ກອງປະຊຸມຄະນະຊີ້ນຳໂຄງການ ແລະ ການສະຫຼຸບການຈັດຕັ້ງປະຕິບັດ ໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລຸກຊໍາບວກດ້ານສະຖິຕິ ໄລຍະ II ປີ 2021-2026 (LLPSII)

ກອງປະຊຸມຄະນະຊີ້ນຳໂຄງການ ແລະ ການສະຫຼຸບການຈັດຕັ້ງປະຕິບັດ ໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລຸກຊໍາບວກດ້ານສະຖິຕິ ໄລຍະ II ປີ 2021-2026 (LLPSII) ເຊິ່ງໄດ້ຈັດຂຶ້ນໃນວັນທີ 26 ມີນາ 2026 ທີ່ໂຮງແຮມອໍາມາລີ, ນະຄອນຫຼວງວຽງຈັນ ເຊິ່ງປະທານກອງປະຊຸມ ນໍາໂດຍ ທ່ານ ຟອງສະມຸດ ຄໍາວານວົງສາ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ຮ່ວມກັບທ່ານ ໂທມັດສ ລາມມາຣ, ອຸປະທູດລຸກຊໍາບວກ ປະຈໍາ ສປປ ລາວ ເຊິ່ງມີບັນດາທ່ານຄະນະຊີ້ນຳໂຄງການ, ບັນດາທ່ານ ຫົວໜ້າກົມ, ຮອງກົມ ແລະ ບັນດາຄູ່ຮ່ວມພັດທະນາ ທັງໃນຮູບແບບເຊິງໜ້າ ແລະ ທາງໄກ ທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.​

     ໂຄງການຮ່ວມມືລະຫວ່າງ ລັດຖະບານ ສປປລາວ ແລະ ລາດຊາອານາຈັກ ລຸກຊໍາບວກ ແມ່ນໂຄງການຊ່ວຍເຫຼືອລ້າດ້ານວິຊາການ ແນ່ໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ສູນສະຖິຕິແຫ່ງຊາດ ກໍ່ຄືລະບົບສະຖິຕິແຫ່ງຊາດ ໃນການຜະລິດສະຖິຕິ ແລະ ຕົວຊີ້ບອກ ໃຫ້ໄປຕາມມາດຖານສາກົນ ໃນການປະເມິນເປົ້າໝາຍການພັດທະນາແບບຍືນຍົງປີ 2030, ເຊິ່ງລັດຖະບານລາວໄດ້ຮັບເອົາການຊ່ວຍເຫຼືອທາງດ້ານວິຊາການ ຈາກລັດຖະບານລຸກຊໍາບວກ, ໂດຍຕາງໜ້າຈາກລັດຖະບານຝ່າຍລາວ ແມ່ນສູນສະຖິຕິແຫ່ງຊາດ ແລະ ຕາງໜ້າຈາກຝ່າຍ ລັດຖະບານລຸກຊໍາບວກ ແມ່ນສະຖາບັນຄົ້ນຄວ້າສະຖິຕິ ແລະ ເສດຖະກິດ (STATEC) ເປັນຜູ້ຈັດຕັ້ງປະຕິບັດໂຄງການ. ໂຄງການຮ່ວມມືດ້ານສະຖິຕິລາວ-ລຸກຊໍາບວກ ແມ່ນເປັນໂຄງການສືບຕໍ່ຈາກໄລຍະ I ທີ່ໄດ້ຈັດຕັ້ງປະຕິບັດໃນປີ 2017-2020 (LLPSI);  ໂຄງການໄລຍະ II ປີ 2021-2026 (LLPSII), ເຊິ່ງໂຄງການ LLPSII ຈະສີ້ນສຸດການຈັດຕັ້ງປະຕິບັດໂຄງການ ແລະ ປິດໂຄງການໃນມື້ນີ້.

     ຕະຫລອດ ໄລຍະຜ່ານມາ, ສູນສະຖິຕິແຫ່ງຊາດ ໄດ້ພະຍາຍາມຢ່າງຕໍ່ເນື່ອງໃນການສະໜອງຂໍ້ມູນສະຖິຕິທີ່ເຊື່ອຖືໄດ້ສຳລັບການຕິດຕາມ ແລະ ປະເມີນຜົນການດຳເນີນງານຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ (NSEDP), ລວມທັງເປົ້າໝາຍການພັດທະນາແບບຍືນຍົງ (SDGs). ເພື່ອຕອບສະໜອງຄວາມຈໍາເປັນຂອງຄວາມຕ້ອງການຂໍ້ມູນເພີ່ມຂຶ້ນ, ເຊິ່ງສະແດງໃຫ້ເຫັນຜົນສໍາເລັດຫລາຍດ້ານ.

