ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2026 ຢູ່ທີ່ໂຮມແຮມ ມິດຕະພາບ, ເມືອງ ໄຊ, ແຂວງ ອຸດົມໄຊ, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງ ການເງິນ ໄດ້ຈັດຝຶກອົບຮົມສ້າງຄວາມອາດສາມາດໃຫ້ແກ່ພະນັກງານຂັ້ນສູນກາງ ແລະ ຂັ້ນແຂວງ ກ່ຽວກັບການເກັບກໍາຂໍ້ມູນສະຖິຕິທາງດ້ານໄພພິບັດ ແລະ ການຕັ້ງຖິ່ນຖານຂອງມະນຸດ.
ການຝຶກອົບຮົມດັ່ງກ່າວຈັດຂື້ນ ໂດຍເປັນປະທານຂອງທ່ານ ນ. ປອ ແສງໄພວັນ ແສງອາພອນ ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ, ກະຊວງການເງິນ ຮ່ວມກັບ ທ່ານ ປອ ສຸລິຍາ ສຸພິທັກ ຫົວໜ້າ ພະແນກການເງິນ, ແຂວງ ອຸດົມໄຊ, ເຊິ່ງຜູ້ຕ່າງໜ້າຈາກບັນດາຂະແໜງການຂັ້ນສູນກາງ ແລະ ບັນດາແຂວງພາກເໜືອເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 13 ທ່ານ, ການຝຶກອົບຮົມຄັ້ງນີ້ໄດ້ດໍາເນີນເປັນເວລາ 5 ວັນ.
ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030 ລັດຖະບານ ກໍ່ຄື ກະຊວງການເງິນ ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງວຽກງານສະຕິຖິ ຈຶ່ງໄດ້ມີການຈັດຝຶກອົບຮົມສ້າງຄວາມອາດສາມາດໃຫ້ແກ່ພະນັກງານຂັ້ນສູນກາງ ແລະ ຂັ້ນແຂວງ ກ່ຽວກັບການເກັບກໍາຂໍ້ມູນສະຖິຕິທາງດ້ານໄພພິບັດ ແລະ ການຕັ້ງຖິ່ນຖານຂອງມະນຸດ, ເນື່ອງຈາກໄພພິບັດທາງທໍາມະຊາດເຊັ່ນ: ນ້ຳຖ້ວມ, ພາຍຸ, ດິນເຈື່ອນ ແລະ ໄພແຫ້ງແລ້ງ ເຊິ່ງສົ່ງຜົນກະທົບຕໍ່ຊີວິດ ແລະ ການດຳລົງຊີວິດຂອງປະຊາຊົນນັບມືນັບຮຸນແຮງຂື້ນເລີຍໆໃນແຕ່ລະປີ, ຂໍ້ມູນກ່ຽວກັບການຕັ້ງຖິ່ນຖານ ແລະ ການກະຈາຍຕົວຂອງປະຊາກອນ ກໍ່ເປັນພື້ນຖານສຳຄັນ ໃນການວາງແຜນພັດທະນາສັງຄົມ-ເສດຖະກິດ, ການຈັດສັນຊັບພະຍາກອນ ແລະ ການຊ່ວຍເຫຼືອປະຊາຊົນໃນເວລາເກີດໄພພິບັດ ໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມ.
ດັ່ງນັ້ນ, ການມີຂໍ້ມູນສະຖິຕິທີ່ຖືກຕ້ອງ, ທັນເວລາ ແລະ ເຊື່ອຖືໄດ້ ກໍ່ຕ້ອງໄດ້ມີການສ້າງຄວາມອາດສາມາດໃຫ້ແກ່ພະນັກງານຂັ້ນສູນກາງ ແລະ ຂັ້ນແຂວງ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະ ໃນການເກັບກຳ, ການວິເຄາະ ແລະ ການນຳໃຊ້ຂໍ້ມູນສະຖິຕິ ໃຫ້ເກີດປະໂຫຍດຕໍ່ວຽກງານຕົວຈິງ ແລະ ການວາງແຜນໃນອະນາຄົດ.