ກອງປະຊຸມສໍາມະນາການສົ່ງເສີມຄວາມຮູ້ດ້ານຂໍ້ມູນສະຖິຕິ (Data Literacy) ສຳລັບຜູ້ບໍລິຫານ ແລະ ວິຊາການ ໃນຫົວຂໍ້ “ ຂໍ້ມູນສະຖິຕິ ເພື່ອການພັດທະນາ”

ໃນວັນທີ 10 ກຸມພາ 2026, ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ຈັດກອງປະຊຸມສໍາມະນາການສົ່ງເສີມຄວາມຮູ້ດ້ານຂໍ້ມູນສະຖິຕິ (Data Literacy)ສຳລັບຜູ້ບໍລິຫານ ແລະ ວິຊາການ ໃນຫົວຂໍ້ຂໍ້ມູນສະຖິຕິ ເພື່ອການພັດທະນາທີ່ ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວີໄຊ ສັນຕິວົງ , ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ພ້ອມນີ້ມີບັນດາຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ຕາງຈາກບັນດາຂະແໜງການອອ້ມຂ້າງກະຊວງ, ບັນດາທະບວງທຽບເທົ່າກະຊວງ, 3 ອົງການຈັດມະຫາຊົນ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

       ໃນກອງປະຊຸມ, ທ່ານ ວິໄຊ ສັນຕິວົງ ໃຫ້ຮູ້ວ່າ: ການຈັດສໍາມະນາ ຄັ້ງນີ້ ມີຄວາມສຳຄັນຫຼາຍ ໃນການເຜີຍແຜ່ຂໍ້ມູນສະຖິຕິ ໃຫ້ຜູ້ໃຊ້ຂໍ້ມູນສະຖິຕິທາງການ ກໍຄືຜູ້ວາງນະໂຍບາຍ, ນັກຄົ້ນຄວ້າ, ນັກວິຊາການ ແລະ ຜູ້ມີປະສົບການ ທີ່ຈະນໍາເອົາຂໍ້ມູນສະຖິຕິ ເຂົ້າໃນການວິເຄາະ-ວິໄຈ, ການວາງນະໂຍບາຍ, ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ພ້ອມກັນນັ້ນທັງເປັນການກວດສອບຄວາມສອດຄ່ອງກັບສະພາບຕົວຈິງ, ຄຸນນະພາບຂອງຂໍ້ມູນ, ແນວທາງ, ວິທີການ, ການເຂົ້າເຖິງແຫຼ່ງຂໍ້ມູນສະຖິຕິທາງການ ແລະ ທັງເປັນການແລກປ່ຽນບົດຮຽນ ປະສົບການ ລະຫວ່າງ ຜູ້ຜະລິດຂໍ້ມູນສະຖິຕິທາງການ ກໍຄືສູນສະຖິຕິແຫ່ງຊາດ ກັບ ຜູ້ນໍາໃຊ້ (ນັກວາງແຜນ, ນັກວາງນະໂຍບາຍ ແລະ ນັກຄົ້ນຄວ້າ).

       ໃນປະຈຸບັນ, ຂໍ້ມູນສະຖິຕິຖືວ່າເປັນຊັບພະຍາກອນທີ່ລໍ້າຄ່າທີ່ສຸດ ສໍາລັບການວາງແນວທາງນະໂຍບາຍ, ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. “ຄວາມຮູ້ດ້ານຂໍ້ມູນ (Data Literacy)” ບໍ່ແມ່ນພຽງທັກສະທົ່ວໄປ ແຕ່ເປັນຄວາມຈຳເປັນພື້ນຖານ ສຳລັບທຸກພາລະບົດບາດ ໃຫ້ສາມາດເຂົ້າໃຈຄວາມໝາຍ, ແຫຼ່ງທີ່ມາ, ຄຸນນະພາບ ແລະ ວິທີການນຳໃຊ້ຂໍ້ມູນຢ່າງຖືກຕ້ອງ, ມີເຫດຜົນ ແລະ ມີຈັນຍາບັນ ໂດຍສະເພາະການນຳໃຊ້ຂໍ້ມູນສະຖິຕິທາງການ ທີ່ເຊື່ອຖືໄດ້ນັ້ນ ຈະຊ່ວຍໃຫ້ການຕັດສິນໃຈມີຄວາມຊັດເຈນ, ເປົ້າໝາຍ ແລະ ປະສິດທິຜົນສູງຂຶ້ນ.

       ພາຍໃຕ້ສະພາບການທີ່ມີການປ່ຽນແປງຢ່າງວ່ອງໄວ ທັງດ້ານການເມືອງ, ເສດຖະກິດ-ສັງຄົມ, ສະພາບອາກາດ ແລະ ເທັກໂນໂລຊີ, ຄວາມຕ້ອງການຂໍ້ມູນທີ່ມີຄຸນນະພາບ, ທັນສະໄໝ ແລະ ທັນເວລາ ຈຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເພາະສະນັ້ນ ພາລະບົດບາດ, ໜ້າທີ່ ຂອງວຽກງານສະຖິຕິຈຶ່ງເຫັນວ່າຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ໃນການຜະລິດ ແລະ ສະໜອງຂໍ້ມູນສະຖິຕິທາງການໃຫ້ສົມຄູ່ກັບພາບຕົວຈິງ.        ກອງປະຊຸມສໍາມະນາຄັ້ງນີ້ ເປັນເວທີສຳຄັນທີ່ຈະເສີມສ້າງຄວາມເຂົ້າໃຈຮ່ວມກັນ ກ່ຽວກັບຄວາມສຳຄັນຂອງຂໍ້ມູນໃນຊິວິດປະຈຳວັນ ແລະ ຄວາມຮູ້ດ້ານຂໍ້ມູນ ແລະ ສິ່ງທ້າທ້າຍໃນການນຳໃຊ້ຂໍ້ມູນສະຖິຕິ; ແລກປ່ຽນບົດຮຽນ ແລະ ປະສົບການທີ່ດີເຊິ່ງກັນ ແລະ ກັນ ທັງນັກວາງແຜນ, ນັກວາງນະໂຍບາຍ, ນັກຄົ້ນຄວ້າ ແລະ ຜູ້ມີປະສົບການ ການນໍາໃຊ້ຂໍ້ມູນສະຖິຕິໃນການວິໄຈ ແລະ ການວາງນະໂຍບາຍ ໂດຍຜ່ານເວທີເສວະນາໃນຫົວຂໍ້: ຂໍ້ມູນສະຖິຕິ ເພື່ອການພັດທະນາ (Data and Policy); ສ້າງເຄືອຂ່າຍຮ່ວມມື ລະຫວ່າງຜູ້ຜະລິດ ແລະ ຜູ້ນໍາໃຊ້ຂໍ້ມູນສະຖິຕິ, ເພື່ອປັບປຸງຄຸນນະພາບຂໍ້ມູນສະຖິຕິ, ການສະໜອງ ແລະ ການນຳໃຊ້ຂໍ້ມູນສະຖິຕິ ໃຫ້ສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງ.