ໃນຕອນເຊົ້າຂອງວັນທີ 20 ຕຸລາ 2025ສູນສະຖິຕິແຫ່ງຊາດ, ກະຊວງການເງິນໄດ້ຈັດພິທີເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ທີ່ໂຮມແຮມ ຄຣາວພາຊາ, ໂດຍມີ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ທ່ານ ອາດສະພັນທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນ. ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ທ່ານ Bakhodir Burkhanov ຜູ້ປະສານງານອົງການສະຫະປະຊາຊາດປະຈຳ ສປປ ລາວ, ທ່ານ Bakahtiyor Kadyrov ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ມີຜູ້ຕ່າງໜ້າຈາກບັດາກົມພາຍໃນກະຊວງການເງີນ, ບັນດາຂະແໜງການຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ເຂົ້າຮ່ວມທັງໝົດ 150 ທ່ານ, ສຳລັບ 18 ແຂວງແມ່ນໄດ້ເຂົ້າຮ່ວມຜ່ານລະບົບອອນລາຍ.
ພິທີດັ່ງກ່າວໄດ້ຮ່ວມກັນຕັດແຖບຜ້າ ແລະ ຕີຄ້ອງເພື່ອເປັນສັນຍາລັກເການເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການສຳຫຼວດພົນລະເມືອງຢ່າງເປັນທາງການ, ເລີ່ມນັບຖ່ອຍຫລັງ ເພື່ອກ້າວເຂົ້າ ສູ່ຂະບວນການລົງເດີນສຳຫຼວດ-ເກັບກຳຂໍ້ມູນ ພາກສະໜາມ ເຊິ່ງຈະເລີ່ມແຕ່ວັນທີ 3 ພະຈິກ ຫາວັນທີ 28 ທັນວາ 2025.
ໃນພິທີເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການສຳຫຼວດຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສ ປປ ລາວ ໄດ້ອ່ານບົດ ສູນທອນ ພົດໂດຍຜ່ານທາງວິດີໂອ. ທ່ານຍັງໄດ້ກ່າວວ່າ ລັດຖະບານ ຈະໄດ້ຈັດຕັ້ງປະຕິບັດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ປີ2025 ນີ້ເປັນຄັ້ງທີ 5 ໃນຮອບ 40 ປີຜ່ານມາ. ການສຳຫຼວດແມ່ນກວມລວມທຸກໆຄົວເຮືອນ ແລະ ພົນລະເມືອງ ທີ່ດຳລົງຊີວິດໃນ ສປປ ລາວ ໃນຂອບເຂດທົ່ວປະເທດ.
ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ, ຄະນະຊີ້ນຳລະດັບຊາດ, ຄະນະຊີ້ນຳຂັ້ນແຂວງ, ບັນດາອົງການຈັດຕັ້ງລັດ, ພາກເອກະຊົນ, ອົງການປົກຄອງທ້ອງຖິ່ນ, ນັກເດີນສຳຫຼວດ, ນັກກວດກາ ຕະຫຼອດເຖິງ ປະຊາຊົນລາວ ບັນດາເຜົ່າ ທຸກຊັ້ນຄົນໃນສັງຄົມ ຈົ່ງໃຫ້ການຮ່ວມມືແລະ ປະກອບສ່ວນຢ່າງຕັ້ງໜ້າ, ເພື່ອຮັບປະກັນເຮັດໃຫ້ການສຳຫຼວດໃນຄັ້ງນີ້ໄດ້ຖືກຈັດຕັ້ງປະຕິບັດ ແລະ ສຳເລັດຕາມແຜນການທີ່ກຳນົດໄວ້.
