ເວັບໄຊ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ນະຄອນຫລວງວຽງຈັນ, ສປປ ລາວ, ວັນທີ 20 ຕຸລາ 2025 – ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີ ເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025  ຢ່າງເປັນທາງການ ແລະ ເລີ່ມນັບຖ່ອຍຫລັງ ເພື່ອກ້າວເຂົ້າ ສູ່ຂະບວນການລົງເດີນສຳຫຼວດ-ເກັບກຳຂໍ້ມູນ ພາກ ສະໜາມເຊິ່ງຈະເລີ່ມແຕ່ວັນທີ 3 ພະຈິກ ຫາວັນທີ 28 ທັນວາ 2025.

ໃນພິທີດັ່ງກ່າວ ພະນະທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າສູນສະຖິຕິແຫ່ງຊາດ, ຜູ້ປະສານງານອົງການສະຫະປະຊາຊາດປະຈຳ ສປປ ລາວ ແລະ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມກັນຕັດແຖບຜ້າ ແລະ ຕີຄ້ອງເພື່ອ ເປັນສັນຍາລັກການເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການສຳຫຼວດພົນລະເມືອງຢ່າງເປັນທາງການ. 

ເຂົ້າຮ່ວມໃນພິເປີດຄັ້ງນີ້ ຍັງມີບັນດາທ່ານ ຄະນະຊີ້ນຳລະດັບຊາດ, ນະຄອນຫລວງ, ຕົວແທນ ຈາກບັນດາຄູ່ຮ່ວມ ພັດທະນາ, ອົງກາຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພະນັກງານຂັ້ນສູນກາງ, ແຂວງ ແລະ ເມືອງໃນຂອບ ເຂດທົ່ວປະເທດ ເປັນຈຳນວນຫວງຫລາຍ. ສຳລັບ ແຂວງແມ່ນ ເຂົ້າຮ່ວມຜ່ານລະບົບອອນລາຍ.

ໃນພິທີເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການສຳຫຼວດຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກ ລັດ ຖະມົນຕີແຫ່ງ ສ ປປ ລາວ ໄດ້ກ່າວສູນທອນພົດຜ່ານທາງວິດີໂອ. ທ່ານ ໄດ້ກ່າວວ່າ ລັດຖະບານ ຈະໄດ້ຈັດຕັ້ງ ປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ປີ 2025, ນີ້ ເປັນຄັ້ງທີ 5 ໃນຮອບ 40 ປີ ຜ່ານມາ. ການສຳຫຼວດ ແມ່ນກວມລວມທຸກໆຄົວເຮືອນ ແລະ ພົນລະເມືອງ ທີ່ດຳລົງຊີວິດໃນ ສປປ ລາວ ໃນຂອບເຂດທົ່ວປະເທດ. ເພື່ອເກັບກໍາຂໍ້ມູນທາງດ້ານພົນລະເມືອງ ແລະ ສະພາບການດຳລົງຊີວິດ ຂອງປະຊາ ຊົນລາວບັນດາ ເຜົ່າເພື່ອ ຮັບໃຊ້ໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຕິດຕາມ ແລະ ປະ ເມີນຜົນ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ການກຳນົດຍຸດ ທະສາດການ ພັດທະນາຊັບພະຍາ ກອນມະນຸດແຜນນະໂຍບາຍດ້ານພົນລະເມືອງ ແລະ ການປັບປຸງວຽກງານການຄຸ້ມຄອງ ພົນລະເມືອງໃນ ອະນາຄົດ.

ທ່ານ ຮຽກຮ້ອງມາຍັງທຸກພາກສ່ວນ, ຄະນະຊີ້ນຳລະດັບຊາດ, ຄະນະຊີ້ນຳຂັ້ນແຂວງ, ບັນດາອົງການ ຈັດຕັ້ງລັດ, ພາກ ເອກະຊົນ, ອົງການປົກຄອງທ້ອງຖິ່ນ, ນັກເດີນສຳຫຼວດ, ນັກກວດກາ ຕະຫຼອດເຖິງ ປະຊາຊົນລາວ ບັນດາເຜົ່າ ທຸກຊັ້ນ ຄົນໃນສັງຄົມຈົ່ງໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອຮັບປະກັນເຮັດໃຫ້ການສຳຫຼວດໃນຄັ້ງນີ້ ໄດ້ຖືກຈັດຕັ້ງປະຕິບັດ ແລະ ສຳເລັດຕາມແຜນການ ທີ່ກຳນົດໄວ້.

ໃນນພິທີເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການສຳຫຼວດສຳຫຼວດພົນລະເມືອງ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງີນ, ຮອງຫົວໜ້າຄະນະຊີນຳລະດັບຊາດ ໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນອັນຮີບ ດ່ວນໃນ ການເພີ່ມທະວີການໂຄສະນາ-ປະຊາສຳພັນ ແນໃສ່ປຸກລະດົມເຊີນຊ່ວນ ໃຫ້ປະຊາຊົນເຂົ້າຮ່ວມການສຳຫູວດ ໃນຄັ້ງນີ້.

 

“ມາຮອດປະຈຸບັນ, ຖືວ່າພວກເຮົາໄດ້ມີຄວາມພ້ອມ ໃນການຈັດຕັ້ງປະຕິບັດເກັບກໍາຂໍ້ມູນພາກສະໜາມແລ້ວ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດການສຳຫຼວດໃນຄັ້ງນີ້ຢ່າງກວ້າງ ແລະ ທົ່ວເຖິງ, ພວກເຮົາຈິ່ງ ພ້ອມກັນໂຮມຊຸມນຸມໃນມື້ນີ້ເພື່ອເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢ່າງເປັນທາງການ,” ທ່ານ ສັນຕິພາບ ກ່າວ.

 

 

ໃນພິທີເປີດບັ້ນໂຄສະນາ ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ຄະຊີ້ນຳລະດັບຊາດ ທັງເປັນ ຜູ້ປະຈຳການ ກ່າວວ່າ ການເປີດບັ້ນໂຄສະນາ ແລະ ດຳເນີນຂະບວນ ການສຳຫຼວດໃນຄັ້ງນີ່ ແມ່ນເພື່ອສືບຕໍ່ຊຸກຍູ້ ຂະບວການໂຄສະນາການສຳຫຼວດພົນລະເມືອ ໃຫ້ທົ່ວເຖິງ ແນໃສ່ເຮັດໃຫ້ປະຊາຊົນທຸກຊັ້ນຄົນໃນສັງຄົມ ມີຄວາມເຂົ້າໃຈ, ໃຫ້ການສະໜັບສະໜຸນ ແລະ ຮ່ວມມື້ຕະຫຼອດໄລຍະຂອງການສຳຫຼວດ.

ພາຍໃຕ້ການຮ່ວມມືກັບກົມສື່ມ່ວນຊົນ, ຄະນະໂຄສະນາອົບຮົມສູກກາງພັກ, ອົງການ ສະຫະປະຊາຊາດ ກອງທຶນສຳ ລັບປະຊາກອນ, ສູນສະຖິຕິແຫ່ງຊາດລາວເອົາໃຈໃສ່ໂຄສະນາ ແລະ ຊຸກຍູ້ໃຫ້ບັນດາແຂວງ ນະຄອນຫລວງ ສືບຕໍ່ດຳເນີນເປີດບັ້ນສຳຫຼວດຢູ່ນະຄອນຫຼວງ ແລະ ບັນດາແຂວງໃຫ້ເປັນຂະບວນຟົດຟຶ້ນ ຄຽງຄູ່ກັບການອອກຂ່າວ ຜ່ານສື່ຫລັກ ແລະ ສື່ສັງຄົມອອນລາຍເປັນປົກະຕິ. ນອກຈາກນີ້ ຍັງໄດ້ຜະລິດວີດີໂອການສຳຫຼວດ, ຜະລິດຊຸດນັກເດີນສຳຫຼວດ, ປ້າຍຂ້າມທາງ, ໂປສເຕີ, ແຜນພາບ, ຜະລິດເພັງ ແລະ ສະປອດໂຄສະນາທາງວິທະຍຸ ແລະ ໂທລະພາບ ແລະ ຂໍ້ຄວາມສັ້ນສົງຜ່ານເຄຶອຄາຍໂທລະສັບມືຖື. ນອກຈາກນີ້ຍັງໄດ້ຕິດຕັ້ງປ້າຍ ຕາມສະຖານ ນີລົດໄຟລາວຈີນຕາມ ສະຖານີລົດໄຟລາວ-ຈີນ ແລະ ສະໜາມບິນທົ່ວປະເທດ ເພື່ອເຊີນຊວນປະຊາຊົນລາວໃຫ້ເຂົ້າ ຮ່ວມການສຳ ຫຼວດຄັ້ງນີ້.  

