ສູນສະຖິຕິແຫ່ງຊາດ ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າໃຫ້ແກ່ ທ່ານ ວິສອນ ລາວເມົາ ເປັນຮອງຫົວໜ້າສູນສະຖິຕິແຫ່ງຊາດ
ວັນທີ 26 ກັນຍາ 2025 ສູນສະຖິຕິແຫ່ງຊາດ ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າໃຫ້ແກ່ ທ່ານ ວິສອນ ລາວເມົາ ເປັນຮອງຫົວໜ້າສູນສະຖິຕິແຫ່ງຊາດ ໂດຍຮັບກຽດຈາກ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ ເປັນປະທານໃນພິທີ ແລະ ໄດ້ມີຄຳເຫັນໂອ້ລົມຕໍ່ວຽກງານສະຖິຕິ ທີ່ຖືເປັນພື້ນຖານສຳຄັນຂອງການວາງແຜນນະໂຍບາຍຂອງພັກ-ລັດ. ນອກຈາກນັ້ນຍັງໄດ້ຮຽກຮ້ອງໃຫ້ຄະນະນຳສູນສະຖິຕິແຫ່ງຊາດ ຮ່ວມທັງຄະນະຊຸດໃຫມ່ ເອົາໃຈໃສ່ຍົກສູງ […]