ກອງປະຊຸມປະເມີນການ ກາງສະໄຫມ ການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ໄລຍະ II (LAOSTAT II).

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2025, ໂຄງການ LAOSTAT II  ໄດ້ກອງປະຊຸມປະເມີນການ ກາງສະໄຫມ ໃນການຈັດຕັ້ງປະຕິບັດໂຄງການ LAOSTAT II ທີ່ ໂຮງແຮມ ແລນມາກ ແມ່ຂອງຣິເວີໄຊ, ໂດຍການເປັນປະທານ ຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າໂຄງການ LAOSTAT II ແລະ  ທ່ານ ນາງ Dung Doan ຫົວໜ້າບໍລິຫານໂຄງການຝ່າຍທະນາຄານໂລກ, ມີຜູ້ຕໍ່າໜ້າຈາກ ຫົວໜ້າບໍລິຫານໂຄງການຝ່າຍທະນາຄານໂລກ, ບັນດາທ່ານຫົວໜ້າຄະນະ, ຮອງຄະນະ ຈາກມະຫາວິທະຍາໄລແຫ່ງຊາດ, ບັນດາທ່ານຄະນະຊີ້ນຳ, ຜູ້ຕາງໜ້າໜ່ວຍງານຈັດຕັ້ງປະຕິບັດໂຄງການ ຈາກບັນດາກະຊວງຂະແໜງການ, ຄະນະຊ່ຽວຊານທະນາຄານໂລກ ແລະ ບັນດາທ່ານຜູ້ປະສານງານຈາກໜ່ວຍງານ PIU ພາຍໃນສູນສະຖິຕິແຫ່ງຊາດ, ກະຊວງຂະແໜງການ, ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ແລະ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະຮັບຜິດຊອບໂຄງການ ລວມທັງໝົດ 54 ທ່ານຍິ່ງ 22 ທ່ານ, ເຊິ່ງກອງປະຊຸມຈະໄດ້ດໍາເນີນເປັນເວລາ 5 ວັນເລີ່ມແຕ່ວັນທີ 17-21ພະຈິກ2025.

ກອງປະຊຸມປະເມີນການ ກາງສະໄຫມ ໃນການຈັດຕັ້ງປະຕິບັດໂຄງການ LAOSTAT II ມີຄວາມໝາຍສຳຄັນ ເພື່ອທົບທວນຕໍ່ການຈັດຕັ້ງປະຕິບັດວຽກງານຂອງລະບົບສະຖິຕິແຫ່ງຊາດ ເພື່ອຕິດຕາມບັນດາຄາດໝາຍຕົວຊີ້ບອກ, ຜົນໄດ້ຮັບຂໍ້ຄົງຄາ້ງ, ແຜນ ແລະ ມາດຕະການໃນການປະຕິບັດຕໍ່ໜ້າຮ່ວມກັນ ທັງເປັນການຂຸ້ນຂ້ຽວປະຕິບັດໜ້າວຽກ ແລະ ກິດຈະກຳຂອງໂຄງການທີ່ກຳລັງດຳເນີນຢູ່ໃນໄລຍະທ້າຍປີໃຫ້ສຳເລັດ, ລວມທັງກະກຽມວຽກງານຂອງໂຄງການໄລຍະທ້າຍສະໄໝທີ່ຍັງເຫລືອ ໃຫ້ສຳເລັດ. ໂດຍຈຸດປະສົງຂອງກອງປະຊຸມເພື່ອ:

  1. ທົບທວນຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ ກາງສະໄຫມເຖິງຜົນໄດ້ຕາມບັນດາຕົວຊີ້ບອກ ແລະ ຈຸດປະສົງຂອງໂຄງການ;
  2. ປຶກສາຫາລືຂໍ້ຄົງຄ້າງ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ວຽກງານຈັດຊື້-ຈັດຈ້າງ, ວຽກງານການເງິນ ແລະ ການບໍລິຫານຄວາມສ່ຽງ ເພື່ອໃຫ້ສາມາດກຳນົດຈຸດສຸມ ທີ່ການຈັດຕັ້ງປະຕິບັດໃນໄລຍະໂຄງການ ທີ່ຍັງເຫຼືອໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍຂອງໂຄງການ;
  3. ທົບທວນຄືນບັນດາຄາດໝາຍຂອງໂຄງການ ເພື່ອຮັບປະກັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງລັດຖະບານ ກໍ່ຄືວຽກການພັດທະນາລະບົບສະຖິຕິແຫ່ງຊາດ ເປັນຕົ້ນແມ່ນສະຖິຕິເສດຖະກິດມະຫາພາກ;
  4. ບັນຫາອື່ນໆ ປິ່ນອ້ອມ ເພື່ອກຳນົດແຜນງານ ແລະ ວິທີການແກ້ໄຂວຽກງານໃນຕໍ່ໜ້າໂຄງການ.

ກອງປະຊຸມປະເມີນການ ກາງສະໄໝ ການຈັດຕັ້ງປະຕິບັດໂຄງການ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນເຂົ້າຮ່ວມ ຈາກບັນດາກະຊວງຂະແໜງການ, ຄະນະຊ່ຽວຊານທະນາຄານໂລກ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ໃຫ້ລາຍງານຜົນ, ປະກອບຄຳຄິດເຫັນ ແລະ ປຶກສາຫາລືຮ່ວມກັນ ເພື່ອກ້າວໄປສູ່ຄວາມເປັນເອກະພາບຜົນສຳເລັດ, ຂໍ້ຄົງຄ້າງ, ແຜນການ ແລະ ລະດັບຄາດໝາຍໃນຕໍ່ໜ້າ ເພື່ອເຮັດໃຫ້ລະບົບສະຖິຕິແຫ່ງຊາດ ສະໜອງຂໍ້ມູນສະຖິຕິທາງການທີ່ຫຼາກຫຼາຍ, ໃຫ້ມີຄຸນນະພາບ ແລະ ທັນເວລາ ສະໜອງໃຫ້ແກ່ລັດຖະບານ.