ກອງປະຊຸມ ເຜີຍແຜ່ນໍາໃຊ້ປື້ມຄູ່ມືວິທີການຄິດໄລ່ລວມຍອດຜະລິດຕະພັນພາຍໃນ(GDP) ຂອງແຂວງ ແລະ ຄູ່ມືວິທີການສັງລວມຄິດໄລ່ລວມຍອດມູນຄ່າຜົນຜະລິດ(GO) ລະດັບເມືອງ.
ໃນຕອນເຊົ້າຂອງວັນທີ 24 ຕຸລາ 2025ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ນໍາໃຊ້ປື້ມຄູ່ມືວິທີການຄິດໄລ່ລວມຍອດຜະລິດຕະພັນພາຍໃນ(GDP) ຂອງແຂວງ ແລະ ຄູ່ມືວິທີການສັງລວມຄິດໄລ່ລວມຍອດມູນຄ່າຜົນຜະລິດ(GO) ລະດັບເມືອງ, ທີ່ຫ້ອງປະຊຸມຂອງກະຊວງ ການເງິນ, ໂດຍ ເປັນປະທານເຂົ້າຮ່ວມຂອງ ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນ. ເພັດສະໜອນ […]