ວັນທີ 23 ພະຈິກ 2026, ທີ່ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດໂຄງການ LAOSTAT II ຄັ້ງທີ 6 ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເພັດສະໝອນ ສອນ, ຮອງລັດຖະມົນຕີກະຊວງການເງິນ (ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ) ແລະ ທ່ານ ດຣ. ນາງ ຊຸງດວານ (Dr. Dung Doan), ຫົວໜ້າທີມງານໂຄງການ (TTL). ເຂົ້າຮ່ວມກອງປະຊຸມມີ ທ່ານຮອງຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງໃນໂຄງການ LAOSTAT II.
ໃນພິທີເປີດ, ທ່ານ ນາງ ເພັດສະໝອນ ສອນ ໄດ້ກ່າວເນັ້ນເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕາມແຜນທີ່ໄດ້ຕົກລົງກັນໄວ້. ໃນຈຳນວນ 63 ກິດຈະກຳ ທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງທີ 5 ຜ່ານມາ, ມາຮອດເດືອນພະຈິກ 2026 ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 44 ກິດຈະກຳ, ພວມດຳເນີນການ 19 ກິດຈະກຳ ແລະ ບໍ່ມີກິດຈະກຳຄ້າງ. ດ້ານການເງິນ, ການໃຊ້ຈ່າຍຕົວຈິງ ສົມທົບກັບຍອດເງິນໃນບັນຊີທະນາຄານທີ່ໄດ້ເບີກຖອນຜ່ານລະບົບ Client Connection ໃນເດືອນຕຸລາ 2026 ບັນລຸໄດ້ 70% ຂອງງົບປະມານໂຄງການທັງໝົດ 21 ລ້ານໂດລາສະຫະລັດ.
ເຖິງຢ່າງໃດກໍ່ຕາມ, ທ່ານ ຮອງລັດຖະມົນຕີ ຍັງໄດ້ຊີ້ໃຫ້ເຫັນວ່າ ຍັງມີຫຼາຍວຽກງານ ແລະ ກິດຈະກຳທີ່ຕ້ອງໄດ້ເລັ່ງດຳເນີນການຢ່າງມີຈຸດສຸມ ແລະ ທັນຕໍ່ເວລາ ໂດຍຮັບປະກັນຄຸນນະພາບ, ຖືກຕ້ອງຕາມເປົ້າໝາຍ, ຈຸດປະສົງ ແລະ ຜົນໄດ້ຮັບຂອງໂຄງການ ໂດຍສະເພາະໃນໄລຍະທ້າຍປີ 2026 ຫາ ປີ 2027.
ກອງປະຊຸມຄັ້ງນີ້ ຍັງໄດ້ທົບທວນຄວາມຄືບໜ້າ, ຜົນໄດ້ຮັບ, ສິ່ງທີ່ຍັງຄົງຄ້າງ, ສາເຫດທີ່ເປັນອຸປະສັກ ແລະ ຮ່ວມກັນກຳນົດແນວທາງແກ້ໄຂ ໃນ 3 ອົງປະກອບຫຼັກຂອງໂຄງການ ຄື:
- ອົງປະກອບທີ 1: ສະຖິຕິເສດຖະກິດ, ສະຖິຕິຂະແໜງການ ແລະ ສະຖິຕິສັງຄົມ;
- ອົງປະກອບທີ 2: ການເຊື່ອມໂຍງຂໍ້ມູນ, ການເຜີຍແຜ່ຂໍ້ມູນ ແລະ ພື້ນຖານໂຄງລ່າງໄອຊີທີ;
- ອົງປະກອບທີ 3: ການຄຸ້ມຄອງບໍລິຫານໂຄງການ ລວມທັງ ການປັບປຸງໂຄງການ, ການຄຸ້ມຄອງການເງິນ, ການຈັດຊື້-ຈັດຈ້າງ ແລະ ກອບປົກປ້ອງຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມ (ESF) ພ້ອມທັງຕິດຕາມຄວາມຄືບໜ້າໃນການບັນລຸເປົ້າໝາຍຈຸດປະສົງຂອງໂຄງການ (PDO).
ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກພາກສ່ວນ ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການປຶກສາຫາລືຢ່າງກົງໄປກົງມາ ແລະ ປະກອບຄຳຄິດເຫັນຢ່າງສ້າງສັນ ເພື່ອໃຫ້ໂຄງການ LAOSTAT II ບັນລຸຜົນສຳເລັດຕາມຄາດໝາຍໃນໄລຍະເວລາທີ່ຍັງເຫຼືອ ແລະ ສືບຕໍ່ຂັບເຄື່ອນການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທຳໃນປີ 2027.