ລັດຖະບານ ສປປ ລາວ ແລະ ລາຊະອານາຈັກ ລຸກຊໍາບວກ ໄດ້ເນັ້ນຢ້ຳເຖິງຜົນສໍາເລັດອັນແຂງແຮງ ແລະ ຜົນກະທົບທີ່ຍືນຍົງ ຈາກການຮ່ວມມືດ້ານສະຖິຕິ ໂດຍເປັນການໝາຍເຖິງການສໍາເລັດຂອງໄລຍະທີ 2 ຂອງ ໂຄງການຮ່ວມມືດ້ານສະຖິຕິ ລະຫວ່າງ ສປປ ລາວ – ລຸກຊໍາບວກ  (LLPS2). ເຊິ່ງຫົວໃຈສໍາຄັນຂອງໂຄງການນີ້ ແມ່ນການຮ່ວມມືແບບໃກ້ຊິດໃນລະດັບສະຖາບັນ ລະຫວ່າງ ສູນສະຖິຕິແຫ່ງຊາດ (LSB) ແລະ ສະຖາບັນສະຖິຕິແຫ່ງຊາດຂອງ ລຸກຊໍາບວກ (STATEC) ໂດຍມີການສະໜັບສະໜູນດ້ານການດໍາເນີນງານຈາກ ທີ່ປຶກສາ ໂກປາ (GOPA). ການຮ່ວມມືນີ້ ໄດ້ຖືກສ້າງຂຶ້ນຈາກການວາງແຜນດ້ານເຕັກນິກຮ່ວມກັນ, ການແລກປ່ຽນຢ່າງສະໝ່ຳສະເໜີ ແລະ ການລະດົມນັກຊ່ຽວຊານຈາກທັງສອງສະຖາບັນ, ເຮັດໃຫ້ການຮ່ວມມືນີ້ບໍ່ພຽງແຕ່ສົ່ງເສີມລະບົບສະຖິຕິໃຫ້ແຂງແຮງຂຶ້ນ, ແຕ່ຍັງເສີມສ້າງຄວາມສໍາພັນວິຊາຊີບ ແລະ ການແບ່ງປັນຄວາມຊໍານານລະຫວ່າງສອງປະເທດ

ໂຄງການ LLPS2 ໄດ້ດໍາເນີນການຕັ້ງແຕ່ເດືອນ ພະຈິກ 2021 ຫາ ເດືອນ ມີນາ 2026 ແລະ ໄດ້ສົ່ງເສີມຢ່າງສໍາຄັນໃຫ້ແກ່ ສູນສະຖິຕິແຫ່ງຊາດ ແລະ ລະບົບສະຖິຕິແຫ່ງຊາດ. ດ້ວຍງົບປະມານ 2.05 ລ້ານຢູໂຣ ແລະ ອັດຕາການດໍາເນີນງານບັນລຸ 99.8% ໂຄງການໄດ້ສໍາເລັດ 93% ຂອງຜົນຜະລິດທີ່ວາງແຜນໄວ້ ຊຶ່ງສະທ້ອນໃຫ້ເຫັນຜົນງານທີ່ແຂງແຮງ ແລະ ການຮ່ວມມືທີ່ມີປະສິດທິຜົນ

ໜຶ່ງໃນຜົນກະທົບທີ່ສຳຄັນທີ່ສຸດຂອງ LLPS2 ແມ່ນຢູ່ໃນຂົງເຂດສະຖິຕິດ້ານສິ່ງແວດລ້ອມ. ແມ່ນວ່າກ່ອນໜ້ານີ້ ມີຂໍ້ມູນໃນຂົງເຂດນີ້ຢູ່ແລ້ວ, ແຕ່ການດໍາເນີນງານຍັງກະຈັດກະຈາຍ ແລະ ບໍ່ທັນເປັນລະບົບສະຖາບັນ. ໂຄງການໄດ້ສະໜັບສະໜູນການຈັດຕັ້ງ ພະແນກສະຖິຕິສິ່ງແວດລ້ອມ ແລະ ຄວາມຍືນຍົງ ພາຍໃນ ສູນສະຖິຕິແຫ່ງຊາດ (LSB) ໂດຍມີອຳນາດໜ້າທີ່ທີ່ຊັດເຈນ, ການກຳນົດບົດບາດຢ່າງຊັດເຈນ ແລະ ມີເຄື່ອງມື ພ້ອມຂັ້ນຕອນການດໍາເນີນງານ ທີ່ຈຳເປັນ ເພື່ອການດໍາເນີນງານແບບຍືນຍົງ

