ໃນວັນທີ 21 ສິງຫາ 2026, ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສູມ 06 ເດືອນທ້າຍປີ 2026, ພ້ອມທັງຈັດພິທີມອບຫຼຽນກາກຳມະບານ ແລະ ມອບໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າສົກປີ 2012-2024. ໂດຍການເປັນປະທານຂອງ ທ່ານ ນ. ເພັດສະໝອນ ສອນ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ, ໂດຍມີຮອງຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າກົມ,ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ນ. ປອ ແສງໄພວັນ ແສງອາພອນ ຫົວໜ້າກົມ ສະຖິຕິສິ່ງແວດລ້ອມ ແລະຄວາມໝັ້ນຄົງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2026 ຂອງສູນສະຖິຕິແຫ່ງຊາດ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ ສໍາເລັດການຮັບຮອງດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນສະຖິຕິແຫ່ງຊາດ ສະບັບເລກທີ 215/ນຍ, ລົງວັນທີ 26 ມິຖຸນາ 2026, ສໍາເລັດການຮັບຮອງແຜນວຽກປະຈໍາປີ 2026 ຂອງສູນສະຖິຕິແຫ່ງຊາດ, ສໍາເລັດປື້ມສະຖິຕິປະຈໍາປີ 2025, ປະກາດ ແລະ ເຜີຍແຜ່ຜົນການສໍາຫຼວດ ເລັກສ໌ 7, ການຄິດໄລ່ ຈິດີພີ, ອັດຕາເງິນເຟີ້ປະຈໍາເດືອນ, ໄຕມາດ ແລະ 06 ເດືອນຕົ້ນປີ, ສໍາເລັດ ການຄິດໄລ່ລວມຍອດພະລິດຕະພັນ ດ້ານການໃຊ້ຈ່າຍ ຂອງ ສປປ ລາວ ປີ 2025, ສໍາເລັດການຈັດຕັ້ງປະຕິບັດ ການສໍາຫຼວດ ໂຄງສ້າງການຜະລິດຂອງຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ ຂອງ ສປປ ລາວ, ສໍາເລັດການລົງທົດລອງແບບສອບຖາມການເກັບກໍາຂໍ້ມູນການສໍາຫຼວດຜົນກະທົບຕໍ່ການປ່ຽນແປງດິນຟ້າອາກາດໃນເຂດປ່າປ້ອງກັນອ່າງໂຕ່ງນໍ້າມ່ວນ-ນໍ້າຍ້ວງ ແລະ ສໍາເລັດບົດລາຍງານຜົນການວິໄຈການຕັ້ງຖິ່ນຖານ ແລະ ທີ່ຢູ່ອາໄສຂອງພົນລະເມືອງລາວ.
ຄຽງຄູ່ກັບຜົນງານ, ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ຂອງ ກົມສະຖິຕິເສດຖະກິດ ແລະ ສັງຄົມ ແລະ ກົມສະຖິຕິສິ່ງແວດລ້ອມ ແລະຄວາມໝັ້ນຄົງ, ໂອກາດດັ່ງກ່າວ ທ່ານ ນ. ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານທັງໝົດ ເຊີດຊູຄວາມເປັນແບບຢ່າງນຳໜ້າ, ບຸກທະລຸຂໍ້ຄົງຄ້າງໂດຍສະເພາະສູ້ຊົນໃຫ້ສໍາເລັດຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ທັງ 2 ກົມພາຍໃນສູນສະຖິຕິແຫ່ງຊາດ, ສືບຕໍ່ຄົ້ນຄວ້າການສັບຊ້ອນໜ້າທີ່ຕຳແໜ່ງຄືນໂດຍອີງໃສ່ຄວາມຮູ້-ຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ສຸມທຸກສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດແຜນການ 6 ເດືອນທ້າຍປີ 2026 ໃຫ້ບັນລຸຄາດໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.
ໃນຕອນທ້າຍຂອງກອງປະຊຸມ, ໄດ້ມີພິທີປະດັບຫຼຽນກາກຳມະບານ ແລະ ມອບໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າສົກປີ 2012-2024 ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ເປັນກຳລັງໃຈໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ.