ໃນຕໍ່ໜ້າ ສູສະຖິຕິແຫ່ງຊາດ ເພີ່ມທະວິການໂຄສະນາ ຜ່ານສຶ່ຕ່າງໆ, ຮ່ວມກັບອຳນາດການປົກຄອງ ແຂວງ ແລະ ເມືອງ ຕິດປ້າຍຂ້າມທາງ, ແຈກຍ້າຍ ໂປສເຕີ ຕ່າງໆໃນຂອບເຂດທົ່ວປະເທດຈະເລີ່ມຕິດຕັ້ງປ້າຍໂຄສະນາຕາມເສັ້ນທາງສຳຄັນ ແລະ ແຈກຢາຍໂປສເຕີ ແລະ ແຜ່ນພັບຢູ່ຕາມສະຖານສຳຄັນ.  ສະປອດໂຄສະນາທາງໂທລະພາບ ແລະ ວິທະຍຸຈະ ອອກອາກາດໃນຕໍ່ເວລາອັນໃກ້ນີ້ ແລະ ຈະມີການສົ່ງຂໍ້ຄວາມສັ້ນໄປຫາຜູ້ນຳໃໍຊ້ໂທລະສັບມືຖືທຸກເລກໝາຍເພື່ອ ແຈ້ງໃຫ້ ຊາບກ່ຽວກັບການລົງເກັບກຳຂໍ້ມູນພາກສະໜາມຂອງການສຳຫຼວດພົນລະເມືອງຄັ້ງນີ້.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ນະຄອນ ຫລວງໃຫ້ຄວາມສຳຄັນຕໍ່ການ ສຳຫຼວດພົນລະມືອງຄັ້ງນີ້ ແລະ ໄລຍະຜ່ານມາກໍເອົາໃຈໃສ່ ຫ້າງຫາກະກຽ້ມການສຳຫຼວດພົນລະເມືອງຄັ້ງນີ້ ແລະ ໄດ້ລຳເລັດຫລາຍວຽກງານເປັນຕົ້ນ: ສຳເລັດກຳນົດເຂດສຳຫຼວດ, ຝຶກອົບຮົບຄູ່ຝຶກ ນັກເດີນສຳຫຼວດຂັ້ນເມືອງ.

ໃນອະນາຄົດຈະເລັງໃສ່ຝືກນັກເດີນສຳຫຼວດແລະ ປະກາດບັ້ນສຳຫຼວດໃນທ້າຍເດືອນນີ້ເພືອກຽມພ້ອມໃຫ້ກັບການເດີນສຳຫຼວດ ເກັບກໍາຂໍ້ມູນ ພາກສະໜາມຊຶ່ງຈະເລີ່ມຕົ້ນແຕ່ ວັນທີ 3 ພະຈິກ.  ຂ້າພະເຈົ້າ ເຊື່ອວ່າການສໍາຫຼວດມີຄວາມສອດຄ່ອງກັບສະພາບຕົວຈິງປະຈຸບັນສໍາລັບ ນະຄອນຫຼວງວຽງຈັນ.

ທ່ານ ທ່ານ ບັກໂຮເດຍ ເບີຄະນອ໋ຟ (Bakhodir Burkhanov), ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ເນັ້ນໜັກວ່າ: ການສໍາຫຼວດພົນລະເມືອງຄັ້ງນີ້ເປັນຂິດໝາຍຂອງ ສປປ ລາວ ໃນການຫັນເປັນດິຈິຕອລ ແລະ ການເດີນທາງຂອງການ ພັດທະນາ.

