ກອງປະຊຸມກ່ຽວກັບການກໍານົດເປົ້າໝາຍ, ກວດແກ້ ແລະ ປຸງແຕ່ງຂໍ້ມູນສໍາລັບການຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງ ໂດຍນຳໃຊ້ຂໍ້ມູນຈາກການສໍາຫຼວດຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII,

ໃນວັນທີ 20 ຕຸລາ 2025, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງີນ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ພະນັກງານ ກ່ຽວກັບການກໍານົດເປົ້າໝາຍ, ກວດແກ້ ແລະ ປຸງແຕ່ງຂໍ້ມູນ ສໍາລັບການຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງ ໂດຍນຳໃຊ້ຂໍ້ມູນຈາກການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII ເປັນໄລຍະເວລາ 5 ວັນ ແຕ່ວັນທີວັນທີ 20-24/10/2025 ທີ່ເມືອງແກ້ວອຸດົມແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ວິໄຊ ສັນຕິວົງ ຫົວໜ້າກົມກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ. ມີຜູ້ເຂົ້າຮ່ວມທັງໝົດ 18 ທ່ານ ຍິງ 5 ທ່ານ ມີຂັ້ນກົມ, ຂັ້ນພະແນກ, ວິຊາການ  ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ ໃນກອງປະຊຸມຄັ້ງນີ້ທ່ານປະທານໄດ້ເນັ້ນ “ການກໍານົດເປົ້າໝາຍ, ກວດແກ້ ແລະ ປຸງແຕ່ງຂໍ້ມູນ ສໍາລັບການຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງໃຫ້ມີປະສິດທິພາບສູງ, ເພື່ອເຮັດໃຫ້ການຜະລິດຂໍ້ມູນສະຖິຕິທາງການ ທີ່ສາມາດສະໜອງຂໍ້ມູນຕາມຄວາມຕ້ອງການ ຂອງຜູ້ນໍາໃຊ້ໄດ້ຢ່າງເປັນປົກກະຕິ ພ້ອມທັງຮັບປະກັນຄຸນນະພາບຂອງຂໍ້ມູນໃຫ້ມີຄວາມຖືກຕ້ອງ, ສາມາດເຊື່ອຖືໄດ້, ເຂົ້າເຖິງໄດ້ ແລະ ສາມາດທຽບກັບມາດຖານສະຖິຕິສາກົນ, ເຊິ່ງປະກອບມີ 6 ຂົງເຂດໃຫຍ່ ທີ່ຈະວິໄຈ ແລະ ຜະລິດຂໍ້ມູນສະຖິຕິຄວາມໝັ້ນຄົງ ເຊັ່ນ: ການຕັ້ງຖິ່ນຖານຂອງມະນຸດ ແລະ ສຸກຂະພາບສິ່ງແວດລ້ອມ, ການປະກັນ ແລະ ສະຫວັດດີການສັງຄົມ, ໂພສະນາການ, ໄພພິບັດ ແລະ ລະເບີດບໍ່ທັນແຕກ. ກອງປະຊຸມຝຶກອົບຮົມຄັ້ງນີ້ເປັນການສ້າງຂີດຄວາມອາດສາມາດ ແລະ ຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ກັບພະນັກງານຂັ້ນສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການຜະລິດສະຖິຕິຄວາມໝັ້ນຄົງ, ໂດຍນຳໃຊ້ດ້ວຍການນໍາໃຊ້ໂປຣແກຣມ STATA ແລະ ຖານຂໍ້ມູນຈາກການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII ເພື່ອຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງ ທີ່ຕິດພັນກັບການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ແລະ ຕອບສະໜອງໃຫ້ແກ່ການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ (SDGs).