ການຝຶກອົບຮົມການສ້າງຖານຂໍ້ມູນສະຖິຕິ ສໍາຫລັບພະນັກງານແຂວງຂອງ 4 ແຂວງພາກໃຕ້

ການຝຶກອົບຮົມການສ້າງຖານຂໍ້ມູນສະຖິຕິສໍາຫລັບພະນັກງານແຂວງຂອງ 4 ແຂວງພາກໃຕ້ ໄດ້ດຳເນີນໄປເປັນເວລາ 5 ວັນ, ນັບແຕ່ວັນທີ 09-13/11/2015. ນັກສຳມະນາກອນ ທີ່ເຂົ້່າຮ່ວມທັງຫມົດຈຳນວນ 29 ທ່ານ, ເຊິ່ງໃນນັ້ນມີ: ຄູຝຶກຈາກກົມບໍລິການສະຖິຕິ, ສູນສະຖິຕິແຫ່ງຊາດ ຈຳນວນ 5 ທ່ານ ແລະຜູ້ເຂົ້າຮ່ວມສູນສະຖິຕິແຫ່ງຊາດ ຈຳນວນ 3 ທ່ານ, ຫົວໜ້າສູນສະຖິຕິຂອງບັນດາແຂວງ ຈຳນວນ 4 ທ່ານ ແລະພະນັກງານວິຊາການຈາກກບັນດາແຂວງ 17 ທ່ານ