ຜູ້ລົງສະໝັກເລືອກຕັ້ງ ເບີ 05

ໃນວັນທີ 22 ກຸມພາ 2026 ຊຶ່ງເປັນມື້ປ່ອນບັດເລືອກຕັ້ງ……✨

ກະຊວງການເງິນ ຂໍເຊີນຊວນບັນດາທ່ານ, ພໍ່ແມ່ພີ່ນ້ອງປະຊາຊົນຊົນທຸກທົ່ວໜ້າ ໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ເລືອກເອົາຜູ້ທີ່ມີຜົນງານ, ມີຄວາມຮູ້ຄວາມສາມາດ ເພື່ອມາສືບຕໍ່ພັດທະນາສ້າງສາປະ ເທດຊາດ ໂດຍຕາງໜ້າກະຊວງການເງິນ 02 ທ່ານ ຊຶ່ງເປັນຕົວແທນໃຫ້ແກ່ຂະແໜງການເງິນ ໃນຂອບເຂດທົ່ວປະເທດ ໄດ້ລົງສະໝັກເລືອກຕັ້ງໃນຄັ້ງນີ້ ໂດຍມີ :

1. ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ເບີ 5 ປະຈຳຢູ່ເຂດເລືອກຕັ້ງທີ 10 ແຂວງວຽງຈັນ;

2. ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ເບີ 16 ປະຈຳຢູ່ເຂດເລືອກຕັ້ງທີ 01 ນະຄອນຫຼວງວຽງຈັນ.