ທ່ານ​ ຫົວຫນ້າສູນສະຖິຕິແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ທ່ານ Bilal Arang Zeb Durrani ຜູ້ຕາງໜ້າ ອົງການ ສະຫະປະຊາຊາດກອງທຶນສໍາລັບເດັກ (UNICEF) ປະຈໍາ ສປປ ລາວ

ທ່ານ​ ຫົວຫນ້າສູນສະຖິຕິແຫ່ງຊາດ ພ້ອມຄະນະຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ທ່ານ Bilal Arang Zeb Durrani ຜູ້ຕາງໜ້າ ອົງການ ສະຫະປະຊາຊາດກອງທຶນສໍາລັບເດັກ (UNICEF) ປະຈໍາ ສປປ ລາວ ພ້ອມດ້ວຍ ຄະນະ ໃນວັນທີ 18 ກັນຍາ 2025 ເວລາ 14:00-15:00 ໂມງ. ເຊິ່ງຈຸດປະສົງ ໃນການ ເຂົ້າຢ້ຽມຄໍານັບ ໃນຄັ້ງນີ້ ແມ່ນ ເພື່ອສະແດງຄວາມຍິນດີ ໃນການໄດ້ຮັບຕໍາແໜ່ງໃໝ່ຂອງ ທ່ານຫົວໜ້າສູນສະຖິຕິແຫ່ງຊາດ ແລະ ເພື່ອປຶກສາຫາລື ກ່ຽວກັບການສ້າງລະບົບການເກັບກໍາຂໍ້ມູນໃນລະດັບຊາດ ເປັນຕົ້ນແມ່ນຂໍ້ມູນຕົວຊີ້ບອກສໍາລັບເດັກ ແລະ ປຶກສາຫາລື ກ່ຽວກັບ ການເຜີຍແຜ່ຜົນການສໍາຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ່ III (LSIS III). ພ້ອມທັງປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.