Skip to main content

ເວັບໄຊ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ນະຄອນຫຼວງວຽງຈັນ, ສປປ ລາວ, 5 ພະຈິກ 2026 – ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາດກອງທຶນ ສຳລັບປະຊາກອນ (UNFPA) ມື້ນີ້ ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງ ບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍ ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ທີ່ ໂຮງແຮມ ຄຣາວ ພາລາຊາ, ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມເອົາຕົວແທນຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ, ໃນນັ້ນລ່ວມມີ ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງ ປ້ອງກັນຄວາມສະຫງົບ ແລະ ສະຫະພັນແມ່ຍິງລາວ ເພື່ອປຶກສາຫາລືຜົນເບື້ອງ ແລະ ບັນດາຕົວຊີ້ບອກຂອງ ບົດລາຍງານດັ່ງກ່າວ, ເຊິ່ງເປັນບາດກ້າວອັນສຳຄັນໃນການຫັນປ່ຽນຂໍ້ມູນດ້ານປະຊາກອນໃຫ້ກາຍເປັນນະໂຍບາຍແຫ່ງ ຊາດທີ່ສາມາດນຳໄປຈັດຕັ້ງປະຕິບັດໄດ້. ພ້ອມດຽວກັນນີ້, ຍັງມີຜູ້ຕາງໜ້າຈາກສະຖາບັນ ການສຶກສາ ແລະ ສະຖາບັນ ຄົ້ນຄວ້າ, ບັນດາຄູ່ຮ່ວມພັດທະນາ ຕະຫຼອດຮອດຜູ້ໃຫ້ທຶນ ເຂົ້າຮ່ວມງານດັ່ງກ່າວ.

ສຳລັບສົກປີ 2026–2027 ນີ້, ມີບົດລາຍງານທີ່ຖຶກຮັບຮອງເປັນບຸລິມະສິດຄື່: ບົດລາຍງານກຽ່ວກັບການເກີດ ແລະ ການແຕ່ງງານ, ການຕາຍ, ການຍົກຍ້າຍຖິ່ນຖານ ແລະ ການຫັນເປັນຕົວເມືອງ ແລະ ການຄາດຄະເນປະຊາກອນ. ບົດລາຍງານເຫຼົ່ານີ້ແມ່ນສ່ວນໜຶ່ງ ຂອງບົດລາຍງານຫົວຂໍ້ສະເພາະທັງໝົດ 12 ບົດລາຍງານທີ່ຈະຖຶກຂຽນຂຶ້ນພາຍ ໃຕ້ກອບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025.

ໃນບົດກ່າວເປີດກອງປະຊຸມ, ທ່ານ ວິໄລສຸກ ສີສຸລາດ, ຮອງຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງ ຊາດ ກະຊວງການເງິນ, ໄດ້ເນັ້ນໜັກເຖິງການຫັນປ່ຽນຈາກ ສະຖິຕິພື້ນຖານໄປສູ່ການສ້າງນະໂຍບາຍ ທີ່ສາມາດນຳໄປຈັດຕັ້ງ ປະຕິບັດໄດ້.

“ເຖິງແມ່ນວ່າ ບົດລາຍງານການສຳຫຼວດພົນລະເມືອງ ຈະສະແດງໃຫ້ພວກເຮົາເຫັນພາບລວມ ຂອງປະຊາກອນ, ແຕ່ ການສຶກສາລົງເລິກຕາມຫົວຂໍ້ສະເພາະເຫຼົ່ານີ້ຈະຊ່ວຍໃຫ້ພວກ ເຮົາເຂົ້າໃຈທ່າອ່ຽງການປ່ຽນແປງໃນບັນດາຂົງ ເຂດຕົ້ນຕໍ. ຄຳຄິດເຫັນ ແລະ ຂໍ້ສະເໜີທີ່ໄດ້ຮັບໃນມື້ນີ້ ຈະຮັບປະກັນໃຫ້ບົດລາຍງານເຫຼົ່ານີ້ ກາຍເປັນຄູ່ມືຕົວຈິງໃນ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ເປັນບ່ອນອິງໃນການຈັດສັນຊັບພະຍາກອນ ເຂົ້າໃນການພັດທ້ອງຖິນທີ່ມີຄວາມຕ້ອງການໃນແຂວງຕ່າງໆ,” ທ່ານ ກ່າວ.

