ກອງປະຊຸມເຜີຍແຜ່ຜົນຂອງການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ IIIໃຫ້ແກ່ບັນດາຂະແໜງການຂັ້ນແຂວງ (ຈຸດພາກເໜືອ)

ໃນວັນທີ 19 ມັງກອນ 2026, ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງການເງີນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນຂອງການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ໃຫ້ແກ່ບັນດາຂະແໜງການຂັ້ນແຂວງ (ຈຸດພາກເໜືອ) ທີ່ ໂຮງແຮມສຸພັດຕາ ແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ແລະ ທ່ານ ນາງ ວຽນວິໄລ ດີລະພັນ, ຮອງປະທານຄະນະກໍາມະການປົກຄອງແຂວງ ຫຼວງພະບາງ. ນອກນັ້ນຍັງມີ ທ່ານ ນາງ ທິນາທິນ ບາວເມີ, ຫົວໜ້າແຜນງານນະໂຍບາຍສັງຄົມ ຜູ້ຕ່າງອົງການສະຫະປະຊາຊາດກອງທຶນເພື່ອເດັກ (UNICEF) ພ້ອມນີ້ມີບັນດາທ່ານ ຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ຕາງຈາກຫ້ອງການ, ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາທ່ານຄະນະພະແນກການເງິນແຂວງ, ຫົວຫນ້າ/ຮອງຫົວຫນ້າຂະແຫນງ ແຜນການ ແລະ ສະຖິຕິ ພ້ອມດ້ວຍວິຊາການ ທີ່ມາຈາກ 7 ແຂວງ ພາກເໜືອ (ຄື: ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ) ແລະ ອົງການ UNICEF ລວມທັງໝົດຈຳນວນ 57 ທ່ານ, ຍິງ 25 ທ່ານ.

ຈຸດປະສົງຂອງກອງປະຊຸມ ໃນຄັ້ງນິີ້ ແມ່ນ:

  1. ເພື່ອເຜີຍແຜ່ ຜົນຂອງການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ໃຫ້ແກ່ບັນດາການນໍາ ແລະ ບັນດາຂະແໜງການຂັ້ນແຂວງ ໃນຂອບເຂດທົ່ວປະເທດ (ຈຸດພາກເໜືອ) ໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນ ແລະ ຂໍ້ມູນຂ່າວສານທີ່ຜະລິດໄດ້ຈາກການແຫຼ່ງການສຳຫຼວດດັ່ງກ່າວ;
  2. ພ້ອມທັງເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍຜົນໄດ້ຮັບຈາກການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງນີ້ ເຂົ້າໃນວຽກງານການພັດທະນາບັນດານະໂຍບາຍຂອງບັນດາຂະແໜງການ ຂັ້ນແຂວງ ອີກດ້ວຍ.

ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ແມ່ນການສຳຫຼວດດັດສະນີໝາຍສັງຄົມລາວ ແມ່ນການສຳຫລວດແບບຕົວແທນລະດັບຊາດ ທີ່ລວມເອົາ ສອງການສຳຫລວດເຂົ້າກັນ ຄື ການສໍາຫລວດແມ່ ແລະ ເດັກ ແລະ ການສຳຫລວດສຸຂະພາບ ແລະ ປະຊາກອນ ແລະ ໄດ້ດຳເນີນການສຳຫຼວດ ທຸກໆ 5 ປີ ແລະ ການສໍາຫຼວດນີ້ກໍໄດ້ດຳເນີນ ມາແລ້ວ 3 ຄັ້ງ ແລະ ຄັ້ງລ້າສຸດແມ່ນໃນປີ 2023 ໂດຍ ການຮ່ວມມືກັນ ລະຫວ່າງ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃນເມື່ອກ່ອນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ກໍຄື ອົງການ UNICEF.

ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ຖືເປັນແຫຼ່ງການສຳຫຼວດທີ່ມີບົດບາດສຳຄັນຫຼາຍໃນການຜະລິດ ແລະ ສະໜອງຂໍ້ມູນທີ່ມີຄຸນນະພາບສູງ, ໜ້າເຊື່ອຖື ແລະ ສາມາດປຽບທຽບໄດ້ກັບສາກົນ, ຊ່ວຍສະໜອງຂໍ້ມູນຕົວຊີ້ບອກທາງດ້ານສັງຄົມ ເພື່ອຮັບໃຊ້ ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ.

ສະນັ້ນ, ການເຜີຍແຜ່ບົດລາຍງານໃນຄັ້ງນີ້ ຈິ່ງເປັນການນຳສະເໜີ ໃຫ້ເຫັນຜົນໄດ້ຮັບທີ່ສຳຄັນ ທີ່ປະກອບມີທັງຫມົດ 11 ພາກ ໂດຍເລີ່ມຕົ້ນຈາກພາກນຳສະເໜີ, ພາກການອອກແບບຕົວແທນ ແລະ ການຈັດຕັ້ງປະຕິບັດການສຳຫຼວດ, ພາກຄຸນລັກສະນະຂອງຄົນເຮືອນ ແລະ ຜູ້ຖືກສຳພາດ, ການຕາຍຂອງເດັກອ່ອນ, ສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່ ແລະ ເດັກນ້ອຍ, ໂພຊະນາການ ແລະ ການພັດທະນາຂອງເດັກ, ການສຶກສາ ແລະ ການຮຽນຮູ້, ການປົກປ້ອງເດັກນ້ອຍຈາກຄວາມຮຸນແຮງ ແລະ ການໃສ່ລະບຽບວິໄນເດັກ, ການດຳລົງຊີວິດໃນສະພາບແວດລ້ອມທີ່ສະອາດ ແລະ ປອດໄພ ແລະ ໂອກາດທີ່ເທົ່າທຽມໃນຊີວິດ.