ກອງປະຊຸມ ເຜີຍແຜ່ນໍາໃຊ້ປື້ມຄູ່ມືວິທີການຄິດໄລ່ລວມຍອດຜະລິດຕະພັນພາຍໃນ(GDP)  ຂອງແຂວງ ແລະ ຄູ່ມືວິທີການສັງລວມຄິດໄລ່ລວມຍອດມູນຄ່າຜົນຜະລິດ(GO) ລະດັບເມືອງ.

ໃນຕອນເຊົ້າຂອງວັນທີ 24 ຕຸລາ 2025ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ນໍາໃຊ້ປື້ມຄູ່ມືວິທີການຄິດໄລ່ລວມຍອດຜະລິດຕະພັນພາຍໃນ(GDP)  ຂອງແຂວງ ແລະ ຄູ່ມືວິທີການສັງລວມຄິດໄລ່ລວມຍອດມູນຄ່າຜົນຜະລິດ(GO) ລະດັບເມືອງ, ທີ່ຫ້ອງປະຊຸມຂອງກະຊວງ ການເງິນ, ໂດຍ ເປັນປະທານເຂົ້າຮ່ວມຂອງ ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນ. ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ມີຜູ້ຕ່າງໜ້າຈາກຂະແໜງການ ແລະ ບັນດາແຂວງເຂົ້າຮ່ວມທາງອອນໄລ ລວມທັງໝົດ ປະມານ 70 ກ່ວາຄົນ, ເຊິ່ງກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ.

ກອງປະຊຸມ ເຜີຍແຜ່ປື້ມຄູ່ມືວິທີການສັງລວມຄິດໄລ່ ລວມຍອດຜະລິດຕະພັນພາຍໃນ (GDP) ລະດັບແຂວງ ແລະ ຄູ່ມືວີທີການ ສັງລວມຄິດໄລ່ ລວມຍອດມູນຄ່າຜົນຜະລິດ (GO) ລະດັບເມືອງ, ເປັນຄູ່ມືທີ່ສໍາຄັນໜື່ງ ທີ່ ສູນສະຖິຕິແຫ່ງຊາດ ສ້າງຂື້ນເພື່ອ ຄວາມເອກະພາບໃຫ້ແຂວງ ແລະ ເມືອງໄດ້ນໍາໃຊ້ ເປັນບ່ອນອີງໃນການເກັບກໍາລາຍງານຂໍ້ມູນທີ່ມີວິທະຍາສາດ ແລະ ສອດຄ່ອງຄວາມເປັນຈີງທີ່ສຸດໃຫ້ແກ່ລັດຖະບານຂັ້ນທ້ອງຖິ່ນ ກໍ່ຄື ຂັ້ນສູນກາງ.

ປື້ມຄູ່ມືນີ້ ເຫັນວ່າສອດຄ່ອງທີ່ສຸດຕໍ່ຄວາມຕ້ອງການຂອງລັດຖະບານ, ພ້ອມທັງເປັນການຜັນຂະຫຍາຍທີດທາງຂອງພັກໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງ ແລະ ຜັນຂະຫຍາຍທີດທາງ 3 ສ້າງ, ເຫັນໄດ້ຄວາມຈໍາເປັນ, ຄະນະນໍາກະຊວງການເງິນ ຈື່ງໄດ້ໃຫ້ທີດຊີ້ນໍາໃຫ້ສູນສະຖິຕິແຫ່ງຊາດ ຂຸ້ນຂ້ຽວສ້າງປື້ມຄູ່ມື 2 ສະບັບນີ້ເພື່ອຮັບໃຊ້ຂັ້ນແຂວງ ແລະ ເມືອງ ໃນການຮັບປະກັນ ການລາຍງານຂໍ້ມູນສະຖິຕິໃຫ້ສອດຄ່ອງກັບຕົວຊີ້ວັດ, ຄາດໝາຍສູ້ຊົນ ໃຫ້ແກ່ການນໍາແຕ່ລະຂັ້ນ ໃນການປະເມິນເສດຖະກິດຂັ້ນແຂວງ ແລະ ເມືອງ.