ໃນວັນທີ 09 ມັງກອນ 2026, ກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ກະຊວງການເງີນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນຂອງການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ໃຫ້ແກ່ບັນດາຂະແໜງການຂັ້ນແຂວງ (ຈຸດພາກກາງ) ຂຶ້ນ ທີ່ ໂຮງແຮມ ເອສ ວັງວຽງ, ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວິສອນ ລາວເມົາ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ແລະ ທ່ານ ປອ ສີວຽງໄຊ ອໍລະບູນ, ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ ພ້ອມມີບັນດາທ່ານ ຄະນະສູນສະຖິຕິແຫ່ງຊາດ, ຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ຕາງຈາກຫ້ອງການ, ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ບັນດາທ່ານຄະນະພະແນກການເງິນ ແລະ ວິຊາການ ປະຈໍາ 7 ແຂວງ ພາກກາງ (ຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ) ແລະ ອົງການ UNICEF ລວມທັງໝົດຈຳນວນ 61 ທ່ານ, ຍິງ 19 ທ່ານ.
ຈຸດປະສົງຂອງກອງປະຊຸມ ໃນຄັ້ງນິີ້ ແມ່ນ:
1. ເພື່ອເຜີຍແຜ່ ຜົນຂອງການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ປີ 2025 ໃຫ້ແກ່ບັນດາການນໍາ ແລະ ບັນດາຂະແໜງການຂັ້ນແຂວງ ໃນຂອບເຂດທົ່ວປະເທດ ໃຫ້ສຳລັບ 7 ແຂວງ (ພາກກາງ) ໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນ ແລະ ຂໍ້ມູນຂ່າວສານທີ່ຜະລິດໄດ້ຈາກການແຫຼ່ງການສຳຫຼວດດັ່ງກ່າວ;
2. ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍຜົນໄດ້ຮັບຈາກການສຳຫຼວດດັດສະນີໝາຍສັງຄົມລາວ ເຂົ້າໃນວຽກງານການພັດທະນາບັນດານະໂຍບາຍຂອງບັນດາຂະແໜງການ ຂັ້ນແຂວງ ອີກດ້ວຍ.
ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ແມ່ນການສຳຫຼວດທີ່ມີບົດບາດສຳຄັນຫຼາຍໃນການຜະລິດ ແລະ ສະໜອງຂໍ້ມູນທີ່ມີຄຸນນະພາບສູງ, ໜ້າເຊື່ອຖື ແລະ ສາມາດປຽບທຽບໄດ້ກັບສາກົນ, ຊ່ວຍສະໜອງຂໍ້ມູນຕົວຊີ້ບອກທາງດ້ານສັງຄົມ ເພື່ອຮັບໃຊ້ ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ. ການສຳຫຼວດດັດສະນີໝາຍສັງຄົມລາວ ແມ່ນການສຳຫລວດແບບຕົວແທນລະດັບຊາດ ທີ່ລວມເອົາ ສອງການສຳຫລວດເຂົ້າກັນ ຄື ການສໍາຫລວດແມ່ ແລະ ເດັກ ແລະ ການສຳຫລວດສຸຂະພາບ ແລະ ປະຊາກອນ ແລະ ໄດ້ດຳເນີນການສຳຫຼວດ ທຸກໆ 5 ປີ ແລະ ການສຳຫຼວດນີ້ກໍໄດ້ດຳເນີນ ມາແລ້ວ 3 ຄັ້ງ ແລະ ຄັ້ງລ້າສຸດແມ່ນໃນປີ 2023 ໂດຍ ການຮ່ວມມືກັນ ລະຫວ່າງ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃນເມື່ອກ່ອນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ກໍຄື ອົງການ UNICEF. ມີ
ການເຜີຍແຜ່ບົດລາຍງານໃນຄັ້ງນີ້ ເປັນການນຳສະເໜີ ໃຫ້ເຫັນຜົນໄດ້ຮັບຈາກການສຳຫຼວດດັດສະນີໝາຍສັງຄົມລາວຄັ້ງທີ III ທີ່ປະກອບມີທັງຫມົດ 11 ພາກ ໂດຍເລີ່ມຕົ້ນຈາກພາກນຳສະເໜີກ່ຽວກັບເນື້ອໃນຂອງບົດລາຍງານ, ພາກການອອກແບບຕົວແທນ ແລະ ການຈັດຕັ້ງປະຕິບັດການສຳຫຼວດ, ພາກຄຸນລັກສະນະຂອງຄົນເຮືອນ ແລະ ຜູ້ຖືກສຳພາດ, ການຕາຍຂອງເດັກອ່ອນ, ສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່ ແລະ ເດັກນ້ອຍ, ໂພສະນາການ ແລະ ການພັດທະນາເດັກ, ການສຶກສາ ແລະ ການຮຽນຮູ້, ການປົກປ້ອງຈາກຄວາມຮຸນແຮງ ແລະ ການລົງໂທດ, ການດຳລົງຊີວິດໃນສະພາບແວດລ້ອມທີ່ສະອາດ ແລະ ປອດໄພ ແລະ ໂອກາດທີ່ເທົ່າທຽມໃນຊີວິດ.
ນອກຈາກນີ້, ກອງປະຊຸມຍັງໄດ້ມີການແບ່ງກຸ່ມຄົ້ນຄວ້າ ເພື່ອແລກປ່ຽນ ປະກອບຄຳຄິດຄຳເຫັນ ຢ່າງສ້າງສັນ ແລະ ກົງໄປກົງມາ ຕໍ່ກັບ ການຈັດຕັ້ງຜັນຂະຫຍາຍຜົນໄດ້ຮັບຈາກການສຳຫຼວດດັດສະນີໝາຍສັງຄົມລາວ ເຂົ້າໃນວຽກງານການພັດທະນາບັນດານະໂຍບາຍຂອງບັນດາຂະແໜງການ ຂັ້ນແຂວງ ຂອງຕົນອີກດ້ວຍ.


