ກອງປະຊຸມປຶກສາຫາລືກ່ຽວກັບ ຜ່ານຮ່າງການສ້າງປື້ມສະຖິຕິປະຈຳປີ 2025

ໃນລະຫວ່າງວັນທີ 30 ມີນາ ຫາ 03 ເມສາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ສູນສະຖິຕິແຫ່ງຊາດ ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຜ່ານຮ່າງການຈັດທຳປຶ້ມສະຖິຕິປະຈຳປີ 2025.

ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍການເປັນປະທານຂອງທ່ານ ຟອງສະໝຸດ ຄໍາວານວົງສາ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ໂດຍມີທ່ານ ປອ ນາງ ແສງໄພວັນ ແສງອາພອນ ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ພ້ອມດ້ວຍຄະນະນຳ,ພະນັກງານວິຊາການ ແລະ ຜູ້ເຂົ້າຮ່ວມຈາກ 14 ຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີເປີດ,ທ່ານ ຟອງສະໝຸດ ຄໍາວານວົງສາ ໄດ້ເນັ້ນໜັກເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານສະຖິຕິໃນການເປັນພື້ນຖານສຳຄັນໃຫ້ແກ່ການວາງແຜນ ແລະ ການກຳນົດນະໂຍບາຍພັດທະນາເສດຖະກິດ-ສັງຄົມ ໂດຍອີງໃສ່ກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດໄລຍະ 2016-2025. ພ້ອມທັງໄດ້ຊີ້ແຈງວ່າການຜະລິດ ແລະ ນຳໃຊ້ຂໍ້ມູນສະຖິຕິທາງການຈະຊ່ວຍຍົກສູງຄຸນນະພາບການບໍລິຫານ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ພາກລັດ ແລະ ເອກະຊົນພ້ອມທັງຮັບປະກັນໃຫ້ລະບົບສະຖິຕິແຫ່ງຊາດທຽບທັນມາດ ຕະຖານສາກົນ.

ກອງປະຊຸມຈະໄດ້ດຳເນີນເປັນເວລາ 5 ວັນ, ບັນດາຜູ້ແທນໄດ້ຮ່ວມກັນພິຈາລະນາ, ປຶກສາຫາລື ແລະ ໃຫ້ຄຳເຫັນຢ່າງລະອຽດຕໍ່ໂຄງຮ່າງປຶ້ມສະຖິຕິປະຈຳປີ 2025 ຊຶ່ງປະກອບມີ 23 ພາກສ່ວນຫຼັກ ແລະ 168 ຕາຕະລາງເປົ້າໝາຍໂດຍຄອບຄຸມສະຖິຕິສຳຄັນຫຼາຍດ້ານເຊັ່ນ: ສະຖິຕິເສດຖະກິດ, ສະຖິຕິສັງຄົມ, ສະຖິຕິສິ່ງແວດລ້ອມ ແລະ ສະຖິຕິຄວາມໝັ້ນຄົງ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຫາລືເຖິງການນໍາໃຊ້ເທັກໂນໂລຊີທັນສະໄໝເຊັ່ນ: ລະບົບ API ແລະ ການເຜີຍແຜ່ຂໍ້ມູນຜ່ານເວັບໄຊເພື່ອເພີ່ມຄວາມວ່ອງໄວ ແລະ ອຳນວຍຄວາມສະດວກໃນການເຂົ້າເຖິງຂໍ້ມູນຂອງຜູ້ນຳໃຊ້.

ປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ການມີສ່ວນຮ່ວມຢ່າງມີຄວາມຮັບຜິດຊອບຂອງບັນດາຜູ້ແທນ, ພ້ອມທັງໄດ້ເນັ້ນໃຫ້ 14 ຂະແໜງການສືບຕໍ່ປະສານງານຢ່າງໃກ້ຊິດໃນການສະໜອງຂໍ້ມູນທີ່ຄົບຖ້ວນ, ໂປ່ງໃສ ແລະ ທັນເວລາ. ພ້ອມນີ້ຍັງໄດ້ເນັ້ນໜັກເຖິງການດຳເນີນພັນທະສາກົນໃນການສົ່ງຂໍ້ມູນໃຫ້ແກ່ ASEANStats ເພື່ອຍົກສູງພາບລັກ ແລະ ບົດບາດຂອງລາວໃນເວທີສາກົນ.

ສໍາລັບຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ຈະເປັນກ້າວສຳຄັນ ໃນການພັດທະນາກົນໄກປະສານງານ ລະ ຫວ່າງສູນສະຖິຕິແຫ່ງຊາດ ກັບ ບັນດາກະຊວງທີ່ກ່ຽວຂ້ອງໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງຂຶ້ນເພື່ອຮອງຮັບການຈັດທຳປຶ້ມສະຖິຕິປະຈຳປີ 2025 ໃຫ້ເປັນເອກະສານທີ່ມີຄຸນນະພາບສູງ ແລະ ເປັນປະໂຫຍດຢ່າງແທ້ຈິງຕໍ່ການພັດທະນາປະເທດຊາດ.