
(LLPS-Phase II)
- ຄວາມເປັນມາຂອງໂຄງການ
ໂຄງການຮ່ວມມືລະຫວ່າງ ລັດຖະບານ ສປປລາວ ແລະ ລາດຊາອານາຈັກ ລຸກຊໍາບວກ ໄລຍະ II ແມ່ນ ໂຄງ ການຊ່ວຍເຫຼືອລ້າດ້ານວິຊາການ ແນ່ໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ສູນສະຖິຕິແຫ່ງຊາດ ກໍ່ຄືລະບົບສະຖິຕິແຫ່ງຊາດ ໃນການຜະລິດສະຖິຕິ ແລະ ຕົວຊີ້ບອກ ໃຫ້ໄປຕາມມາດຖານສາກົນ ໃນປະເມິນເປົ້າໝາຍການພັດທະນາແບບຍືນຍົງປີ 2030. ໂຄງການຮ່ວມມືດ້ານສະຖິຕິນີ້ ແມ່ນເປັນໂຄງການສືບຕໍ່ຈາກໄລຍະໜື່ງ ທີ່ໄດ້ຈັດຕັ້ງປະຕິບັດໃນປີ 2017 -2020 ໂດຍ ຕາງໜ້າຈາກລັດຖະບານຝ່າຍລາວ ແມ່ນສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ແລະ ຕາງໜ້າຈາກຝ່າຍ ລັດຖະບານລຸກຊໍາບວກ ແມ່ນ ສະຖາບັນຄົ້ນຄວ້າສະຖິຕິ ແລະ ເສດຖະກິດ (STATEC) ເປັນຜູ້ຈັດຕັ້ງປະຕິບັດໂຄງການ. ເຊິ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາສາມາດສະຫຼູບຖອດຖອນໄດ້ດັ່ງນີ້:
1. ຈຸດດີ:
- ໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກຄະນະນໍາກະຊວງແຜນການ ແລະ ການລົງທຶນ ໂດຍຜ່ານ ກົມຮ່ວມມືສາກົນ ໃນການຄຸ້ມຄອງໂຄງການ, ໂຄງການໄດ້ມີການຈັດຕັ້ງຄະນະຮັບຜິດຊອບ ໂດຍ ສູນສະຖິຕິແຫ່ງຊາດເປັນຜູ້ຈັດຕັ້ງປະຕິບັດ, ເຮັດໃຫ້ໂຄງການໄດ້ຮັບທຶນສົມທົບຈໍານວນ ເພື່ອປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດໂຄງການໄດ້ປະຕິບັດຕາມແຜນ;
- ເນື່ອງຈາກສູນສະຖິຕິແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າສະຖິຕິ ແລະ ເສດຖະກິດ ລຸກຊໍາບວກ ໄດ້ຕົກລົງເຫັນດີ ນໍາໃຊ້ບໍລິສັດທີ່ປືກສາເປັນຜູ້ຈັດຫາຊ່ຽວຊານ ແລະ ເປັນເຈົ້າການຊ່ວຍໃນການຄຸ້ມຄອງບໍລິຫານໂຄງການ ເຮັດໃຫ້ປະຢັດເວລາໃນການຈັດຫາຊ່ຽວຊານທີ່ມີຄວາມຊໍານານສະເພາະດ້ານເຂົ້າໃນການຈັດຕັ້ງປະຕິບັດແຕ່ລະກິດຈະກໍາຂອງໂຄງການ;
- ໄດ້ຮັບການຮ່ວມມື ແລະ ເປັນເຈົ້າການ ຈາກບັນດາກະຊວງອ້ອມຂ້າງ ໂດຍສະເພາະ ກະຊວງທີ່ກ່ຽວຂ້ອງເຊັ່ນ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອື່ນໆ. ນອກນັ້ນ ໂຄງການ ຍັງໄດ້ຮັບການຮ່ວມມຶຈາກສາກົນ ແລະ ພາກພື້ນ ເຊັ່ນ ອົງການທະນາຄານໂລກ, ອົງການສະຫະປະຊາຊາດດ້ານສະຖິຕິໃນຂົງເຂດອາຊີ ແລະ ປາຊີຟິກ ໃນການປະສານສົມທົບການຜະລິດສະຖິຕິທີ່ກ່ຽວຂ້ອງ;
