ສູນສະຖິຕິແຫ່ງຊາດ ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າໃຫ້ແກ່ ທ່ານ ວິສອນ ລາວເມົາ ເປັນຮອງຫົວໜ້າສູນສະຖິຕິແຫ່ງຊາດ

ວັນທີ 26 ກັນຍາ 2025 ສູນສະຖິຕິແຫ່ງຊາດ ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າໃຫ້ແກ່ ທ່ານ ວິສອນ ລາວເມົາ ເປັນຮອງຫົວໜ້າສູນສະຖິຕິແຫ່ງຊາດ ໂດຍຮັບກຽດຈາກ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ ເປັນປະທານໃນພິທີ ແລະ ໄດ້ມີຄຳເຫັນໂອ້ລົມຕໍ່ວຽກງານສະຖິຕິ ທີ່ຖືເປັນພື້ນຖານສຳຄັນຂອງການວາງແຜນນະໂຍບາຍຂອງພັກ-ລັດ. ນອກຈາກນັ້ນຍັງໄດ້ຮຽກຮ້ອງໃຫ້ຄະນະນຳສູນສະຖິຕິແຫ່ງຊາດ ຮ່ວມທັງຄະນະຊຸດໃຫມ່ ເອົາໃຈໃສ່ຍົກສູງ ຄຸນນະພາບ ແລະ ຄວາມໂປ່ງໃສ ຂອງຂໍ້ມູນສະຖິຕິ ໃຫ້ສາມາດຕອບສະໜອງໄດ້ທັນການກັບສະພາບການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ ໃຫ້ກ້າວໜ້າຢ່າງໂດດເດັ່ນ ແລະ ກາຍເປັນແຫຼ່ງອ້າງອີງທີ່ເຊື່ອຖືໄດ້ໃນລະດັບສາກົນ ເພື່ອພັດທະນາລະບົບສະຖິຕິແຫ່ງຊາດ ໃຫ້ມີຄວາມທັນສະໄໝ ແລະ ເປັນກົນໄກສຳຄັນໃນການພັດທະນາປະເທດຊາດສືບຕໍ່ໄປ.