ເວັບໄຊ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ປະຫວັດ

ປະຫວັດຄວາມເປັນມາ ແລະ ຄວາມສຳຄັນ ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

    ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ໃນ ສປປ ລາວ ແມ່ນໄດ້ຈັດຕັ້ງປະຕິບັດໃນທຸກໆ 10 ປີ ເຊິ່ງໄດ້ດໍາເນີນການສໍາຫຼວດ ມາແລ້ວ 4 ຄັ້ງຄື:

– ຄັ້ງທໍາອິດ ໃນປີ 1985,

– ຄັ້ງທີສອງ ໃນປີ 1995,

– ຄັ້ງທີສາມ ໃນປີ 2005,

– ຄັ້ງທີສີ່ ຈັດຕັ້ງປະຕິບັດ ໃນປີ 2015.

    ມາຮອດປັດຈຸບັນ ລັດຖະບານ ສປປ ລາວ, ກະຊວງການເງິນ, ສູນສະຖິຕິແຫ່ງຊາດ, ກໍາລັງຂຸ້ນຂ້ຽວກະກຽມສໍາລັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ໃນປີ 2025.

    ການສໍາຫຼວດຄັ້ງທີ V ນີ້ ແມ່ນຄັ້ງທໍາອິດທີ່ນໍາໃຊ້ເຄື່ອງເຕັກໂນໂລຊີທີ່ທັນສະໄຫມເຊັ່ນແທັບເລັດ ແລະ ແບບສອບຖາມດີຈິຕ້ອນ ຊຶ່ງເປັນວິທີການໃໝ່ໃນການສໍາຫຼວດ ພ້ອມດຽວ ກັນນັ້ນໃນການກໍານົດເຂດສໍາຫຼວດກໍ່ໄດ້ນໍາໃຊ້ລະບົບແຜນທີ່ດີຈິຕ້ອນ ແລະ ຂໍ້ມູນຂ່າວສານພູມມີສາດ (GIS) ຈາກພາບຖ່າຍດາວທຽມ ແລະ ເກັບກຳຂໍ້ມູນດ້ວຍລະບົບແທັບເລັດ (CAPI). ສໍາລັບການສໍາຫຼວດສອງຄັ້ງທໍາອິດແມ່ນນໍາໃຊ້ແບບສອບຖາມລະບົບເຈ້ຍ, ຄັ້ງທີສາມ ແລະ ສີ ແມ່ນນໍາໃຊ້ແບບສອບຖາມ ແລະ ປ້ອນຂໍ້ມູນດ້ວຍລະບົບສະແກນເນີ້,

    ຫຼັກການສໍາຫຼວດ ແລະ ທີ່ຢູ່ອາໄສ ຂອງ ສປປ ລາວ ໂດຍ ລວມແມ່ນໄດ້ນໍາໃຊ້ຫຼັກການ, ລະບອບວິທະຍາຂອງສະຖິຕິຂອງສາກົນໂດຍຖືເອົາການ ເປັນປະຈໍາ (De Jure) ແລະ ກຳນົດ ວັນນັດໝາຍການສໍາຫຼວດ ແມ່ນ ວັນທີ 1 ມີນາ ເວລາ 00 ໂມງ.