2. ຂໍ້ຄົງຄ້າງ
- ໃນການຈັດຕັ້ງປະຕິບັດໂຄງການ ເນື່ອງຈາກເປັນການສ້າງສະຖິຕິໃໝ່, ພະນັກງານທີ່ມີຄວາມຮູ້ຄວາມສາ ມາດ ຕໍ່ຂົງເຂດດັ່ງກ່າວຍັງຈໍາກັດ, ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ຕ້ອງໄດ້ນໍາໃຊ້ເວລາສົມຄວນເພື່ອທັງເຮັດທັງຮຽນ. ພະນັກງານຈໍານວນນື່ງຍັງມີຂໍ້ຈໍາກັດດ້ານພາສາ ເຮັດໃຫ້ການປະສານງານ ແລະ ເຮັດວຽກກັບຊ່ຽວຊານໃນແຕ່ລະກິດຈະກໍາ ມີຄວາມຫຍຸ້ງຍາກ;
- ໂຄງການໄດ້ຈັດຕັ້ງປະຕິບັດ ໃນໄລຍະວາລະ ທີ່ສູນສະຖິຕິແຫ່ງຊາດ ຈັດຕັ້ງປະຕິບັດສອງການສໍາຫຼວດໃຫຍ່ ຄື: ການສໍາຫຼວດເສດຖະກິດທົ່ວປະເທດ ແລະ ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ ເຮັດໃຫ້ພະນັກງານທີ່ມີຈໍານວນຈໍາກັດ ຕ້ອງໄດ້ຈັດສັນເວລາເຂົ້າໃນວຽກງານດັ່ງກ່າວ ຈື່ງບໍ່ໄດ້ປະຕິບັດວຽກງານໂຄງການເຕັມ ເວລາ;
- ການເຂົ້າເຖິງຂໍ້ມູນ, ການເກັບກໍາຂໍ້ມູນ ຍັງມີຂໍ້ຈໍາກັດ ເນື່ອງຈາກເປັນຂົງເຂດໃຫມ່ ເຮັດໃຫ້ຕ້ອງເກັບກໍາສະຖິຕິໃຫມ່ ທີ່ລະອຽດກວ່າເກົ່າ ເຮັດໃຫ້ຫຼາຍພາກສ່ວນຍັງບໍ່ເຂົ້າໃຈ ຈື່ງເຮັດໃຫ້ການເກັບກໍາຂໍ້ມູນຍັງພົບກັບຄວາມຫຍຸ້ງຍາກ;
3. ບົດຮຽນຖອດຖອນໄດ້
- ເນື່ອງຈາກການໂຄງການນີ້ ຕິດພັກນກັບການສ້າງສະຖິຕິໃຫມ່ ດັ່ງນັ້ນໃນໄລຍະທໍາອີດຂອງໂຄງການ ຈື່ງເປັນການສຸມໃສ່ ການສ້າງເຄື່ອງມື, ຄູ່ມື, ແຜນງານ ແລະ ຝຶກອົບຮົມສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ເພື່ອກຽມພ້ອມຈະຈັດຕັ້ງປະຕິບັດໃນໄລຍະ 2;
- ໂຄງການນີ້ ແມ່ນການຊ່ວຍເຫຼືອທາງດ້ານວິຊາການ, ງົບປະມານເກືອບ 80% ແມ່ນການຈັດຫາຊ່ຽວຊານ. ດັ່ງນັ້ນ ຈື່ງມີຄວາມຈໍາເປັນທີ່ຕ້ອງມີທຶນສົມທົບມາສະໜັບສະໜູນວຽກງານ ປະຕິບັດໂຄງການໃນບາງຂົງ ເຂດ ແລະ ທ້ອງຖິ່ນ, ສະນັ້ນ ໃນ 5 ປີຕໍ່ໜ້າຈະໄດ້ນໍາສະເໜີທຶນສົມທົບຈໍານວນໜື່ງ ເພື່ອມາຈັດຕັ້ງປະຕິບັດໂຄງການໄລຍະ 2;
- ການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ອີງໃສ່ແຜນ ແລະ ງົບປະມານທີ່ມີ ຈື່ງໄດ້ສຸມໃສ່ສ້າງຄວາມອາດສາມາດໃນສູນສະຖິຕິແຫ່ງຊາດ. ໃນການຈັດຕັ້ງປະຕິບັດໄລຍະ 2 ຈໍາເປັນຕ້ອງໄດ້ຂະຫຍາຍກອບການສ້າງຄວາມອາດສາມາດ ເຂົ້າສູ່ລະບົບສາຍຕັ້ງ ແລະ ສາຍຂວາງໃຫ້ຫຼາຍຂື້ນ;
