ຝຶກອົບຮົມການນຳໃຊ້ ໂປຼແກມການສຳຫຼວດ Survey Solution ແລະ ລົງທົດລອງໂປຣແກມ ການສຳຫຼວດໂຄງສ້າງການຜະລິດຂອງຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ ຂອງ ສປປ ລາວ

ໃນວັນທີ 02 ກຸມພາ 2026, ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງການເງີນ ໄດ້ຈັດການຝຶກອົບຮົມການນຳໃຊ້ ໂປຼແກມການສຳຫຼວດ Survey Solution ແລະ ລົງທົດລອງໂປຣແກມການສຳຫຼວດໂຄງສ້າງການຜະລິດຂອງຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ ຂອງ ສປປ ລາວ, ເປັນໄລຍະເວລາ 5 ວັນ ແຕ່ວັນທີ 02-06/02/2026 ທີ່ເມືອງວັງວຽງ, ແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ວິສອນ ລາວເມົາ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ໂດຍມີຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງກົມສະຖິຕິເສດຖະກິດ ແລະ ສັງຄົມ, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ຫ້ອງການ, ກົມເຕັກໂນໂລຊີ ຂ່າວສານ ແລະ ການເງີນ, ກະຊວງການເງິນ, ສະຖາບັນຄົ້ນຄວ້າ ວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດ ເຂົ້າຮ່ວມ.ການຝຶກອົບຮົມຄັ້ງນີ້ທ່ານປະທານໄດ້ເນັ້ນ “ການເກັບກໍາຂໍ້ມູນໂຄງສ້າງການຜະລິດຂອງຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ ຄັ້ງນີ້ ແມ່ນມີຄວາມສໍາຄັນທີ່ສຸດ ເພື່ອສະໜອງຂໍ້ມູນເຂົ້າໃນການປັບປຸງປິຖານການຄິດໄລ່ GDP ຂອງ ສປປ ລາວ, ສ້າງຕາຕະລາງປັດໄຈການຜະລິດ ແລະ ຜົນຜະລິດ (Input-Output Table) ຂອງ ສປປ ລາວ. ພ້ອມດຽວກັນນັ້ນ ກໍ່ເພື່ອການປະເມີນສະພາບເສດຖະກິດ ໂດຍສະເພາະແມ່ນການຄິດໄລ່ຕົວເລກ GDP ປະຈໍາໄຕມາດ ແລະ ປະຈໍາປີ ເພືື່ອລາຍງານໃຫ້ລັດຖະບານໃນແຕ່ລະໄລຍະ” ການຝຶກອົບຮົມຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍ ຄວາມສໍາຄັນເປັນຢ່າງຍິ່ງ. ເພື່ອຮຽນຮູ້ເຂົ້າໃຈ, ວິທີໃນການເກັບກໍາຂໍ້ມູນ ແລະ ສັງລວມຂໍ້ມູນເຂົ້າແທັບເລັດ ຫຼື ເອີ້ນວ່າລະບົບເກັບກຳຂໍ້ມູນແບບ Survey Solution ທີ່ຖືກຕ້ອງ, ຊັດເຈນຕາມຄວາມເປັນຈິງ ແລະ ມີປະສິດທິພາບສູງ . ພ້ອມກັນນັ້ນ ກໍ່ຈະໄດ້ທົດລອງຕົວຈິງທັງຢູ່ໃນຫ້ອງຮຽນ ແລະ ພາກສະໜາມຕົວຈິງ ເພື່ອນຳໄປຖອດຖອນບົດຮຽນ ແລະ ໄປຖ່າຍທອດຄວາມຮູ້ດັ່ງກ່າວໃຫ້ນັກເດີນສຳຫຼວດໃນການເກັບກຳຂໍ້ມູນ ຈາກບັນດາບໍລິສັດ, ຫ້າງຮ້ານ ທີ່ເປັນຕົວແທນໃນການສະໜອງຂໍ້ມູນຈາກບັນດາແຂວງ.