ກອງປະຊຸມ ຄະນະສະພາຜູ້ບໍລິຫານຂອງສະຖາບັນສະຖິຕິ ໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ່ 21 ແລະ ກອງປະຊຸມຜູ້ບໍລິຫານຂອງຫົວໜ້າສະຖາບັນສະຖິຕິໃນຂົງເຂດພາກພື້ນອາຊີ-ປາຊີຟິກ ລະຫວ່າງວັນທີ 1-4 ພະຈິກ 2025 ໄດ້ຖືກຈັດຂຶ້ນຢ່າງເປັນທາງການ ທີ່ປະເທດ ຢີ່ປຸນ. ກອງປະຊຸມດັ່ງກ່າວໄດ້ມີຄະນະຜູ້ບໍລິຫານລະດັບສູງ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ NSO ໃນຂົງເຂດອາຊີ ແລະ ປາຊີຟິກ ເຂົ້າຮ່ວມ. ເຊີ່ງຄະນະຜູ້ແທນຈາກ ສປປ ລາວ ນຳພາໂດຍ ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງີນ ພ້ອມດ້ວຍຄະນະ 02 ທ່ານ ເຂົ້າຮ່ວມຢ່າງເປັນທາງການ.ກອງປະຊຸມຄັ້ງນີ້ມີຈຸດປະສົງ ເພື່ອປຶກສາຫາລື ແລະ ແລກປ່ຽນປະສົບການໃນການປັບປຸງຂໍ້ມູນສະຖິຕິ ເປັນຕົ້ນແມ່ນການຜະລິດ, ການເຜີຍແຜ່ຂໍ້ມູນ ລວມເຖິງການຈັດຕັ້ງປະຕິບັດວຽກງານສະຖິຕິໃນພາກພື້ນ ອາຊີ ແລະ ປາຊີຟິກ.ໃນກອງປະຊຸມໄດ້ມີການແລກປ່ຽນບົດຮຽນພາຍໃຕ້ຫົວຂໍ້: Enhancing Leadership advocacy for effective user engagement. ຕາງໜ້າຈາກ ສປປ ລາວ ໂດຍ ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ຂື້ນນໍາສະເໜີແລກປ່ຽນບົດຮຽນ ກ່ຽວກັບ ການຜະລິດ, ການເຜີຍແຜ່ ແລະ ການມີສ່ວນຮ່ວມຂອງຜູ້ຊົມໃຊ້ຂໍ້ມູນສະຖິຕິໃນ ສປປ ລາວ. ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຖືວ່າເປັນໂອກາດສໍາຄັນໃນການຍົກລະດັບລະບົບສະຖິຕິແຫ່ງຊາດເພື່ອກ້າວໄປສູ່ມາດຕະຖານສາກົນ.