ຈຸດປະສົງຂອງການສຳຫຼວດ

  1. ເພື່ອດໍາເນີນການເກັບກຳຂໍ້ມູນ ພົນລະເມືອງໃນຂອບເຂດທົ່ວປະເທດ ຊຶ່ງປະກອບດ້ວຍ: ຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງສະພາບການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆ ຂອງພົນລະເມືອງ ໃນ ສປປ ລາວ ຊ່ວງໄລຍະ 10 ປີ ເພື່ອສ້າງເປັນລະບົບຂໍ້ມູນຂ່າວສານສະແດງການປ່ຽນແປງດ້ານປະຊາກອນໂດຍນໍາໃຊ້ເຄື່ອງມືອີເລັກໂທນິກ ເຂົ້າໃນການເກັບກຳຂໍ້ມູນດັ່ງກ່າວ,
  2.  ເພື່ອປັບປຸງແຜນທີ່ຈຸດທີ່ຕັ້ງບ້ານ, ຈຸດທີ່ຕັ້ງໂຄງສ້າງອາຄານ, ຄົວເຮືອນ ແລະ ພື້ນຖານໂຄງລ່າງຕ່າງໆ ໃນຂອບເຂດທົ່ວປະເທດ, ເພື່ອສ້າງແຜນທີ່ບ້ານ, ແຜນທີ່ເຂດສຳຫຼວດ ຮັບໃຊ້ໃຫ້ແກ່ການເດີນສໍາຫຼວດ, ການວິໄຈ ແລະ ການເຜີຍແຜ່ຂໍ້ມູນເຂົ້າໃນລະບົບແຜນທີ່ດ້ານເສດຖະກິດ-ສັງຄົມຂອງ ສປປ.
  3. ເພື່ອປັບປຸງຖານຂໍ້ມູນພົນລະເມືອງຮັບໃຊ້ໃຫ້ແກ່ການສ້າງແຜນນະໂຍບາຍດ້ານພົນລະເມືອງ ແລະ ວຽກງານຄຸ້ມຄອງພົນລະເມືອງ, ຕິດຕາມ ແລະ ປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.
  4. ເພື່ອພັດທະນາ ແລະ ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ການເຊື່ອມໂຍງລະບົບຖານຂໍ້ມູນເພື່ອການສ້າງແຜນນະໂຍບາຍ ແລະ ການພັດທະນາຢ່າງກວ້າງຂວາງ ເປັນຕົ້ນ ປັບປຸງນະໂຍບາຍ ແຫ່ງຊາດດ້ານປະຊາກອນ ກໍ່ຄືນະໂຍບາຍດ້ານ ສັງຄົມອື່ນໆ ເພື່ອປັບປຸງເງື່ອນໄຂການດໍາລົງຊີວິດ ແລະ ຍົກສູງລະດັບຄຸນນະພາບ ຊີວິດຂອງປະຊາຊົນໃຫ້ດີຂື້ນ.
  5. ວິໄຈລົງເລິກໃນບັນດາຫົວຂໍ້ຕ່າງໆຂອງການສໍາຫຼວດ ຈະເປັນກອບວຽກຄົ້ນຄວ້າເພື່ອຊອກຫາບັນຫາ ແລະ ຄວາມທ້າທາຍຫຼັກ ໃນການພັດທະນາໃນດ້ານຕ່າງໆເຊັ່ນ: ການສຶກສາ, ທີ່ຢູ່ອາໄສ, ໂອກາດທາງດ້ານເສດຖະກິດ, ການມີວຽກເຮັດງານທໍາ ແລະ ສ້າງລາຍຮັບຂອງພົນລະເມືອງ.

  6. ສ້າງຄວາມອາດສາມາດ, ປະສົບການ ແລະ ຄວາມຊຳນານງານ ໃຫ້ແກ່ພະນັກງານໃນລະບົບສະຖິຕິແຫ່ງຊາດ ໂດຍສະເພາະແມ່ນ ດ້ານການວາງແຜນ, ການຄຸ້ມຄອງບໍລິຫານ, ການປະສານງານກັບພາກສ່ວນຕ່າງໆ ຕະຫຼອດຮອດການເກັບກຳຂໍ້ມູນ, ການປະເມີນ, ການປຸງແຕ່ງຂໍ້ມູນ, ການສ້າງຕາຕະລາງ, ການ ວິໄຈ ແລະ ການເຜີຍແຜ່ຂໍ້ມູນ.

  7. ເພື່ອສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030). ຂໍ້ມູນການສໍາຫຼວດພົນລະເມືອງທີ່ຖືກຕ້ອງ ແລະ ໜ້າເຊື່ອຖືແມ່ນເປັນຂໍ້ມູນພື້ນຖານຫຼັກຂອງຕົວຊີ້ບອກເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ວິໄສທັດຮອດປີ 2030, ການປະເມີນສະຖານະພາບການຫຼຸດພົ້ນຈາກປະເທດດ້ອຍພັດທະນາ.

