ຜົນການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສ ຄັ້ງທີ IV ປີ 2015 ຢັ້ງຢືນວ່າ: ພົນລະເມືອງລາວ ມີທັງໝົດ 6.5 ລ້ານຄົນ, ໃນນັ້ນ ຜູ້ຊາຍຫຼາຍກວ່າຜູ້ຍິງ ເລັກນ້ອຍ, ແຂວງ ສະຫວັນນະເຂດ ກວມເອົາ 15% ຮອງລົງ ມາແມ່ນນະຄອນຫຼວງວຽງຈັນ ກວມເອົາ 13% ຂອງພົນລະເມືອງທັງໝົດ ແລະ ແຂວງໄຊສົມບູນ ມີພົນລະເມືອງອາໄສ ຢູ່ໜ້ອຍສຸດກວມບໍ່ເຖິງ 1% ຂອງພົນລະເມືອງທັງໝົດ