ໃນວັນທີ 26, 2026 ທີ່ຜ່ານມາ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດພິທີປິດຊຸດຝຶກອົບຮົມ ກ່ຽວກັບ ກວດແກ້ ແລະ ການປຸງແຕ່ງຂໍ້ມູນ ເຊິ່ງຖື່ເປັນບາດກ້າວທີ່ສຳຄັນໃນຂະບວນການຈັດຕັ້ງປະຕິບັດການສຳຫຼວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025
ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ຄະນະຊີ້ນຳລະດັບຊາດ ສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5, ຜູ້ປະຈຳການ ແລະ ປອ ບັກທີຢໍ ຄາດິໂຣຟ ຜູ້ຕ່າງໜ້າອົງການສະຫະປະຊາດກອງທຶນ ສຳລັບປະຊາກອນ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມພິທີປິດຊຸດຝຶກອົບຮົມດັ່ງກ່າວ ເຊິ່ງໄດ້ດຳເນີນເປັນເວລາສອງອາ ທິດທີ່ຜ່ານມາ ແຕ່ວັນທີ 1526/06/2026 ພາຍໃຕ້ການສະໜັບສະໜູນທາງດ້ານເຕັກນິກ ຈາກອົງການສະຫະປະ ຊາດກອງທຶນສຳ ລັບປະຊາກອນ ແລະ ຄູ່ຮ່ວມພັດທະນາ.
“ຈຸດປະສົງ ຂອງການຝຶກອົບຮົມຄັ້ງ ນີ້ແມ່ນເພື່ອຍົກລະດັບຄວາມອາດສາມາດໃຫ້ແກ່ ພະນັກງານສູນສະຖິຕິແຫ່ງຊາດ ກຽ່ວກັບຫລັກການ, ວີທີການ ແລະ ການປະຕິບັດຕົວຈິງໃນການກວດແກ້ ແລະ ປຸ່ງແຕ່ງຂໍ້ມູນໂດຍນຳໃຊ້ AI. ຜ່ານການຮຽນນຳຊ່ຽວຊານສາກົນ, ນັກສຳມະນາກອນໄດ້ຮຽນຮູ້ ກ່ຽວກັບຫຼັກການການກວດແກ້ຂໍ້ມູນ ການ ປຸງແຕ່ງຂໍ້ມູນ ລວມທັງ, ການໃສ່ລະຫັດ ແລະ ການກວດແກ້ຄວາມສອດຄ່ອງ ຂອງຂໍ້ມູນທີ່ໄດ້ຈາກການລົງເກັບ ກຳຂໍ້ມູນຢູ່ພາກສະໜາມ ໃນທ້າຍປີ 2025 ແລະ ການສຳຫຼວດປະເມີນຄຸນນະພາບພາຍຫຼັງການສຳຫຼວດໃຫຍ່ ໃນເດືອນມີນາ ປີ 2026, ໂດຍນຳໃຊ້ລະບົບ AI ເຂົ້າໃນວຽກງານດັ່ງກ່າວ” ທ່ານ ນາງ ເພັດສະໝອນ ກ່າວ.
ທ່ານ ຍັງກ່າວຕື່ມວ່າ ການຝຶກອົບຮົມ ກ່ຽວກັບການວິເຄາະວິໄຈຂໍ້ມູນຂອງການສຳຫຼວດ ຈະຈັດຂຶ້ນໃນເດືອນກໍລະກົດ ພາຍໃຕ້ແຜນຮ່ວມມືລະຫວ່າງ ສູນສະຖິຕິແຫ່ງຊາດ ແລະ ອົງການສະຫະປະຊາດກອງທຶນ ສຳລັບປະຊາກອນ. ຜົນສຳ ເລັດ ຂອງການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານສູນສະຖິຕິແຫ່ງຊາດ ຈະສ້າງພື້ນຖານເພື່ອກ້າວ ໄປສູ່ການກຽມສ້າງບົດລາຍງານຜົນ ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ 5 ປີ 2025 ສະບັບສົມບູນ ເຊິ່ງຄາດວ່າບົດລາຍງານດັ່ງຖຶກເຜີຍແຜ່ໃນ 23 ເດືອນຂ້າງໜ້າ.
