ນະຄອນຫຼວງວຽງຈັນ, ວັນທີ 20 ຕຸລາ 2026: ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢ່າງເປັນທາງການ ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການເປັນປະທານຂອງພະນະ ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະຊີ້ນຳລະດັບຊາດ, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານ ຈາກບັນດາກະຊວງ, ອຳນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ພາກເອກະຊົນ ແລະ ປະຊາຊົນ.
ໃນພິທີ, ພະນະທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກຂະແໜງການ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ໂດຍສະເພາະແມ່ນ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໃນຖານະເປັນຜູ້ປະສານງານ ແລະ ໃຫ້ການຊ່ວຍເຫຼືອຮອບດ້ານ, ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາຕໍ່ການສະໜັບສະໜູນ ຂອງລັດຖະບານອົດສະຕຣາລີ, ລັດຖະບານ ສປ ຈີນ, ລັດຖະບານລຸກຊຳບວກ, ສະຫະລັດອາເມຣິກາ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ; ອົງການພັດທະນາ ແລະ ຮ່ວມມືປະເທດສະວິດເຊີແລນ; ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາອື່ນໆ ທີ່ໄດ້ປະກອບສ່ວນເຮັດໃຫ້ການສຳຫຼວດແບບດິຈິຕອນຄັ້ງທຳອິດຂອງປະເທດ ປະສົບຜົນສຳເລັດ. ທ່ານຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ໃຫ້ນຳໃຊ້ຂໍ້ມູນຈາກການສຳຫຼວດຄັ້ງນີ້ ເພື່ອເປັນບ່ອນອີງທີ່ສຳຄັນໃນການຕິດ ຕາມ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10, ການວາງນະໂຍບາຍຂະແໜງການ, ການຈັດສັນງົບປະມານ ແລະ ການລົງທຶນເຂົ້າໃນໂຄງສ້າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການລຶບລ້າງຄວາມທຸກຍາກ.
ທ່ານ ນາງ ເພັດສະໝອນ ສອນ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ, ໄດ້ສະຫຼຸບພາບລວມຂອງຜົນການສຳຫຼວດ ເຊິ່ງຊີ້ໃຫ້ເຫັນເຖິງການປ່ຽນແປງທາງດ້ານໂຄງສ້າງປະຊາກອນ, ເປັນຕົ້ນແມ່ນ:
- ປະຊາກອນ ແລະ ການຂະຫຍາຍຕົວ: ພົນລະເມືອງລາວ ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາ ທັງໝົດ 7,555,536 ຄົນ (7,55 ລ້ານຄົນ), ໃນນັ້ນຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ແມ່ນ 7,24 ລ້ານຄົນ (ອີງໃສ່ຈໍານວນຄົນ ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ທີ່ຖືກຈົດນັບໃນເວລາສໍາຫຼວດຕົວຈິງ ມີ 6,744,701 ຄົນ ແລະ ບວກເພີ່ມ 497,069 ຄົນ (ຄວາມຜິດດ່ຽງ (+7%) ຈາກການສຳຫຼວດປະເມີນຄຸນນະພາບ)) ແລະ ບໍ່ມີຫນ້າອາໄສຢູ່ເປັນປະຈໍາ ທີ່ອາໃສຢູ່ຕ່າງປະເທດ ແມ່ນ 313,766 ຄົນ (313.7 ແສນ ຄົນ). ອັດຕາສ່ວນພົນລະເມືອງ ແມ່ຍິງ ຜູ້ທີ່ມີຫນ້າອາໄສຢູ່ເປັນປະຈໍາກວມເອົາ 49.2 % ແລະ ຜູ້ຊາຍ 50.8%.
- ໂຄງສ້າງອາຍຸ ແລະ ໂອກາດທາງເສດຖະກິດ: ສັດສ່ວນພົນລະເມືອງໃນກຸ່ມກຳລັງແຮງງານ (15–64 ປີ) ເພີ່ມຂຶ້ນເປັນ 65.0%, ເຮັດໃຫ້ອັດຕາສ່ວນຜູ້ເອື່ອຍອີງຫຼຸດລົງ, ເຊິ່ງຖືເປັນ “ໂອກາດທາງພົນລະເມືອງ” (Demographic Dividend) ທີ່ສຳຄັນໃນການຂັບເຄື່ອນການເຕີບໂຕທາງເສດຖະກິດຂອງ ສປປ ລາວ.
- ການສຶກສາ: ອັດຕາການຮູ້ໜັງສືຂອງພົນລະເມືອງອາຍຸ 6 ປີຂຶ້ນໄປ ບັນລຸ 83.6%.
ດຣ ບັກທີຢໍ ຄາດິໂຣຟ, ຜູ້ຕາງໜ້າອົງການ UNFPA, ໄດ້ສະແດງຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການສຳຫຼວດຄັ້ງນີ້ ແລະ ໄດ້ເນັ້ນໃສ່ຄວາມສຳຄັນຂອງການນຳໃຊ້ຂໍ້ມູນວ່າ: “ຜົນສຳເລັດການສຳຫຼວດພົນລະເມືອງ ແມ່ນບາດກ້າວສຳຄັນ, ແຕ່ຜົນປະໂຫຍດທີ່ແທ້ຈິງແມ່ນການນຳໃຊ້ຂໍ້ມູນເຫຼົ່ານີ້ ເຂົ້າໃນການກຳນົດນະໂຍບາຍໃຫ້ສອດຄ່ອງ ເພື່ອໃຫ້ທຸກຊຸມຊົນໄດ້ຮັບການພັດທະນາ ແລະ ບໍ່ປະປ່ອຍໃຜໄວ້ທາງຫຼັງ. ອົງການ UNFPA ຈະສືບຕໍ່ຢືນຄຽງບ່າຄຽງໄຫຼ່ ເພື່ອຊຸກຍູ້ການນຳໃຊ້ຂໍ້ມູນເຂົ້າໃນການຂັບເຄື່ອນການພັດທະນາຂອງ ສປປ ລາວ ຢ່າງຍືນຍົງ.”


