ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານສະຖິຕິທົ່ວປະເທດ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ຢ່າງເປັນທາງການ

ໃນລະຫວ່າງວັນທີ 26-27 ກຸມພາ 2026, ທີ່ໂຮງແຮມ ສຸພັດຕຣາ ໄດ້ຈັດກອງປະຊຸມສະຫຼຸບວຽກງານສະຖິຕິທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ພາຍໃຕ້ຫົວຂໍ້: ຍົກສູງຄຸນນະພາບການຜະລິດ-ການເຜີຍແຜ່ຂໍ້ມູນສະຖິຕິ ເພື່ອການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ, ທັນສະໄໝ, ສີຂຽວ ແລະ ຍືນຍົງ”.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການຕ່າງໆ, ບັນດາກົມພາຍໃນກະຊວງການເງິນ ແລະ ຜູ້ແທນຈາກ 18 ແຂວງທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມຄັ້ງນີ້ ແມ່ນໄດ້ຕີລາຄາຄືນວຽກງານສະຖິຕິທີ່ມີເນື້ອໃນສໍາຄັນດັ່ງນີ້:

  1. ສະຫຼຸຸບຫຍໍ້ການຈັດຕັ້ງປະຕິບັດວຽກງານສະຖິຕິແຫ່ງຊາດປະຈໍາປີ 2025 ແລະ ທິດທາງແຜນການປີ 2026;
  2. ການຜ່ານຮ່າງ ຂໍ້ຕົກລົງວ່າດ້ວຍການລາຍງານ ແລະ ເຜີຍແຜ່ສະຖິຕິທາງການ (ສະບັບປັບປຸງ);
  3. ແຜນງານໂຄງການປັບປຸງລະບົບສະຖິຕິຂັ້ນທ້ອງຖິ່ນ;
  4. ສະຫຼຸຸບລາຍງານຜົນສຳເລັດການຈັດຕັ້ງປະຕິບັດພາກສະໜາມການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດຄັ້ງທີ V, ແນະນໍາການສະຫຼຸບລາຍງານການໃຊ້ຈ່າຍການເງິນ ແລະການຍ້ອງຍໍຊົມເຊີຍບຸກຄົນ ແລະການຈັດຕັ້ງທີ່ດີເດັ່ນ;
  5. ການຈັດຕັ້ງຜັນຂະຫຍາຍວຽກງານຈຸດສຸມປີ 2026 ດ້ານເສດຖະກິດ,ສັງຄົມ, ສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ;
  6. ແຜນການສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ່ IV;
  7. ການຫັນເປັນທັນສະໄໝການເຊື່ອມໂຍງຂໍ້ມູນສະຖິຕິ;
  8. ການຜ່ານຮ່າງຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026 ຫາ 2035 ແລະ ວິໃສທັດ 2040 ແລະແຜນການປັບປຸງກົດໝາຍວ່າດ້ວຍສະຖິຕິ.

ນອກຈາກນີ້, ຍັງໄດ້ມີການຄົ້ນຄວ້າປຶກສາຫາລືກ່ຽວກັບ:

  • ການສ້າງຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040.
  • ການປັບປຸງກົດໝາຍວ່າດ້ວຍສະຖິຕິ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່.
  • ການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາຂະແໜງການເງິນ 2026-2030.

ໃນວາລະທີ່ມີຄວາມໝາຍສຳຄັນນີ້, ກອງປະຊຸມວັນທີ 27 ກຸມພາ 2026 ຍັງໄດ້ຮັບກຽດຢ່າງສູງຈາກ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຊີ້ນຳຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຂະແໜງສະຖິຕິຍາດມາໄດ້ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະນຳ ແລະ ພະນັກງານວິຊາການທົ່ວຂະແໜງການ ສຸມໃສ່ບາງບັນຫາທີ່ສຳຄັນດັ່ງນີ້:

  1. ຍົກສູງຄຸນນະພາບ ແລະ ຄວາມທັນເວລາ: ເນັ້ນໃຫ້ຍົກສູງຄຸນນະພາບການເກັບກຳ, ການຜະລິດ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງການໃຫ້ມີຄວາມຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ ເພື່ອເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ການວາງນະໂຍບາຍ ແລະ ການຕິດຕາມ-ປະເມີນຜົນການພັດທະນາປະເທດ.
  2. ການຫັນເປັນທັນສະໄໝ: ຊຸກຍູ້ການນຳໃຊ້ເຕັກໂນໂລຊີເຂົ້າໃນການສ້າງຖານຂໍ້ມູນໃຫຍ່ (Big Data) ແລະ ການເຊື່ອມໂຍງຖານຂໍ້ມູນລະຫວ່າງຂະແໜງການ-ທ້ອງຖິ່ນ ໃຫ້ເປັນລະບົບດຽວກັນ.
  3. ພັດທະນາສະຖິຕິແບບໃໝ່: ໃຫ້ຄົ້ນຄວ້າ ແລະ ພັດທະນາປະເພດສະຖິຕິໃໝ່ ເປັນຕົ້ນແມ່ນ ສະຖິຕິສິ່ງແວດລ້ອມ, ສະຖິຕິຄວາມໝັ້ນຄົງ ແລະ ຖານຂໍ້ມູນທະບຽນຕ່າງໆ ທີ່ຕິດພັນກັບການຫັນເປັນທັນສະໄໝຂອງວຽກງານພາສີ-ອາກອນ.
  4. ສ້າງບຸກຄະລາກອນທີ່ມີຈັນຍາບັນ: ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານມີຄວາມຈົງຮັກພັກດີ, ມີຈັນຍາບັນໃນອາຊີບ ແລະ ຮັບປະກັນຄວາມໂປ່ງໃສຂອງຕົວເລກສະຖິຕິ ເພາະ “ຂໍ້ມູນທີ່ຜິດພາດ ຈະນຳໄປສູ່ການຕັດສິນໃຈທີ່ຜິດທິດທາງ”.
  5. ສຳເລັດວຽກງານຈຸດສຸມ: ເລັ່ງສະຫຼຸບ ແລະ ເຜີຍແຜ່ຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ພ້ອມທັງກະກຽມດຳເນີນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ IV ໃນປີ 2026 ໃຫ້ສຳເລັດຕາມແຜນການ.

ກອງປະຊຸມ ໄດ້ດຳເນີນເປັນເວລາ 2 ວັນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານສະຖິຕິໃນປີ 2025, ເຊິ່ງເປັນປີທີ່ວຽກງານສະຖິຕິໄດ້ຢັ້ງຢືນບົດບາດເປັນ “ກະດູກສັນຫຼັງ” ໃນການວາງແຜນນະໂຍບາຍທ່າມກາງສິ່ງທ້າທາຍດ້ານເສດຖະກິດ-ການເງິນ.

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນຈາກທັງສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ ແລະ ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.