ພິທີປະດັບຫຼຽນກາລະນຶກ 50 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ( 2 ທັນວາ 1975 – 2 ທັນວາ 2025) ແລະ ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ງຄົມ ຜູ້ເກົ່າ ແລະ ຜູ້ໃໜ່

ໃນຕອນບ່າຍຂອງວັນທີ 23/01/2026, ສູນສະຖິຕິແຫ່ງຊາດ, ກະຊວງ ການເງິນ, ໄດ້ພິທີປະດັບຫຼຽນກາລະນຶກ 50 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ( 2 ທັນວາ 1975 – 2 ທັນວາ 2025) ແລະ ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ງຄົມ ຜູ້ເກົ່າ ແລະ ຜູ້ໃໜ່.

          ໂດຍເປັນປະທານຂອງທ່ານ ນ ເພັດສະໜອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າກົມ/ຮອງກົມ, ຫົວໜ້າພະແນກ/ຮອງພະແນກ ແລະ ວິຊາການເຂົ້າຮ່ວມ.

          ຈຸດປະສົ່ງຂອງກອງປະຊຸມແມ່ນ ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ  ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃຫ້ຜູ້ທີ່ມີອາຍຸການ 15 ປີຂື້ນໄປ ແລະ ການມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜ້ັນຄົງ ຜູ້ເກົ່າ ແລະ ຜູ້ໃໜ່.

          ຫົວໜ້າສູນສະຖິຕິແຫ່ງຊາດໄດ້ໃຫ້ທິດຊີ້ນໍາແກ່ພິທີປະດັບຫຼຽນກາລະນຶກ 50 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ງຄົມ ຜູ້ເກົ່າ ແລະ ຜູ້ໃໜ່ດັ່ງນີ້:

  • ສະແດງຄວາມຍິນດີບັນດາຜົນງານທີ່ຍາດມາໄດ້ ແລະ  ຈະຕ້ອງສຶບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານສະຖິຕິໃຫ້ມີຄຸນນະພາບ.
  •  ສືບຕໍ່ນໍາພາເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ;
  • ຮຽກຮ້ອງໃຫ້ບັນດາທ່ານ ຈົ່ງພ້ອມກັນເປັນເຈົ້າການໃນຍົກສູງຄວາມຮັບຜິດຊອບຂອງຕົນເອງ ປະກອບສ່ວນເຂົ້າໃນວຽກງານການຜະລິດຂໍ້ມູນສະຖິຕິໃຫ້ມີປະສິດທິພາບ ປະສິດທິຜົນເປັນຂໍ້ມູນທີ່ສະໜອງເຂົ້າໃນແຜນພັດທະນາເສດຖະກິດແຫ່ງຊາດ ຢ່າງເປັນປົກກະຕິ
  • ສືບຕໍ່ແຜນວຽກຈຸດສຸມ ໃນການຈັດຕັ້ງປະຕິບັດ ປີ 2026 ຂອງບັນດາກົມ ແລະ ຂອງສູນສະຖິຕິແຫ່ງຊາດ ໃຫ້ໄດ້ຮັບການຮັບຮອງ ແລະ ສາມາດຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆທີ່ກໍານົດໄວ້ໃຫ້ມີຜົນສໍາເລັດ.