ສປປ ລາວ ໄດ້ເລີ່ມຕົ້ນດຳເນີນຂະບວນການເກັບກຳຂໍ້ມູນພາກສະໜາມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025 ແຕ່ວັນທີ 3 ພະຈິກ ປີ 2025 ຫາ ວັນທີ 28 ທັນວາ 2025 ພາຍຫຼັງສຳເລັດວາງແຜນ ແລະ ກະກຽມຄວາມພ້ອມດ້ານຕ່າງໆເປັນເວລາ 4 ປີ ພາຍໃຕ້ການຊ່ວຍເຫຼືອດ້ານວິຊາການຈາກອົງການ ສະຫະປະຊາດ ກອງທຶນສຳລັບປະຊາກອນ ແລະ ບັນດາຄູ່ຮ່ວມພັດທະນາເຊັ່ນ: ລັດຖະບານອົດສະຕາລີ, ສປ ຈີນ, ສະວິດເຊີແລນ, ລຸກຊຳບວກ, ສະຫະ ລັດອາເມລິກາ ແລະ ເຢຍລະມັນ.
ການສຳຫຼວດຄັ້ງນີ້ ແນໃສ່ເກັບກຳຂໍ້ມູນເພື່ອຊີ້ໃຫ້ເຫັນສະພາບຊີວິດການເປັນຢູ່ ຂອງປະຊາຊົນ, ແນວໂນ້ມການປ່ຽນ ແປງດ້ານປະຊາກອນ ແລະ ທີ່ຢູ່ອາໄສ. ຂໍ້ມູນດັ່ງກ່າວຈະເປັນພື້ນຖານທີ່ສຳຄັນແກ່ການສາ້ງນະໂຍບາຍ ທີ່ອີງໃສ່ຫຼັກ ຖານ, ເປັນບ່ອນອີງໃຫ້ແກ່ການວາງແຜນພັດທະນາ, ຈັດສັນງົບປະມານ ແລະ ຕິດຕາມຄວາມຄືບໜ້າ ການຈັດຕັ້ງ ປະຕິບັດວຽກບູລິມະສິດ ຂອງລັດຖະບານ ລວມທັງຕິດຕາມຄວາມຄຶບໜ້າການຈັດຕັ້ງປະຕິບັດເປົ້າໝາຍພັດທະນາ ແບບຍືນຍົງ ແລະ ບັນດາຄຳໝາຍໝັ້ນຕໍ່ການຈັດຕັ້ງປະຕິໜ້າວຽກງານຍຸດທະສາດອື່ນໆ.
ໃນວັນທີ 30 ເມສາ 2026, ຄະນະຊີ້ນຳລະດັບຊາດ ສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ໄດ້ເປີດກອງປະຊຸມ ເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025. ນອກຈາກນີ້, ກອງປະຊຸມຍັງຮຽກຮ້ອງໃຫ້ສູນສະຖິຕິແຫ່ງຊາດ ແລະ ຄູ່ຮ່ວມງານໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຳຫຼວດພົນລະເມືອງໃຫ້ໄປຕາມແຜນທີ່ກຳນົດໄວ້ ພ້ອມທັງສືບຕໍ່ ກວດກາ, ປຸງແຕ່ງ ແລະ ວິເຄາະຂໍ້ມູນ ເພຶ່ອຮັບປະກັນໃຫ້ການສ້າງບົດລາຍງານຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສສະບັບສົມບູນສຳເລັດຕາມແຜນທີ່ວາງໄວ້ ພ້ອມທັງມີທີ່ມີຄຸນນະພາບສູງ.
ທ່ານ ລຽນທອງ ສຸພານີ ຫົວໜ້າກົມສະຖິຕິເສດຖະກິດສັງຄົມ, ສູນສະຖິຕິແຫ່ງຊາດ ໄດ້ກ່າວ ວ່າ ພາຍຫຼັງທີ່ໄດ້ສຳເລັດການເກັບກຳຂໍ້ມູນພາກສະໜາມໃນທົ່ວປະເທດໃນທ້າຍ ປີ 2025 ແລະ ການສຳຫຼວດ ປະເມີນຄຸນນະພາບຫຼັງການສຳຫຼວດໃຫຍ່. ມາຮອດປະຈຸບັນ ການສຳຫຼວດໄດ້ກ້າວເຂົ້າສູ່ ໄລຍະທ້າຍຂອງໂຄງການ ແລ້ວ ເຊິ່ງເປັນໄລຍະທີ່ນຳເອົາຂໍ້ມູນຈາກການເກັບກຳພາກສະໜາມ ມາວິເຄາະວິໄຈ, ຂຽນບົດລາຍງານຜົນຂອງການສຳ ຫຼວດ ແລະ ຈະໄດ້ເຜີຍແຜ່ຜົນຂອງການສຳຫຼວດໃນເວລາອັນໃກ້ນີ້.
