ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ນາງ Martine Therer ຜູ້ຕາງໜ້າ ຈາກອົງການ UNDP ປະຈໍາລາວ ພ້ອມດ້ວຍຄະນະ

ໃນຕອນບ່າຍ ຂອງວັນທີ 12.9.2025 ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ນາງ Martine Therer ຜູ້ຕາງໜ້າ ຈາກອົງການ UNDP ປະຈໍາລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄໍານັບ ເພື່ອປຶກສາຫາລື ແລະ ສຶບຕໍ່ການຮ່ວມມື ພາຍໃຕ້ຫົວຂໍ້ National Planning and Financial for Inclusive Development (NPFID) ເພື່ອສະໜັບສະໜູນການສ້າງລະບົບການຕິດຕາມ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ສູນສະຖິຕິແຫ່ງຊາດ.