“ການສໍາຫຼວດພົນລະເມືອງໃນມື້ນີ້ ແມ່ນບໍ່ພຽງແຕ່ເປັນພຽງການດຳເນີນງານທາງດ້ານສະຖິຕິເທົ່ານັ້ນ, ແຕ່ມັນຍັງ ເປັນຄຳໝາຍໜັ້ນຂອງປະເທດຕໍ່ຂໍ້ມູນ, ຕໍ່ການພັດທະນາ ແລະ ຕໍ່ການຫັນເປັນດ້ານດິຈິຕອລ ຂອງ ສປປ ລາວ,” ທ່ານ ກ່າວ. “ການສໍາຫຼວດພົນລະເມືອງແບບດິຈິຕອລຄັ້ງທໍາອິດຂອງ ສປປ ລາວ, ມັນຈະຊ່ວຍເສີມສ້າງພື້ນຖານການ ພັດທະນາດ້ານສະຖິຕິຂອງປະເທດ ແລະ ສະໜອງ ຂໍ້ມູນຫຼັກຖານທີ່ຈໍາເປັນເພື່ອເປັນບ່ອນອິງໃນການກຳນົດ ນະໂຍບາຍ, ຮັບປະກັນໃຫ້ທຸກໆຄົນໄດ້ເບີງເຫັນ, ໄດ້ຖຶກໄດ້ຍິນ ແລະ ຖຶກຈົດນັບ”

 

ຕາງໜ້າ ໃຫ້ຄູ່ຮ່ວມພັດທະນາ ແລະ ໃນຖານະເປັນຄູ່ຮ່ວມທີ່ສຳຄັນ ການສະໜັບ ສະໜູນການຈັດຕັ້ງ ປະຕິບັດການ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປິ 2025, ທ່ານ ດຣ  ບັກທີຢໍ ຄາດິໂຣຟ (Bakhtiyor Kadyrov), ຜູ້ຕາງ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ກ່າວວ່າ ອົງການອົງການ UNFPA ທ່ານມຸ່ງໝັ້ນ ທີ່ຈະສະ ໜັບສະໜູນ ສປປ ລາວ ໃນການກະກຽມ ແລະ ຈັດຕັ້ງປະຕິບັດ ການສຳຫຼວດພົນລະເມືອງ ຄັ້ງນີ້ ແລະ ຮັບປະກັນວ່າ ຊ່ວຍເຫຼືອໃຫ້ການສຳຫຼວດຄັ້ງໄດ້ມາດຕະຖານສາກົນ ພ້ອມທັງ ເປັນແຫລ່ງສະໜອງຂໍ້ມູນທີ່ມີຄຸນນະ ພາບສູງທີ່ຈະເປັນພື້ນຖານສຳລັບການວາງແຜນການພັດທະນາຂອງ ສ ປປ ລາວ.

 

 

“ການສຳຫຼວດພົນລະເມືອງເປັນສັນຍາລັກຂອງການຮ່ວມມື ແລະ ເຕົ້າໂຮມທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ເຫັນຫລັກຖານອັນດຽວກັນ ແລະ ມີຄວາມເຂົ້າໃຈອັນດຽວກັນ.  ຂໍ້ມູນຈາກການສຳຫຼວດຈະເປັນພື້ນຖານໃຫ້ ແກ່ການວາງແຜນພັດທະນາໂຮງຮຽນ ແລະ ໂຮງໝໍໃຫ້ດີກວ່າເກົ່າ, ສ້າງຊຸມຊົນໃຫ້ປອດໄພ ແລະ ສ້າງສັງຄົມ ສຳລັບໜົດ ທຸກຄົນ. ຍ້ອນວ່າຂໍ້ມູນເປັນຂອງທຸກຄົນ, ມັນຈະເປັັນບ່ອນອິງໃຫ້ລັດຖະບານດຳເນີນວຽກງານ ລ່ວມ ພາກທຸລະກິດ ແລະ ພົນລະເມືອງທຸກຄົນ. ການພັດທະນາແບບຍືນຍົງແມ່ນຂຶ້ນກັບຄວາມມຸ້ງໜັ້ນຮ່ວມກັນ. ສຳມະຫຼວດພົນລະເມືອງ ຍົກໃຫ້ເຫັນ ຈຸດຮ່ວມເພຶ່ອເດີນໄປຂ້າງໜ້າຮ່ວມກັນດກ້າວໄປສູ່ຄວາມກ້າວໜ້າຮ່ວມກັນ ແລະ ໂອກາດທີ່ເທົ່າທຽມ ກັນສຳລັບທຸກຄົນ,”