“ເຖິງວ່າໄດ້ຜະເຊີນກັບສິ່ງທ້າທາຍຫຼາຍດ້ານ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025 ໄດ້ດຳເນີນຕາມກຫລັກການສາກົນ ແລະ ສາມາດປະຕິບັດຕາມແຜນທີກຳນົດໄວ້. ຜົນສຳເລັດດັ່ງກ່າວສ່ອງ ແສງໃຫ້ເຫັນຄຳໝາຍໝັ້ນ, ການຮ່ວມມື, ການປະສານສົມທົບທີ່ເຂັ້ມແຂງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງ. ຜົນຂອງການສຳຫຼວດຄັ້ງນີ້ຈະເປັນຫຼັກຖານສຳຄັນ ເພື່ອນຳໃຊ້ເຂົ້າ ໃນການກຳນົດແຜນພັດທະນາ, ກຳນົດນະໂຍບາຍ ແລະ ຈັດສັນງົບປະມານແຫ່ງຊາດ,” ທ່ານ ລຽນທອງ ທັງເປັນ ຫົວໜ້າຫ້ອງການສຳຫຼວດຂັ້ນສູນກາງກ່າວ.
ຜູ້ຕາງໜ້າ ອົງການສະຫະປະຊາດ ກອງທຶນສຳລັບປະຊາກອນ ປອ ບັກທີຢໍ ຄາດິໂຣຟ ສະແດງຄວາມຍິນດີຕໍ່ຄວາມຄືບ ໜ້າໃນກາຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງໃນໄລຍະຜ່ານມາ ພ້ອມທັງໃຫຢືນຢັນຄືນຄຳໝາຍໝັ້ນຂອງອົງ ການທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ລັດຖະບານ ແຫ່ງ ສປປ ລາວ ບັນລຸຜົນສຳເລັດການສຳຫຼວດພົນລະເມືອງຄັ້ງນີ້.
“ຂະນະທີ່ພວກເຮົາພວມຍັບເຂົ້າໃກ້ຜົນສຳເລັດຂອງການຈັດຕັ້ງປະຕິບັດຂະບວນການສຳຫຼວດພົນລະເມືອງ ແລະ ທີ່ ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025, ພວກເຮົາຮັບຮູ້ວ່າເປົ້າໝາຍສູງສຸດຂອງການສຳຫຼວດພົນລະເມືອງແມ່ນເພື່ອ ປະຊາຊົນ. ຢູ່ເບື້ອງຫຼັງຂອງທຸກຂໍ້ມູນແມ່ນບຸກຄົນ, ຄອບຄົວ ແລະ ຊຸມຊົນ. ຜົນສຳຫຼວດຄັ້ງນີ້ຈະສະໜອງຫຼັກຖານ ທີ່ສຳຄັນສຳລັບການກຳນົດນະໂຍບາຍ ແລະ ເປັນບ່ອນອີງໃນການຈັດສັນການລົງທຶນ ແລະ ການກຳນົດແນວທາງການ ພັດທະນາ ແນ່ໃສ່ຍົກລະດັບຊິວິດເປັນຢູ່ຂອງປະຊາຊົນ ໂດຍສະເພາະ ແມ່ຍິງ, ຊາວໜຸ່ມ ແລະ ຜູ້ສູງອາຍຸ ລວມທັງຜູ້ ດ້ອຍໂອກາດ. ໂດຍຮັບປະກັນໃຫ້ທຸກຄົນໄດ້ຮັບການຈົດນັບ, ພວກເຮົາຈຶ່ງສາມາດຮັບປະກັນໃຫ້ທຸກຄົນຖືກ ເບິ່ງເຫັນ, ຖືກໄດ້ຍິນ ແລະ ມີໂອກາດປະກອບສ່ວນເຂົ້າໃນສ້າງສາພັດທະນາປະເທດຊາດ.