- ເນື່ອງຈາກໄລຍະທ້າຍຂອງໂຄງການໃນປີ 2020 ເປັນໄລຍະທີ່ປະສົບກັບພະຍາດໂລກລະບາດ ໂຄວິດ-19 ຈື່ງກະທົບໃຫ້ຫຼາຍກິດຈະກໍາໂຄງການບໍ່ສາມາດຈັດຕັ້ງປະຕິບັດໄດ້, ໂຄງການໄດ້ມີການປັບປຸງ ໂດຍນໍາໃຊ້ວິທີການແບບໃຫມ່ ຄືຫັນມານໍາໃຊ້ລະບົບການເຮັດວຽກອອນລາຍ, ການຈັດປະສຸມສໍາມະນາ ແລະ ຝຶກອົບຮົມ ທີ່ເປັນໄປໄດ້ ໄດ້ຫັນມານໍາໃຊ້ລະບົບອອນລາຍ. ໃນໄລຍະ 2 ຂອງໂຄງການ ກໍ່ໄດ້ຈັດສັນກິດຈະກໍາທີ່ເປັນໄປໄດ້ໃຫ້ມີການເຮັດວຽກຜ່ານລະບົບອອນລາຍ.
ຜ່ານການຈັດຕັ້ງປະຕິບັດ ໄລຍະ I, ໂຄງການແມ່ນມີຜົນໄດ້ຮັບຕາມຈຸດປະສົງຄາດໝາຍ ແລະ ຫັນໄດ້ວ່າ ລະບົບສະຖິຕິແຫ່ງຊາດ ໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ, ສູນສະຖິຕີແຫ່ງຊາດ ສາມາດຜະລິດ ສະຖິຕິ ແລະ ຕົວຊີ້ບອກ ຈໍານວນໜື່ງ ແຕ່ຍັງເຫັນວ່າການນໍາໃຊ້ຂໍ້ມູນດັ່ງກ່າວເຂົ້າມາຄົ້ນຄວ້າວິໄຈ ຍັງບໍ່ທັນເປັນລະບົບ ແລະ ຍຶນຍົງ, ບັນດາກະຊວງຂະແໜງການ ແລະ ແຂວງຍັງບໍ່ທັນສາມາດພັດທະນາລະບົບເກັບກໍາຂໍ້ມູນສະຖິຕິສິ່ງແວດລ້ອມ, ຂໍ້ມູນຍັງບໍ່ທັນຖືກລວມສູນເປັນລະບົບ. ພ້ອມດຽວກັນນີ້, ໃນໄລຍະ ປີ 2021- ຕົ້ນປີ 2022 ລະບົບສະຖິຕິແຫ່ງຊາດພວມດໍາເນີນການປັບປຸງກົງຈັກ ຈື່ງມີຄວາມຈໍາເປັນຕ້ອງສ້າງລະບົບການເກັບກໍາຂໍ້ມູນ, ສັງລວມຂໍ້ມູນ ແລະ ເຊື່ອມໂຍງຂໍ້ມູນຢ່າງເປັນລະບົບ ເພື່ອຫັນສູ່ການຜະລິດສະຖິຕິແບບທັນສະໄໝຕາມຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ, ຈື່ງຮຽກຮ້ອງໃຫ້ມີການສືບຕໍ່ໂຄງການໄລຍະ II ຂື້ນ.
ລັດຖະບານທັງສອງຝ່າຍໄດ້ເຫັນດີ ຮ່ວມເຊັນສັນຍາ ສືບຕໍ່ໂຄງການ LLPS Phase-II ປີ 2021-2026, ໂດຍທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຕາງໜ້າລັດຖະບານລາວ) ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ (ຕາງໜ້າລັດຖະບານລຸກຊໍາບວກ) ໄດຮ່ວມລົງນາມໃນວັນທີ 20 ກັນຍາ 2021. ໂຄງການຈະສືບຕໍ່ສະໜັບສະໜູນດ້ານວິຊາການ ໂດຍມອບໃຫ້ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ແລະ ສະຖາບັນຄົ້ນຄວ້າສະຖິຕິ ແລະ ເສດຖະກິດ (STATEC) ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດໂຄງການ.
