ໃນລະຫວ່າງວັນທີ 3-5 ພະຈິກ 2025 ກອງປະຊຸມຄະນະກຳມະການລະບົບສະຖິຕິປະຊາຄົມອາຊຽນ ຄັ້ງທີ 15 (ACSS15) ແລະ ກອງປະຊຸມສະຖິຕິອາຊຽນ-ມາເລເຊຍ (AMSF) ໄດ້ຈັດຂຶ້ນຢ່າງເປັນທາງການທີ່ເມືອງມາລະກາ, ປະເທດມາເລເຊຍ. ມີບັນດາຫົວໜ້າອົງການສະຖິຕິພ້ອມຄະນະ ຈາກ 11 ປະເທດສະມາຊິກອາຊຽນ (ລວມ ຕີມໍເລດເຕ), ສະຖິຕິປະຊາຄົມອາຊຽນ (ASEANSTAT) ແລະ ຄຸ່ຮ່ວມພັດທະນາ ເຂົ້າຮ່ວມ. ຈາກ ສປປ ລາວ ທ່ານ ຟອງສະມຸດ ຄຳວານວົງສາ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ນຳພາຄະນະ ຮ່ວມກອງປະຊຸມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ຍົກສູງບົດບາດຂອງອາຊຽນ ດ້ວຍຂໍ້ມູນຂ່າວສານ ແລະ ນະວັດຕະກໍາໃໝ່” ເພື່ອຕອບຮັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ແລະ ຄວາມຕ້ອງການຂໍ້ມູນຂ່າວສານ ໃນການຕັດສິນໃຈ-ວາງແຜນນະໂຍບາຍທີ່ເພີ່ມສູງຂຶ້ນ ໃນບັນດາປະເທດປະຊາຄົມອາຊຽນ, ເຊິ່ງຮຽກຮ້ອງໃຫ້ ບັນດາປະເທດສະມາຊິກ ເພີ່ມທະວີການສ້າງນະວັດຕະກໍາ ແລະ ພັດທະນາລະບົບຂໍ້ມູນຂ່າວສານສະຖິຕິແຫ່ງຊາດ ໃຫ້ທັນສະໄໝ , ເຊື່ອມໂຍງພາກພື້ນ ແລະ ສາກົນ ດ້ວຍຂໍ້ມູນຂ່າວສານ ທີ່ມີຄຸນນະພາບ, ທັນເວລາ ແລະ ສາມາດເຂົ້າເຖິງນຳໃຊ້ໄດ້ .
ກອງປະຊຸມພາຍໃນ ACSS15 ໄດ້ຕົກລົງເຫັນດີເປັນເອກະພາບບັນຫາສຳຄັນຕ່າງໆ ເຊັ່ນ:
1. ການພັດທະນາແຜນດໍາເນີນງານ ຂອງຄະນະກຳມະການລະບົບສະຖິຕິປະຊາຄົມອາຊຽນ (ACSS) ໃນໄລຍະປີ 2026-2030 ແລະ ແຜນປະຈຳປີ 2026-2027.
2. ການຂະຫຍາຍການນໍາໃຊ້ໂປຣແກຣມຖ່າຍໂອນຂໍ້ມູນລະຫວ່າງປະເທດອາຊຽນ ແລະ ສະຖິຕິອາຊຽນ (APIs).
3. ການສ້າງຄວາມເຂັ້ມແຂງໃນກອບການຄຸ້ມຄອງຂໍ້ມູນ ແລະ ການສະໜອງຂໍ້ມູນ ໃຫ້ທັນເວລາ ສຳລັບບັນດາປະເທດສະມາຊິກອາຊຽນ.
4. ການປຶກສາຫາລື ກ່ຽວກັບຂໍ້ສະເໜີຈຸດປະສົງ, ໂຄງສ້າງ ແລະ ໜ້າທີ່ວຽກງານ ຂອງຄະນະກຳມະການສະເພາະກິດດ້ານຂໍ້ມູນຂະໜາດໃຫຍ່ (Big data) ຂອງບັນດາປະເທດສະມາຊິກອາຊຽນ.
5. ການເພີ່ມທະວີຂີດຄວາມສາມາດວຽກງານສະຖິຕິຜ່ານການສຶກສາທາງໄກ (ASEAN Statistics Virtual Academy) ແລະ ໂຄງການອາຊຽນຊ່ວຍອາຊຽນ.
ກອງປະຊຸມຄະນະກໍາມະການລະບົບສະຖິຕິປະຊາຄົມອາຊຽນ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ບັນດາຂະແໜງການ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນໃຫ້ລະບົບສະຖິຕິອາຊຽນ ກໍ່ຄືລະບົບແຫ່ງຊາດຂອງບັນດາປະເທດສະມາຊິກອາຊຽນ ໄດ້ຮັບການພັດທະນາແບບຍືນຍົງ.



