ໃນວັນທີ 08 ເມສາ 2026, ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ຂອງຂະແໜງການເສດຖະກິດ ໄຕມາດ 1 ປີ 2026 ໂດຍການເປັນປະທານຂອງ ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ມີຜູ້ເຂົ້າຮ່ວມຈາກ ບັນດາກົມພາຍໃນກະຊວງການເງິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວັດທະນາທຳ ແລະ ທ່ອງທ່ຽວ ແລະ ທະນາຄານກາງ ແລະ ມີພະນັກງານທີ່ກ່ຽວຂ້ອງພາຍໃນກົມສະຖິຕິເສດຖະກິດ ແລະ ສັງຄົມເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ເພື່ອປຶກສາຫາລື ຜົນຂອງການຄາດຄະເນ ລວມຍອດຜະລິດຕະພັນພາຍໃນ (GDP) ປະຈຳໄຕມາດ 1 ແລະ ຄາດຄະເນທ່າອ່ຽງ ໄຕມາດ2 ປີ 2026. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບກົນໄກການການປະສານງານ, ການເກັບກໍາ ແລະ ລາຍງານຂໍ້ມູນ ທີ່ຕິດພັນກັບການຈັດຕັັ້ງປະຕິບັດຂອງ ແຕ່ລະຂະແໜງການໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ວິໄຊ ສັນຕິວົງ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ມີຄຳເຫັນວ່າ: ຕໍ່ກັບສະພາບເສດຖະກິດຂອງລາວໃນປະຈຸບັນ ຍັງສືບຕໍ່ພົບກັບຄວາມຫຍຸ້ງຍາກ ແລະ ທ້າທາຍທາງດ້ານເສດຖະກິດ ໂດຍສະເພາະແມ່ນ ບັນຫາການເພີ່ມຂຶ້ນຂອງລາຄານ້ຳມັນ ທີ່ສົ່ງກະທົບຕໍ່ກັບຕ່ອງໂສ້ການຜະລິດ ແລະ ການບໍລິການ ເຮັດໃຫ້ລາຄາສິນຄ້າ ແລະ ການບໍລິການ ບາງລາຍການເພີ່ມຂື້ນໃນ ໄຕມາດ 1 ປີ 2026 ແລະ ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ; ສະນັ້ນ, ຕໍ່ກັບບັນຫາດັ່ງກ່າວ ທ່ານປະທານໄດ້ມອບໃຫ້ ຄະນະວິຊາການ ກົມສະຖິຕິເສດຖະກິດ ແລະ ສັງຄົມ ສຶບຕໍ່ເກັບກຳຂໍ້ມູນ, ວິເຄາະ, ວິໄຈ ແລະ ສົມທົບເຮັດວຽກຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ຢ່າງໃກ້ສິດ ເພື່ອຕີລາຄາສະພາບທ່າອ່ຽງເສດຖະກິດ ໃນໄຕມາດ2 ປີ 2026. ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດເຫັນຈາກບັນທ່ານຜູ່ຕາງໜ້າຈາກບັນດາກະຊວງ ແລະ ບັນດາກົມຈາກກະຊວງການເງິນ.


