ສູນສະຖິຕິແຫ່ງຊາດ – ທະນາຄານໂລກ ໄດ້ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ຄັ້ງທີ 5

ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2026 ຢູ່ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, 18 ພຶດສະພາ 2026 ສູນສະຖິຕິແຫ່ງຊາດ ກະຊວງການເງິນ ຮ່ວມກັບ ທະນາຄານໂລກ ໄດ້ໄຂ້ ກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ຄັ້ງທີ 5 ຢ່າງເປັນທາງການ, ໂດຍເປັນປະທານຂອງ ທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າຄະນະຊີ້ນຳໂຄງການ ທັງເປັນຫົວໜ້າໂຄງການ ແລະ ເປັນປະທານຮ່ວມໂດຍ ທ່ານ ດຣ. ນາງ ຢຸງ ດວານ (Dr. Dung Doan) ນັກເສດຖະສາດອາວຸໂສ ພ້ອມດ້ວຍ ທ່ານ ສົມນຶກ ດາວະດິງ ນັກເສດຖະສາດອາວຸໂສ ຈາກທະນາຄານໂລກ, ມີທ່ານ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ບັນດາທ່ານຫົວໜ້າກົມ ແລະ ຮອງກົມ ຈາກສູນສະຖິຕິແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກ 8 ກະຊວງ ຂະແໜງການທີ່ຈັດຕັ້ງປະຕິບັດເຂົ້າຮ່ວມ.

ຈຸດປະສົງຂອງການເຮັດວຽກຄັ້ງນີ້ມີຄວາມສຳຄັນຫຼາຍ ເຊິ່ງເປັນການທົບທວນຄວາມຄືບໜ້າ, ຂໍ້ຄົງຄ້າງ , ບົດຮຽນທີ່ຖອດຖອນໄດ້ ລວມທັງຈະໄດ້ ກຳນົດແຜນມາດຕະການ ເຮັດວຽກຮວມກັນຕໍ່ການຈັດຕັ້ງປະຕິບັດໂຄງການໃນໄລຍະທ້າຍປີ 2026 ຫາ ປີ 2027 ເຊິ່ງວຽກຕົ້ນຕໍ່ ປະກອບມີ: ການຄຸ້ມຄອງບໍລິຫານໂຄງການ, ວຽກງານຈັດຊື້-ຈັດຈ້າງ ແລະ ການເງິນ, ວຽກງານການສຳຫຼວດວິສາຫະກິດ, ການສ້າງປີຖານໃໝ່ ການຄິດໄລ່ ລວມຍອດຜະລິດຕະພັນພາຍໃນ ແລະ ການສ້າງກະຕ່າສິນຄ້າສຳລັບການຄິດໄລ່ດັດຊະນີລາຄາ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ໃໝ່, ການວິໄຈຄວາມທຸກຍາກຈາກຜົນການສຳຫຼວດ ການຊົມໃຊ້ ແລະ ການໃຊ້ຈ່າຍ, ຄວາມຄືບໜ້າການສຳຫຼວດຜົນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ແລະ ການເກັບກຳຂໍ້ມູນລະບົບແຜນທີ່ GIS), ວຽກງານໄອຊີທີ ແລະ ການພັດທະນາສູນລວມການເຜີຍແຜ່ຂໍ້ມູນ(Data Portal) ແລະ ກ້າວໄປເຖິງຜົນການສ້າງບົດບັນທຶກຊ່ວຍຈຳຮ່ວມກັນ.

ໃນພິທີ, ທ່ານ ປະທານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຍົກສູງຄວາມເປັນເຈົ້າການໃນການແລກປ່ຽນຄຳຄິດຄຳເຫັນ ຊອກເຫັນໄດ້ ຂໍ້ຕົກຄ້າງ ແລະ ສະເໜີວິທີແກ້ໄຂ ແລະ ທາງອອກ ຮ່ວມກັນຢ່າງສ້າງສັນ ເພື່ອຂ້າມຜ່ານຂອດທີ່ຫຍຸ້ງຍາກ, ແນ່ໃສ່ການຊຸກຍູ້ໃຫ້ໂຄງການ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ຢ່າງມີປະສິດທິພາບ.