- ຈຸດປະສົງຂອງໂຄງການ
ຈຸດປະສົງຕົ້ນຕໍຂອງໂຄງການ ແມ່ນເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ກໍ່ ຄືສູນສະຖິຕິແຫ່ງຊາດ ໃນການ ຜະລິດ ແລະ ເຜີຍແຜ່ສະຖິຕິທາງການທີ່ມີຄຸນນະພາບ ແລະ ໄປຕາມມາດຖານສາກົນ ເຊິ່ງການສະໜັບສະໜູນລົງເລິກປະກອບມີຂົງເຂດດັ່ງນີ້:
- ຈັດຕັ້ງປະຕິບັດ ແລະ ພັດທະນາລະບົບຂໍ້ມູນຂ່າວສານສະຖິຕິສິ່ງແວດລ້ອມ;
- ສ້າງຄວາມອາດສາມາດໃນການປຸງແຕ່ງຂໍ້ມູນ, ວິໄຈ, ຄົ້ນຄວ້າ ແລະ ເຜີຍແຜ່ ສະຖິຕິສັງຄົມ, ລາຍຮັບ ແລະ ຄວາມທຸກຍາກ;
- ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນລັດຖະບານກໍ່ຄື ສູນສະຖິຕິແຫ່ງຊາດ ແລະ ລະບົບສະຖິຕິແຫ່ງຊາດ, ປັບປຸງຍຸດທະສາດພັດທະນາຊັບພະຍາກອນມະນຸດ, ການຄຸ້ມຄອງບໍລິຫານອົງກອນ, ສ້າງຄວາມເຂັ້ມແຂງທາງດ້ານກົນໄກປະສານງານ, ຍົກລະດັບຄວາມໜ້າເຊື່ອຖື ແລະ ການຜະລິດສະຖິຕິ;
- ພັດທະນາສະຖິຕິເສດຖະກິດ ແລະ ສະຖິຕິທະບຽນທຸລະກິດ ໂດຍສະເພາະສະໜັບສະໜູນການສ້າງຄວາມອາດສາມາດໃນການພະຍາກອນເສດຖະກິດ;
- ສ້າງແຜນງານການແລກປ່ຽນທັກສະ ແລະ ຄວາມຮູ້ໂດຍຜ່ານການຝຶກອົບຮົມໄລຍະຍາວ ທີ່ STATEC, ປະເທດໃນຂົງເຂດອາຊຽນ ຕາມກອບ ອາຊຽນຊ່ວຍອາຊຽນ;
- ອົງປະກອບຂອງໂຄງການ
ອົງປະກອບຂອງໂຄງການໄລຍະ II ປະກອບມີທັງໝົ້ດ 6 ອົງປະກອບ (ເພີ່ມ 1 ອົງປະກອບ ທຽບກັບໄລຍະ I), ເຊິ່ງມີລາຍລະອຽດດັ່ງນີ້:
- ສະຖິຕິສິ່ງແວດລ້ອມ: ຈຸດປະສົງຂອງອົງປະກອບທີ່ໜື່ງ ແມ່ນເພື່ອພັດທະນາສະຖິຕິສິ່ງແວດລ້ອມໃນ ສປປລາວ ເຊິ່ງຈະສືບຕໍ່ຈາກໂຄງການໄລຍະ 1 ເພື່ອໃຫ້ສາມາດຜະລິດ ແລະ ເຜີຍແຜ່ສະຖິຕິດັ່ງກ່າວໃຫ້ເປັນລະບົບປົກະຕິ. ໂດຍຜ່ານການຈັດຕັ້ງປະຕິບັດ 4 ອົງປະກອບຍ່ອຍຄື: ການສ້າງນິຕິກໍາເພື່ອເປັນບ່ອນອີງໃຫ້ແກ່ການສ້າງລະບົບເກັບກໍາສັງລວມສະຖິຕິສີ່ງແວດລ້ອມ; ສ້າງເຄື່ອງມື, ຄູ່ມື, ລະບອບວິທີ ແລະ ຜະລິດສະຖິຕິ, ຕົວຊີ້ບອກ ແລະ ບັນຊີສິ່ງແວດລ້ອມ; ເຜີຍແຜ່ສະຖິຕິສີ່ງແວດລ້ອມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານພັດທະນາສະຖິຕິສີ່ງແວດລ້ອມ. ລວມທັງໝົດ 29 ກິດຈະກໍາ.