ໃນພິທີເປີດບັ້ນໂຄສະນາ ແລະ ດໍາເນີນຂະບວນການສໍາຫຼວດສໍາຫຼວດພົນລະເມືອງ ທ່ານ ສັນຕິພາບ ພົມວິຫານ,ລັດຖະມົນຕີ ກະຊວງການເງີນ, ຮອງຫົວໜ້າຄະນະຊີນໍາລະດັບຊາດ ໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນອັນຮີບ ດ່ວນໃນການເພີ່ມທະວີການໂຄສະນາ-ປະຊາສໍາພັນ ແນ່ໃຊ້ປຸກລະດົມເຊີນຊ່ວນ ໃຫ້ປະຊາຊົນເຂົ້າຮ່ວມການສໍາຫຼວດໃນຄັ້ງນີ້.“ມາຮອດປະຈຸບັນ,ຖືວ່າພວກເຮົາໄດ້ມີຄວາມພ້ອມທາງດ້ານບຸກຄະລະກອນເພື່ອໃນການລົງເກັບກໍາຂໍ້ມູນພາກສະໜາມແລ້ວ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມືປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດການສໍາຫຼວດໃນຄັ້ງນີ້ຢ່າງກວ້າງ ແລະ ທົ່ວເຖິງ.
ໃນພິທີເປີດບັ້ນໂຄສະນາ ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ຄະຊີ້ນໍາລະດັບຊາດ ທັງເປັນຜູ້ປະຈໍາການ ໄດ້ກ່າວວ່າ ການເປີດບັ້ນໂຄສະນາ ແລະ ດໍາເນີນຂະບວນ ການສໍາຫຼວດດັ່ງກ່າວເປັນການສືບຕໍ່ຊຸກຍູ້ທີ່ສໍາຄັນຕໍ່ຄວາມພະຍາຍາມໃນການໂຄສະນາການສໍາຫຼວດ ພົນລະເມືອງທີ່ພວມ ດໍາເນີນຢູ່ໃຫ້ແຂງແຮງຫລາຍຂື້ນກວ່າເກົ່າ ແນ່ໃສ່ໃຫ້ປະຊາຊົນເຂົ້າໃຈ ແລະ ໃຫ້ການຮ່ວມມື້ຕໍ່ນັກເດີນສໍາຫຼວດ. ພາຍໃຕ້ການຮ່ວມມືກັບກົມສື່ມ່ວນຊົນ, ຄະນະໂຄສະນາອົບຮົມສູກກາງພັກ,ອົງການ ສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ສູນສະຖິຕິແຫ່ງຊາດລາວ ເອົາໃຈໃສ່ໂຄສະນາການສໍາຫຼວດພົນລະເມືອງຄັ້ງນີ້. ໃນນັ້ນໄດ້ຈັດກອງປະຊຸມລະດົມການມີສ່ວນຮ່ວມກັບຄູ່ຮ່ວມພັດທະນາ, ເປີດບັ້ນສໍາຫຼວດ ຢູ່ນະຄອນຫຼວງ ແລະ ຕ່າງແຂວງ. ນອນຈາກນີ້ ຍັງໄດ້ ອອກຂ່າວ ຜ່ານສື່ຫລັກ ແລະ ສື່ສັງຄົມອອນລາຍເປັນປົກະຕິ, ຜະລິດວີດີໂອການສໍາຫຼວດ, ຜະລິດຊຸດນັກເດີນສໍາຫຼວດ, ປ້າຍຂ້າມທາງ, ໂປສເຕີ, ແຜນພາບ, ຜະລິດເພັງ ແລະ ສະປອດໂຄສະນາທາງ ວິທະຍຸແລະ ໂທລະພາບ ແລະ ຂໍ້ຄວາມສັ້ນສົງຜ່ານເຄຶອຄາຍໂທລະສັບມືຖື.
