ກ່ຽວກັບພວກເຮົາ

ເວທີການເຜີຍແຜ່ຂໍ້ມູນເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ແມ່ນຖານຂໍ້ມູນສະຖິຕິແຫ່ງຊາດ, ສ້າງໂດຍສູນສະຖິຕິແຫ່ງຊາດ ໃນຖານະເປັນຜູ້ເຜີຍແຜ່ຂໍ້ມູນສະຖິຕິຢ່າງເປັນທາງການ ໂດຍສະເພາະ ຂໍ້ມູນໃນການຕິດຕາມການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຂອງ ສປປ ລາວ, ເວທີການເຜີຍແຜ່ຂໍ້ມູນເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ຍັງໃຫ້ຄວາມສະດວກການບໍລິການຂໍ້ມູນສະຖິຕິ ຜ່ານປະຕູດຽວຊຶ່ງປະກອບດ້ວຍຂໍ້ມູນສະຖິຕິທຸກຂະແໜງການທີ່ສໍາຄັນ.
ເວັບໄຊດັ່ງກ່າວ ເຮັດໃຫ້ຜູ້ນໍາໃຊ້ຄົ້ນຫາຂໍ້ມູນໄດ້ງ່າຍ ແລະ ມີບ່ອນອີງແຫຼ່ງທີ່ມາຂອງຂໍ້ມູນສະຖິຕິທາງການ, ສ້າງຄວາມສະດວກຜູ້ນໍາໃຊ້ໃນການເຂົ້າເຖິງໄດ້ງ່າຍ ແລະ ໄດ້ຮັບຂໍ້ມູນສະຖິຕິຕາມທີ່ຕ້ອງການ.