ໃນກອງປະຊຸມດ້ານວິຊາການພາກເຊົ້າ, ຊ່ຽວຊານສາກົນ ໄດ້ນຳສະເໜີຜົນເບື້ອງຕົ້ນກ່ຽວກັບຕົວຊີ້ວັດຫຼັກດ້ານ ປະຊາກອນ ສຳລັບການເກີດ, ການແຕ່ງງານ ແລະ ການຕາຍ ຢູ່ ສປປ ລາວ. ຊ່ຽວຊານດ້ານວິຊາການ ທ່ານ ຣາຟ ຮັກເກີດ (Ralph Hakkert) ແລະ ທ່ານ ເບັນ ຈາຣາບີ (Ben Jarabi) ໄດ້ລົງເລິກລາຍລະອຽດກ່ຽວກັບ ບັນດາຕົວ ຊີ້ວັດທີ່ສຳຄັນ ລວມທັງອັດຕາກາເກີດ, ຮູບແບບການແຕ່ງດອງ, ແລະ ທ່າອ່ຽງການເກີດລູກໃນໄວໜຸ່ມ. ຫຼັງຈາກນັ້ນ, ກໍໄດ້ມີການສະເໜີຜົນໄດ້ຮັບ ຫລັກ ກ່ຽວກັບອັດຕາການຕາຍຂອງເດັກອ່ອນ, ເດັກນ້ອຍ, ແລະ ແມ່, ເຊິ່ງມີຄວາມສຳ ຄັນຢ່າງຍິ່ງຕໍ່ການປະເມີນການສະໜອງການບໍລິການ ແລະ ຄວາມສະເໝີພາບດ້ານສຸຂະພາບໃນທົ່ວປະເທດ.

ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດເຫັນ ແລະ ຂໍ້ສະເໜີແນະ ຕໍ່ກັບຜົນເບື້ອງຕົ້ນ, ບັນດາຕົວຊີ້ວັດ, ແລະ ວິທີການວິເຄາະ. ກອງປະຊຸມໄດ້ອັດລົງດ້ວຍການປຶກສາຫາລືດ້ານວິຊາການ ກ່ຽວກັບການເຊື່ອມໂຍງຂໍ້ມູນ ການສຳ ຫຼວດພົນລະເມືອງໂດຍກົງ ເຂົ້າກັບເຄື່ອງມືແຜນທີ່ດີຈິຕອນ ເພື່ອໃຫ້ສາມາດສະແດງຜົນເປັນພາບ ແລະ ນຳໃຊ້ໄດ້ ໃນລະດັບແຂວງ ແລະ ເມືອງ.

ສຳລັບແຜນການໃນອະນາຄົດ

ຄຳຄິດເຫັນຈາກປຶກສາຫາລືຄັ້ງນີ້ ຈະຖືກນຳໄປປະກອບເຂົ້າໃນຮ່າງບົດລາຍງານຫົວຂໍ້ສະເພາະ. ບົດລາຍເຫຼົ່ານີ້ ຈະຖືກ ປັບປຸງໃຫ້ສົມບູນ ແລະ ເຜີຍແຜ່ຢ່າງເປັນທາງໃນ ປີ 2027. ຜົນຂອງບົດລາຍງານດັ່ງກ່າວຈະຊ່ວຍເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນແຫ່ງຊາດ ແລະ ສະໜັບສະໜູນ ຄວາມພະຍາຍາມ ໃນການປັບປຸງວຽກງານສາທາ ລະນະສຸກ, ລວມທັງສຸຂະພາບ ແລະ ສິດທິທາງເພດ ແລະ ການຈະເລີນພັ ນ, ພ້ອມທັງ ສ້າງກາລະໂອກາດການ ພັດທະນາ ໃຫ້ແກ່ແມ່ຍິງ, ເດັກຍິງ ແລະ ຊາວໜຸ່ມ ໃນທົ່ວ ສປປ ລາວ.