ການປ່ຽນແປງນີ້ ໄດ້ເຮັດໃຫ້ ສປປ ລາວ ສາມາດຂະຫຍາຍການມີຢູ່ ແລະ ການນຳໃຊ້ຂໍ້ມູນດ້ານສິ່ງແວດລ້ອມ ຢ່າງຫຼາຍ. ແຫຼ່ງຂໍ້ມູນໃໝ່ໆ ໄດ້ຖືກພັດທະນາຂຶ້ນ, ລວມທັງການສຳຫຼວດການຈັດການຂີ້ເຫຍື້ອແຂງຂອງຄົວເຮືອນ ໃນລະດັບຊາດເທື່ອທຳອິດ ແລະ ການເສີມສ້າງລະບົບການເກັບກໍາຂໍ້ມູນທາງບໍລິຫານ. ໃນເວລາດຽວກັນ, ປະເທດໄດ້ບັນລຸຄວາມຄືບໜ້າສຳຄັນໃນການບັນຊີເສດຖະກິດ-ສິ່ງແວດລ້ອມ, ຊຶ່ງເຮັດໃຫ້ ສປປ ລາວ ກາຍເປັນໜຶ່ງໃນປະເທດນຳໃນພາກພື້ນ ໃນຂົງເຂດນີ້. ຄວາມຄືບໜ້າເຫຼົ່ານີ້ ກຳລັງຖືກນຳໃຊ້ເພື່ອສະໜັບສະໜູນການຕັດສິນໃຈ ໂດຍສ້າງຜະລິດສະຖິຕິ ທີ່ເຂົ້າເຖິງງ່າຍ ເຊັ່ນ: ປຶ້ມສະຖິຕິສິ່ງແວດລ້ອມ ແລະ ສະຫຼຸບຫຍໍ້ນະໂຍບາຍ ກ່ຽວກັບວຽກງານສິ່ງແວດລ້ອມ.

ໃນຂົງເຂດສະຖິຕິສັງຄົມ, ໂຄງການ LLPS2 ໄດ້ມີບົດບາດສຳຄັນໃນການສະໜັບສະໜູນ ການສຳຫຼວດລາຍຈ່າຍ ແລະ ການບໍລິໂພກຂອງຄົວເຮືອນ (LECS7) ຊຶ່ງເປັນໜຶ່ງໃນແຫຼ່ງຂໍ້ມູນສັງຄົມ-ເສດຖະກິດທີ່ສຳຄັນທີ່ສຸດຂອງປະເທດ. ນອກຈາກການດໍາເນີນການສຳຫຼວດແລ້ວ, ໂຄງການຍັງໄດ້ເສີມສ້າງຂີດຄວາມສາມາດໃນລະດັບຊາດ ດ້ານການວິເຄາະຂໍ້ມູນ ເຮັດໃຫ້ ສູນສະຖິຕິແຫ່ງຊາດ ສາມາດມີບົດບາດຫຼັກໃນການຕິດຕາມຄວາມຄືບໜ້າດ້ານການພັດທະນາ. ໂດຍສະເພາະ, ຄວາມພະຍາຍາມເຫຼົ່ານີ້ ໄດ້ມີສ່ວນຊ່ວຍໂດຍກົງ ຕໍ່ການລາຍງານເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ແລະ ການຈັດການຈັດທຳບົດລາຍງານທົບທວນແຫ່ງຊາດແບບສະໝັກໃຈ (VNRs) ຂອງ ສປປ ລາວ