 

ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຈາກ ລັດຖະບານ ແລະ ການສະໜັບສະໜູນດ້ານວິຊາການຈາກ ອົງການສະຫະ  ປະຊາ ຊາດ ກອງທຶນສຳລັບປະຊາກອນ ແລະ ຄູ່ຮ່ວມພັດທະນາ, ສູນສະຖິຕິແຫ່ງຊາດ ດຳເນີນມາຮອດ ໄລຍະສຸດ ທ້າຍຂອງ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ່ 5 ປີ 2025. ພາຍຫລັງ ສຳເລັດດຳເນີນການທົດລອງ ຄັ້ງສຸດທ້າຍໃນ ເດຶອນສິງຫາ ແລະ ການຝຶກອົບຮົບນັກເດີນສຳຫຼວດທີຄາດວ່າຈະສຳເລັດພາຍໃນທ້າຍເດຶອນຕຸລານີ້, ສູນສະຖິຕີແຫ່ງ ຊາດກຳລັງດຳເນີນໄປຕາມແຜນລົງເກັບກຳຂໍ້ມູນຳພາກສະໜາມໃນວັນທີ 3 ພະຈິກ, 2025.  

 

 

 

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດເປັນແຫຼ່ງຂໍ້ມູນພື້ນຖານທີ່ຈະຊີ້ໃຫ້ເຫັນການປ່ຽນແປງຂອງ ປະຊາກອນ, ລວມທັງການເກີດ, ການເສຍຊີວິດ, ການຍົກຍ້າຍຖິ່ນຖານ, ການມີສ່ວນຮ່ວມໃນກຳລັງແຮງງານ, ການ ຄາດຄະເນປະຊາກອນ, ແລະ ຂໍ້ມູນປະຊາກອນອື່ນໆ. ນອກຈາກນີ້, ມັນຍັງເປັນຖານຂໍ້ມູນ GIS ແຫ່ງຊາດສຳ ລັບການຈັດສັນທີ່ດິນ ແລະ ການຄຸ້ມຄອງປ່າໄມ້ແບບຍືນຍົງ. ທີ່ສຳຄັນ, ມັນຍັງໃຫ້ຂໍ້ມູນ ສຳລັບການວາງແຜນ ແລະ ການສະໜອງບໍລິການຂອງລັດ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຈະຊີ້ໃຫ້ເຫັນພາບລວມທີ່ສົມບູນແບບຂອງກຸ່ມປະຊາກອນທີອ່ອນແອ ແລະ ກຸ່ມທີ່ມີຄວາມສ່ຽງ, ລວມທັງກຸ່ມຄົນທີ່ມີຄວາມຫຍຸ້ງຍາກດ້ານການເຮັດວຽກ ຫຼື ຜູ້ພິການ, ແຮງງານເຄື່ອນຍ້າຍ, ບຸກຄົນທີ່ບໍ່ມີສັນຊາດ ແລະ ຄວາມແຕກຕ່າງ ລະຫວ່າງຍິງ-ຊາຍ. ຂໍ້ມູນທີ່ສໍາຄັນນີ້ ຈະຊ່ວຍ ໃຫ້ລັດຖະບານສາມາດອອກນະໂຍບາຍທີ່ມີຫຼັກຖານຊັດເຈນເຊິ່ງສອດຄ່ອງກັບສະພາບຄວາມ ເປັນຈິງໃນປະຈຸບັນ ແລະ ຄວາມຕ້ອງການທີ່ປ່ຽນແປງຂອງປະຊາກອນລຸ້ນປັດຈຸບັນ ແລະ ໃນອະນາຄົດ. ນອກຈາກນີ້, ຂໍ້ມູນຈາກການ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຍັງຈະຊ່ວຍຕິດຕາມຄວາມຄືບໜ້າຂອງ ການພັດທະນາຂອງ ສປປ ລາວ, ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ, ເປົ້າໝາຍການ ພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.