ໃນລະຫວ່າງວັນທີ 19-23 ມັງກອນ 2026, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງີນ ໄດ້ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບ ການວິເຄາະ ວິໄຈຂໍ້ມູນ ໂດຍນຳໃຊ້ ໂປຣແກຣມ STATA ໃຫ້ພະນັກງານພາຍໃນສູນສະຖິຕິແຫ່ງຊາດ. ທີ່ ທ່າລາດ, ແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ລວມມີຄະນະກົມ, ຄະນະພະແນກ ແລະ ວິຊາການ ພາຍໃນສູນສະຖິຕິແຫ່ງຊາດ, ກະຊວງການເງິນເຂົ້າຮ່ວມ ແລະ ກອງປະຊຸມຄັ້ງນີ້ ໄດ້ໄຂຂື້ນ ໃນເວລາ 9:00 ຂອງ ວັນທີ່ 19 ມັງກອນ 2026 ແລະ ກ່າວຕ້ອນຮັບອັນອົບອຸ່ນມາຍັງທຸກໆທ່ານ ແລະ ເປັນກຽດຢ່າງສູງທີ່ໄດ້ມີໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ແລະ ຂໍສະແດງຄວາມຂອບໃຈມາຍັງທຸກໆທ່ານ ທີ່ສະຫຼະເວລາອັນມີຄ່າ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ເພື່ອເປັນການພັດທະນາຍົກລະດັບຄວາມຮູ້, ຄວາມອາດສາມາດທາງດ້ານວິຊາການພາຍໃນສູນສະຖິຕິແຫ່ງຊາດ ໃນການກວດແກ້ ແລະ ປຸງແຕ່ງຂໍ້ມູນ, ວິເຄາະວິໄຈຂໍ້ມູນ, ການອະທິບາຍຜົນ. ນອກນັ້ນ, ຍັງໄດ້ຮຽນຮູ້ການຂຽນຄຳສັ່ງໃນການຄິດໄລ່ຕົວຊີ້ບອກ ໂດຍການນຳໃຊ້ ໂປຣແກຣມ STATA.
ກອງປະຊຸມໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຜົນສຳເລັດສູງ ແລະ ໃຫ້ມີຜົນໄດ້ຮັບທີ່ມີຄຸນນະພາບ ແລະ ເປັນປະໂຫຍດສູງ ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກໆທ່ານ ເອົາໃຈໃສ່ຮໍ່າຮຽນເອົາຄວາມຮູ້ ເຊິ່ງຈະເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ທ່ານໃນການນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າວຽກຕົວຈິງ.