ໂຄງການ LLPS2 ໄດ້ສ້າງຕັ້ງຂົງເຂດສະຖິຕິທຸລະກິດ ແລະ ການຄາດຄະເນເສດຖະກິດ ໃຫ້ເປັນຂົງເຂດໃໝ່ຢ່າງແທ້ຈິງ ພາຍໃນ ສູນສະຖິຕິແຫ່ງຊາດ ໂດຍໄດ້ຈັດໃຫ້ມີລະບົບຫຼັກສໍາຄັນ ເຊັ່ນ ທະບຽນທຸລະກິດສະຖິຕິ (Statistical Business Register) ແລະ ການເສີມສ້າງຂີດຄວາມສາມາດ ໃນການວິເຄາະ ຕົວເລກຜະລິດຕະພັນພາຍໃນ (GDP) ແລະ ອັດຕາເງິນເຟີ້ ຢ່າງເຂັ້ມແຂງ ຊຶ່ງໄດ້ຊ່ວຍຍົກລະດັບຄວາມສາມາດ ໃນການຕິດຕາມ ແລະ ຄາດຄະເນແນວໂນ້ມເສດຖະກິດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ໂຄງການ LLPS2 ຍັງໄດ້ລົງທຶນການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງຄວາມເຂັ້ມແຂງໃຫ້ ສະຖາບັນ ແລະ ອົງກອນ, ໂດຍສະເພາະການພັດທະນາແຜນຫຼັກດ້ານຊັບພະຍາກອນມະນຸດ (Human Resources Master Plan) ຢ່າງຄົບຖ້ວນ ແລະ ກອບແຜນການຮຽນຮູ້ ແລະ ພັດທະນາ (Learning and Development Framework) ເພື່ອເປັນແນວທາງໃນການເສີມສ້າງ LSB ໃນໄລຍະຍາວ. ຜ່ານການຝຶກອົບຮົມທີ່ມີເປົ້າໝາຍ, ການພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການຝຶກງານລະດັບນານາໆຊາດ, ນັກສະຖິຕິລຸ້ນໃໝ່ ກຳລັງຖືກສ້າງໃຫ້ມີທັກສະທີ່ຈໍາເປັນ ເພື່ອນຳພາ ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານສະຖິຕິ, ເຊິ່ງບັນດາຊ່ຽວຊານຫຼາຍຄົນ ໄດ້ນໍາໃຊ້ຄວາມຮູ້ ຂອງຕົນ ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ ສ້າງຄວາມອາດສາມາດໃຫ້ພະນັກງານ ຂອງສູນສະຖິຕິແຫ່ງຊາດ.

ພ້ອມກັນນັ້ນ, ໂຄງການ LLPS2 ຍັງໄດ້ສະໜັບສະໜູນການປັບໂຄງສ້າງຂອງ ສູນສະຖິຕິແຫ່ງຊາດ ທີ່ກຳລັງດຳເນີນ ເພື່ອການເສີມສ້າງລະບົບວາງແຜນພາຍໃນ, ການພັດທະນາຂີດຄວາມສາມາດດ້ານທັກສະຄວາມເປັນຜູ້ນໍາ ແລະ ການຍົກລະດັບປະສິດທິຜົນຂອງອົງກອນ ເຊິ່ງໄດ້ວາງພື້ນຖານ ໃຫ້ແກ່ການພັດທະນາ ສະຖາບັນສະຖິຕິ ໃຫ້ທັນສະໄໝ ແລະ ຕອບສະໜອງຂໍ້ມູນໃຫ້ໄດ້ດີຂຶ້ນກວ່າ.

ຜົນສຳເລັດຂອງ ໂຄງການ LLPS2 ໄດ້ສະແດງໃຫ້ເຫັນເຖິງຄຸນຄ່າຂອງການຮ່ວມມືໃນໄລຍະຍາວ ລະຫວ່າງສະຖາບັນຕໍ່ສະຖາບັນ ໃນການສ້າງຂີດຄວາມສາມາດແຫ່ງຊາດ ໃຫ້ມີຄວາມຍືນຍົງ. ໃນລະຫວ່າງການປະຊຸມ, ທ່ານ ໂທມັດສ ລາມມາຣ, ອຸປະທູດລຸກຊໍາບວກ ປະຈໍາ ສປປ ລາວ ໄດ້ກ່າວເຖິງຄວາມເປັນໄປໄດ້ ໃນການດຳເນີນການໄລຍະທີ 3 (LLPS3) ຂອງການຮ່ວມມື ຊຶ່ງສະທ້ອນເຖິງຄວາມສົນໃຈຮ່ວມກັນ ໃນການຕໍ່ຍອດຜົນສຳເລັດ ແລະ ເສີມສ້າງບົດບາດຂອງສະຖິຕິ ໃນການສະໜັບສະໜູນການພັດທະນາແຫ່ງຊາດ.