ ໂດຍນຳໃຊ້ຂໍ້ມູນຈາກການສໍາຫຼວດຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII,

ເດືອນຕຸລາ 21, 2025 vongphachan kongpanya 0

ໃນວັນທີ 20 ຕຸລາ 2025, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງີນ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ພະນັກງານ ກ່ຽວກັບການກໍານົດເປົ້າໝາຍ, ກວດແກ້ ແລະ ປຸງແຕ່ງຂໍ້ມູນ ສໍາລັບການຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງ ໂດຍນຳໃຊ້ຂໍ້ມູນຈາກການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII ເປັນໄລຍະເວລາ 5 ວັນ ແຕ່ວັນທີວັນທີ 20-24/10/2025 […]

ກອງປະຊຸມ ເຜີຍແຜ່ຜະລິດຕະພັນດ້ານສະຖິຕິ ສິ່ງແວດລ້ອມ ໃນ ສປປ ລາວ

ເດືອນຕຸລາ 10, 2025 Neng Neng-LSB 0

ສູນສະຖິຕິແຫ່ງຊາດ (ສຖຕ), ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນຜະລິດສະຖິຕິທາງການດ້ານ ສິ່ງແວດລ້ອມ ຂຶ້ນ ໃນວັນທີ 9 ຕຸລາ 2025 ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ທ່ານ ແຟັຣງ ໄພເຟີຣ […]

ສູນສະຖິຕິແຫ່ງຊາດ ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າໃຫ້ແກ່ ທ່ານ ວິສອນ ລາວເມົາ ເປັນຮອງຫົວໜ້າສູນສະຖິຕິແຫ່ງຊາດ

ເດືອນກັນຍາ 26, 2025 vongphachan kongpanya 0

ວັນທີ 26 ກັນຍາ 2025 ສູນສະຖິຕິແຫ່ງຊາດ ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າໃຫ້ແກ່ ທ່ານ ວິສອນ ລາວເມົາ ເປັນຮອງຫົວໜ້າສູນສະຖິຕິແຫ່ງຊາດ ໂດຍຮັບກຽດຈາກ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ ເປັນປະທານໃນພິທີ ແລະ ໄດ້ມີຄຳເຫັນໂອ້ລົມຕໍ່ວຽກງານສະຖິຕິ ທີ່ຖືເປັນພື້ນຖານສຳຄັນຂອງການວາງແຜນນະໂຍບາຍຂອງພັກ-ລັດ. ນອກຈາກນັ້ນຍັງໄດ້ຮຽກຮ້ອງໃຫ້ຄະນະນຳສູນສະຖິຕິແຫ່ງຊາດ ຮ່ວມທັງຄະນະຊຸດໃຫມ່ ເອົາໃຈໃສ່ຍົກສູງ […]

ທ່ານ​ ຫົວຫນ້າສູນສະຖິຕິແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ທ່ານ Bilal Arang Zeb Durrani ຜູ້ຕາງໜ້າ ອົງການ ສະຫະປະຊາຊາດກອງທຶນສໍາລັບເດັກ (UNICEF) ປະຈໍາ ສປປ ລາວ

ເດືອນກັນຍາ 19, 2025 vongphachan kongpanya 0

ທ່ານ​ ຫົວຫນ້າສູນສະຖິຕິແຫ່ງຊາດ ພ້ອມຄະນະຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ທ່ານ Bilal Arang Zeb Durrani ຜູ້ຕາງໜ້າ ອົງການ ສະຫະປະຊາຊາດກອງທຶນສໍາລັບເດັກ (UNICEF) ປະຈໍາ ສປປ ລາວ ພ້ອມດ້ວຍ ຄະນະ ໃນວັນທີ 18 ກັນຍາ 2025 ເວລາ 14:00-15:00 ໂມງ. ເຊິ່ງຈຸດປະສົງ […]

ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ນາງ Martine Therer ຜູ້ຕາງໜ້າ ຈາກອົງການ UNDP ປະຈໍາລາວ ພ້ອມດ້ວຍຄະນະ

ເດືອນກັນຍາ 12, 2025 Neng Neng-LSB 0

ໃນຕອນບ່າຍ ຂອງວັນທີ 12.9.2025 ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ນາງ Martine Therer ຜູ້ຕາງໜ້າ ຈາກອົງການ UNDP ປະຈໍາລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄໍານັບ ເພື່ອປຶກສາຫາລື ແລະ ສຶບຕໍ່ການຮ່ວມມື ພາຍໃຕ້ຫົວຂໍ້ National […]

ສູນສະຖິຕິແຫ່ງຊາດໄດ້ຈັດສໍາມະນາຜູ້ບໍລິຫານກ່ຽວກັບຄວາມຮູ້ຂໍ້ມູນ ແລະ ຄວາມເຂົ້າໃຈການນໍາໃຊ້ຂໍ້ມູນ

ເດືອນສິງຫາ 22, 2025 Neng Neng-LSB 0

ໃນວັນທີ 20 ສິງຫາ 2025, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ໄດ້ຈັດກອງປະຊຸມສຳມະນາ ຜູ້ບໍ ລິຫານກ່ຽວກັບຄວາມຮູ້ດ້ານຂໍ້ມູນ ແລະ ຄວາມເຂົ້າໃຈການນຳໃຊ້ຂໍ້ມູນ ໂດຍການເປັນປະທານ ຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ໂດຍມີຊ່ຽວຊານເປັນວິທະຍາກອນໂດຍທ່ານ ບຸນທະວີ ສີສຸພັນທອງ ອະດີດຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ອາດີດຫົວໜ້າສູນສະຖິຕິແຫ່ງຊາດ, ທ່ານ […]