ໃນວັນທີ 10-11 ກຸມພາ 2026, ກອງປະຊຸມຄັ້ງທີ 31 ຂອງຄະນະອານຸກໍາມະການສະຖິຕິອາຊຽນວຽກງານແຜນການ ແລະ ການຮ່ວມມື (SCPC31) ໄດ້ໄຂຂຶ້ນຢູ່ທີ່ ມະນີລາ, ປະເທດຟິລິບປິນ, ເຊິ່ງມີບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າຫ້ອງການສະຖິຕິຈາກ 11 ປະເທດສະມາຊິກອາຊຽນ. ສຳລັບສູນສະຖິຕິແຫ່ງຊາດ ແມ່ນນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ ໂດຍທ່ານ ຟອງສະມຸດ ຄໍາວານວົງສາ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ພ້ອມດ້ວຍຄະນະພະແນກ ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້. ກອງປະຊຸມ ມີຫົວຂໍ້: ‘’ກ້າວໄປສູ່ອະນາຄົດຮ່ວມກັນ ດ້ວຍຄວາມຮ່ວມມື ເພື່ອຂັບເຄື່ອນວຽກງານສະຖິຕິ’’ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກ ໃນການຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນມີຄວາມຍືນຍົງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ. ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ໄດ້ຜ່ານເນື້ອໃນເອກະສານສໍາຄັນເປັນຕົ້ນແຜນບູລິມະສິດປະຈໍາປີ 2026 ຂອງ SCPC31 ແລະ ພ້ອມກັນປຶກສາຫາລືແລກປ່ຽນ ແລະ ນໍາໃຊ້ຂໍ້ມູນ ໃຫ້ມີຄວາມກວ້າງຂວາງ ແລະ ເສີມຂະຫຍາຍການເຊື່ອມໂຍງ ແລະ ການຮ່ວມມືໃຫ້ເຂັ້ມແຂງ ໃນຕໍ່ໜ້າ.