  8. ສ້າງຄວາມເຂົ້າໃຈ ໃຫ້ທຸກພາກສ່ວນລວມທັງພາກລັດ ແລະ ພະນັກງານລະດັບສູງກ່ຽວກັບຄວາມສໍາຄັນຂອງຂໍ້ມູນດ້ານພົນລະເມືອງທີ່ມີຄຸນນະພາບສູງ ແລະ ການນໍາໄປໃຊ້ໃຫ້ບັນລຸຈຸດປະສົງໃນການສ້າງສາ ແລະ ພັດທະນາປະເທດ,

ເປົ້າໝາຍການສຳຫຼວດ

ເປົ້າໝາຍໃນການສຳຫຼວດໃນຄັ້ງນີ້ ແມ່ນໄດ້ແບ່ງອອກເປັນ 3 ຫົວໜ່ວຍການຈົດນັບດັ່ງນີ້:

1. ຫົວໜ່ວຍທີ່ຢູ່ອາໄສ;
  • ທີ່ຢູ່ອາໄສແມ່ນຫົວໜ່ວຍທີ່ພັກອາໄສຂອງຄົນ ຄົນໜຶ່ງ ຫຼຶ ຫຼາຍຄົນທີ່ຢູ່ຮ່ວມກັນ ຫຼຶ ສ້າງຂຶ້ນເພຶ່ອເປັນທີ່ຢູ່ອາໄສຊົ່ວຄາວ ຫຼຶ ອາໄສຢູ່ຖາວອນ.
2.ຫົວໜ່ວຍຄົວເຮືອນ;
  • ຄົວເຮືອນສ່ວນບຸກຄົນ ແລະ ຄົວເຮືອນ ລວມໝູ່
3. ຫົວໜ່ວຍບຸກຄົນ;
  • ບັນດາບຸກຄົນທີ່ເປັນພົນລະເມືອງທົ່ວໄປນັບທັງຄົນລາວ, ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ທີ່ມີເຈດຈຳນົງດຳລົງຊີວິດຢູ່ ສປປ ລາວ 6 ເດືອນຂຶ້ນໄປ.
  • ກຳລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບ ແລະ ບັນດາບຸກຄົນທີ່ຖືກຄຸມຂັງຢູ່ຄ້າຍຄຸມຂັງ ແລະ ສູນດັດສ້າງຕ່າງໆ.
  • ນັກການທູດ, ພະນັກງານການທູດ ແລະ ຄອບຄົວທີ່ປະຈຳຢູ່ສະຖານທູດ ສປປ ລາວ ຢູ່ຕ່າງປະເທດ.
  • ບັນດາບຸກຄົນທີ່ເປັນພົນລະເມືອງລາວ ທີ່ມີເຈດຈຳນົງ ໄປເຄື່ອນໄຫວວຽກ, ໄປສຶກສາຮ່ຳຮຽນ ຫຼຶ ດຳລົງຊີວິດຢູ່ຕ່າງປະເທດ 6 ເດືອນຂື້ນໄປ ຫາ 10 ປີ (ຕາມການກໍານົດໃນກົດໝາຍວ່າດ້ວຍສັນຊາດ).

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນຫຍັງ

ອົງການສະຫະປະຊາຊາດ ໄດ້ໃຫ້ຄໍານິຍາມ ການສຳຫຼວດພົນລະເມືອງວ່າ: ແມ່ນຂະບວນການເກັບກຳຂໍ້ມູນ, ສະຫຼຸບ, ປະເມີນ ແລະ ການເຜີຍ ຫຼຶ ການສື່ສານຂໍ້ມູນຂ່າວສານທາງດ້ານປະຊາກອນ, ເສດຖະກິດ-ສັງຄົມ ກ່ຽວກັບພົນລະເມືອງທັງໝົດໃນປະເທດໃດໜຶ່ງ ຫຼຶ ໃນພາກສ່ວນໃດໜຶ່ງຂອງປະເທດໃນເວລາທີ່ກໍານົດ. ການສໍາຫຼວດພົນລະເມືອງແມ່ນການຈົດນັບທຸກໆຄົນໃນປະເທດໃດໜຶ່ງ ໃນເວລາທີ່ກໍານົດ.

ເຊັ່ນດຽວກັນກັບການເກັບກໍາຂໍ້ມູນທີ່ຢູ່ອາໄສ ເຊິ່ງຈະເກັບກໍາຂໍ້ມູນທີ່ຕັ້ງຂອງທີ່ຢູ່ອາໄສ ແລະ ຄຸນລັກສະນະຂອງທີ່ຢູ່ອາໄສ. ສະນັ້ນ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນເພື່ອດຳເນີນການເກັບກໍາຂໍ້ມູນ, ການລວບລວມ, ການປະເມີນ, ການເຜີຍແຜ່, ການວິເຄາະຂໍ້ມູນທັງໝົດຂອງທຸກຄົນ, ຄົວເຮືອນ ແລະ ທີ່ຢູ່ອາໄສ ໃນຂອບເຂດທົ່ວປະເທດ.