ໃນພິທີເປີດບັ້ນໂຄສະນາ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ນະຄອນ ຫລວງໃຫ້ຄວາມສໍາຄັນຕໍ່ການສໍາຫຼວດພົນລະມືອງຄັ້ງນີ້ ແລະ ໄລຍະຜ່ານມາກໍເອົາໃຈໃສ່ ຫ້າງຫາກະກຽ້ມການສໍາຫຼວດພົນລະເມືອງຄັ້ງນີ້ ແລະ ໄດ້ລໍາເລັດຫລາຍວຽກງານເປັນຕົ້ນ: ສໍາເລັດກໍານົດເຂດສໍາຫຼວດ, ຝຶກອົບຮົບຄູ່ຝຶກ ນັກເດີນສໍາຫຼວດຂ້ັ້ນເມືອງ. ໃນອາຄົດຈະເລັງໃສ່ຝືກນັກເດີນສໍາຫຼວດ ແລະ ປະກາດບັ້ນສໍາຫຼວດໃນທ້າຍເດືອນນີ້ເພື່ອກຽມພ້ອມໃຫ້ກັບການເດີນສໍາຫຼວດເກັບກໍາຂໍ້ມູນ ພາກສະໜາມຊຶ່ງຈະເລີ່ມຕົ້ນ ແຕ່ ວັນທີ 3 ພະຈິກ 2025ນີ້.
ໃນພິທີເປີດບັ້ນໂຄສະນາ ທ່ານ Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ,ໄດ້ເນັ້ນໜັກວ່າ: ການສໍາຫຼວດພົນລະເມືອງຄັ້ງນີ້ເປັນຂິດໝາຍໃນການຫັນເປັນດິຈິຕອລ ແລະ ການເດີນທາງຂອງການພັດທະນາ ຂອງ ສປປ ລາວ. “ການສໍາຫຼວດພົນລະເມືອງໃນມື້ນີ້ແມ່ນບໍ່ພຽງແຕ່ເປັນພຽງການດໍາເນີນງານທາງດ້ານສະຖິຕິເທົ່ານັ້ນ, ແຕ່ມັນຍັງສະແດງເຖິ່ງຄວາມຄືບໜ້າຢ່າງຫຼວງຫຼາຍໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຂໍ້ມູນຈາກການສໍາຫຼວດພົນລະເມືອງຈະບອກໃຫ້ພວກເຮົາຮູ້ວ່າໃນປັດຈຸບັນພວກເຮົາໄດ້ພັດທະນາມາຮອດໃສແທ້ ແລະ ຕ້ອງເຮັດແນວໃດເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນເປົ້າໝາຍ SDG ທີ່ກ່ຽວຂ້ອງກັບສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນ.”
ໃນພິທີເປີດບັ້ນໂຄສະນາ ທ່ານ ດຣ Bakhtiyor Kadyrov, ຜູ້ຕາງອົງການ ສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ກ່າວວ່າ: ອົງການມຸ່ງໝັ້ນທີ່ຈະສະໜັບສະໜູນ ສປປ ລາວ ໃນການກະກຽມ ແລະ ຈັດຕັ້ງປະຕິບັດ ການສໍາຫຼວດພົນລະເມືອງ ຄັ້ງນີ້ ແລະ ຮັບປະກັນວ່າຊ່ວຍເຫຼືອໃຫ້ການສໍາຫຼວດຄັ້ງໄດ້ມາດຕະຖານສາກົນພ້ອມທັງເປັນແຫລ່ງສະໜອງຂໍ້ມູນທີ່ມີຄຸນນະພາບສູງທີ່ຈະເປັນພື້ນຖານສໍາລັບການວາງແຜນການພັດທະນາຂອງ ສ ປປ ລາວ.
ນອກຈາກນັ້ນ, ການເກັບກໍາຂໍ້ມູນທາງດ້ານພົນລະເມືອງ ແລະ ສະພາບການດຳລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າເພື່ອຮັບໃຊ້ໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຕິດຕາມຄວາມຄືບໜ້າຂອງການພັດທະນາຂອງ ສປປລາວ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ການກຳນົດຍຸດທະສາດການພັດທະນາຊັບພະຍາກອນມະນຸດແຜນນະໂຍບາຍດ້ານພົນລະເມືອງ ແລະ ການປັບປຸງ ວຽກງານການຄຸ້ມຄອງພົນລະເມືອງໃນອະນາຄົດ.