ກອງປະຊຸປຶກສາຫາລື ແລະ ນຳສະເໜີ ກ່ຽວກັບແຜນການຈັດຕັ້ງປະຕິບັດໂຄງການ Power Data ໃນ ສປປ ລາວ.

ໃນຕອນເຊົ້າຂອງວັນທີ 06 ພຶດສະພາ 2026, ທີ່ສູນສະຖິຕິແຫ່ງຊາດ, ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງ ການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ນຳສະເໜີ ກ່ຽວກັບແຜນການຈັດຕັ້ງປະຕິບັດໂຄງການ Power Data ໃນ ສປປ ລາວ.

ກອງປະຊຸມດັ່ງກ່າວຈັດຂື້ນ ໂດຍເປັນປະທານຂອງທ່ານ ນ. ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ຮ່ວມກັບ ທ່ານ ນາງ ອິດາ ບິຢອກ ທີ່ປຶກສາພາກພື້ນປະຈໍາພະແນກເສດຖະກິດ ຂອງຄະນະກໍາມະການເສດຖະກິດ ແລະ ສັງຄົມ ສປຊ ແລະ ທ່ານ ເດວິດ ແບຼັກແມນ ນັກເສດຖະສາດອາວຸໂສ ປະຈໍາຫ້ອງການຜູ້ປະສານງານ ສປຊ ຢູ່ ສປປ ລາວ ເຊິ່ງມີຮອງຫົວໜ້າສູນສະຖິຕິແຫ່ງຊາດພ້ອມໂດຍຜູ້ຕ່າງໜ້າຈາກບັນດາຂະແໜງການຕ່າງໆເຂົ້າຮ່ວມປະມານ 41 ທ່ານ ຍິ່ງ 14 ທ່ານ, ກອງປະຊຸມໄດ້ດໍາເນີນເປັນເວລາ 2 ວັນ.

ຈຸດປະສົງຂອງໂຄງການທີ່ອົງການ ESCAP ໄດ້ສະໜັບສະໜູນ ສູນສະຖິຕິແຫ່ງຊາດ ໃນການສ້າງຄວາມເຂັ້ມ ແຂງ ເພື່ອເຮັດໃຫ້ມີຂໍ້ມູນທີ່ເຊື່ອຖືໄດ້ ທັນເວລາ ສໍາລັບການກໍານົດນະໂຍບາຍ ແລະ ການສະໜັບສະໜູນ ໃນການເສີມຂະຫຍາຍຂີດຄວາມສາມາດທາງດ້ານຂົງເຂດເສດຖະກິດ ແລະ ສັງຄົມ ໃນພາກພື້ນອາຊີ ແລະ ປາຊີຟິກ. ອົງການ ESCAP ຍັງໄດ້ຮ່ວມມືກັບ ສູນສະຖິຕິແຫ່ງຊາດ ໃນການຍົກລະດັບຄວາມເຂົ້າໃຈດ້ານຂໍ້ມູນໃຫ້ແກ່ຜູ້ກໍານົດນະໂຍບາຍ ເພື່ອເພີ່ມການນໍາໃຊ້ຂໍ້ມູນສະຖິຕິທາງການ ໃນການສົ່ງເສີມການວາງແຜນ ແລະ ການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ (SDGs), ເຊິ່ງໂຄງການນີ້ ແມ່ນການສ້າງຄວາມເຂັ້ມແຂງ ເພື່ອເຮັດໃຫ້ມີຂໍ້ມູນທີ່ເຊື່ອຖືໄດ້ ທັນເວລາ ສໍາລັບການກໍານົດນະໂຍບາຍ ແລະ ການສະໜັບສະໜູນ ໃນການເສີມຂະຫຍາຍຂີດຄວາມສາມາດການວິເຄາະ ແລະ ເຜີຍແຜ່ຂໍ້ມູນ ໂດຍສະເພາະຂໍ້ມູນ ທີ່ສະໜອງໃຫ້ແກ່ການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP). ອົງການ ESCAP ຍັງໄດ້ຮ່ວມມືກັບ ສູນສະຖິຕິແຫ່ງຊາດ ກ່ຽວກັບການສະໜັບສະໜູນທາງດ້ານວິຊາການ ສະຖິຕິການ ຫຼາຍຂົງເຂດວຽກງານທາງສະຖິຕິ ເຊິ່ງກ່ຽວຂ້ອງກັບການສ້າງນະໂຍບາຍ ແລະ ການວາງແຜນພັດທະນາ ເຊິ່ງໃນກອງປະຊຸມພົບປະລະຫວ່າງສູນສະຖິຕິແຫ່ງຊາດ ແລະ ຄະນະກໍາມະການເສດຖະກິດ ແລະ ສັງຄົມ ສຳລັບອາຊີ-ປາຊີຟິກ (ESCAP) ແມ່ນໄດ້ປຶກສາຫາລືການຮ່ວມມື ກ່ຽວກັບ pilot project about theme: “Power of Data’’ ເພື່ອບຸລິມະສິດຂົງເຂດເຂົ້າຮ່ວມໂຄງການ ແລະ ປຶກສາຫາລື ກ່ຽວກັບການສ້າງລະບົບການເກັບກໍາຂໍ້ມູນໃນລະດັບຊາດ ເປັນຕົ້ນແມ່ນຂໍ້ມູນຕົວຊີ້ບອກເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງໄດ້ກວມເອົາ 6 ຂົງເຂດຄື: ລະບົບອາຫານ, ການເຂົ້າເຖິງ ແລະ ຄວາມສາມາດໃນການຊຳລະຄ່າພະລັງງານ, ການເຊື່ອມຕໍ່ດິຈິຕອນ, ການສຶກສາ, ການຈ້າງງານ ແລະ ການປົກປ້ອງທາງສັງຄົມ, ການປ່ຽນແປງສະພາບອາກາດ, ການສູນເສຍຄວາມຫຼາກຫຼາຍທາງຊີວະນານາພັນ ແລະ ມົນລະຜິດ;

ການເຂົ້າຮ່ວມໂຄງການນີ້ ແມ່ນມີຜົນປະໂຫຍດຫຼາຍ ສຳລັບສູນສະຖິຕິແຫ່ງຊາດ ເຊິ່ງເປັນໂຄງການທີ່ສ້າງຄວາມອາດສາມາດໃຫ້ແກ່ຜູ້ກຳນົດນະໂຍບາຍ ເຊິ່ງຈະມີການຈັດຝຶກອົບຮົມເປົ້າໝາຍ ໃຫ້ແກ່ທັງລະດັບຜູ້ບໍລິຫານອາວຸໂສ ແລະ ລະດັບກາງ ເພື່ອເພີ່ມຄວາມເຂົ້າໃຈກ່ຽວກັບວິທີທີ່ຂໍ້ມູນສາມາດສະໜັບສະໜູນການຕັດສິນໃຈ ແລະ ສ້າງຄວາມຮູ້ດ້ານຂໍ້ມູນສະຖິຕິ (data literacy). ນອກນັ້ນ, ຍັງສ້າງຄວາມສາມາດໃຫ້ແກ່ຜູ້ຜະລິດຂໍ້ມູນ ໂດຍການຈັດຝຶກອົບຮົມເປົ້າໝາຍທີ່ມີເນື້ອໃນເໜັ້ນໃສ່ການປັບປຸງການເຂົ້າເຖິງຂໍ້ມູນ, ການນໍາສະເໜີຂໍ້ມູນໃນຮູບແບບເຫັນພາບ (visualization) ແລະ ການສື່ສານກັບຜູ້ນໍາໃຊ້ຂໍ້ມູນ.