ສຳມະນາການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິ ແລະ ການເຜີຍແຜ່ຂໍ້ມູນສະຖິຕິໃນລະບົບ e-GDDS
ໃນລະຫວ່າງ 22-24 ກໍລະກົດ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ; ສູນສະຖິຕິແຫ່ງຊາດ ກະຊວງການເງິນ; ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິ (Metadata) ແລະ ປະຕິທິນການເຜີຍແຜ່ຂໍ້ມູນສະຖິຕິ (ARC) ໃນລະບົບ e-GDDS, ເພື່ອເປັນການປັບປຸງສຳນວນສຳເນົາຂໍ້ມູນສະຖິຕິຕາມມາດຕະຖານໃໝ່ຂອງ IMF ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ, ການເຜີຍແຜ່ຂໍ້ມູນໃຫ້ມີຄວາມໜ້າສົນໃຈຫຼາຍກວ່າເກົ່າ. ກອງປະຊຸມຄັ້ງນີ້ໂດຍເປັນປະທານຂອງທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ,ໂດຍມີຊ່ຽວຊານຈາກອົງການກອງທຶນການເງິນສາກົນ […]