- ຄົ້ນຄວ້າ ແລະ ວິໄຈ ສະຖິຕິສັງຄົມ: ຈຸດປະສົງຕົ້ນຕໍຂອງອົງປະກອບນີ້ ແມ່ນເພື່ອສ້າງຄວາມອາດສາມາດໃນການປຸງແຕ່ງ, ວິໄຈ, ຄົ້ນຄວ້າ ແລະ ຂຽນບົດລາຍງານ ກ່ຽວກັບສະຖິຕິສັງຄົມ, ລາຍຮັບ ແລະ ຄວາມທຸກຍາກ. ໂດຍເປັນການຂະຫຍາຍກອບການຊ່ວຍເຫຼືອດ້ານວິຊາການ ສືບຕໍ່ຈາກໂຄງການໄລຍະ I (ເຊິ່ງມີ 2 ອົງປະກອບຍ່ອຍ) ແຕ່ໃນໄລຍະ II ແມ່ນໄດ້ຂະຫຍາຍເປັນ 4 ອົງປະກອບຍ່ອຍຄື: ພັດທະນາການສໍາຫຼວດຄົວເຮືອນ ແລະ ແຫຼ່ງຂໍ້ມູນສະຖິຕິສັງຄົມ; ພັດທະນາແລະສ້າງທັກສະໃນການວິໄຈ ແລະ ປຸງແຕ່ງຂໍ້ມູນຂັ້ນສູງ; ພັດທະນາການເຜີຍແຜ່ສໍານວນສໍາເນົາ, ການວິໄຈ ສະຖິຕິຄວາມທຸກຍາກ ແລະ ສະຖິຕິສັງຄົມ; ແລະ ສ້າງນັກຄົ້ນຄວ້າໄວໜຸ່ມ ໃນອົງກອນສະຖິຕິ. ລວມທັງໝົດ 18 ກິດຈະກໍາ.
- ສ້າງຄວາມເຂັ້ມແຂງໃຫ້ອົງກອນສະຖິຕິ: ອົງປະກອບນີ້ ແມ່ນແຜນງານທີ່ສໍາຄັນໃນການສະໜັບສະໜູນ ໃຫ້ຜູ້ບໍລິຫານສູງສຸດຂອງສູນສະຖິຕິແຫ່ງຊາດ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈີງ, ອົງປະກອບນີ້ແມ່ນຈະສືບຕໍ່ຈາກໂຄງການໄລຍະ I, ປະກອບມີ 3 ອົງປະກອບຍ່ອຍຄື: ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ບໍລິຫານອົງກອນສະຖິຕິແຫ່ງຊາດ; ພັດທະນາລະບົບສະຖິຕິແຫ່ງຊາດ ແລະ ສ້າງຄວາມເຊື່ອໝັນໃຫ້ແກ່ສະຖິຕິທາງການ; ພັດທະນາ ແລະ ຈັດຕັ້ງປະຕິບັດການຄຸ້ມຄອງຄຸນນະພາບສະຖິຕິ. ລວມທັງໝົດ 30 ກິດຈະກໍາ.
- ສະຖິຕິເສດຖະກິດ ແລະ ການພະຍາກອນ: ອົງປະກອບນີ້ ຖືເປັນອົງປະກອບໃໝ່ ເຊິ່ງບໍ່ຢູ່ໃນກອບການຮ່ວມມືໃນໄລຍະ I, ແຕ່ເນື່ອງຈາກເປັນຂົງເຂດທີ່ລັດຖະບານມີຄວາມຕ້ອງການສູງໂດຍສະເພາະ ການຄົ້ນຄວ້າວິໄຈ ແລະ ພະຍາກອນເສດຖະກິດ ແມ່ນມີຄວາມຕ້ອງການເພື່ອໃຫ້ສາມາດນໍາໃຊ້ເປັນບ່ອນອີງໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນແຕ່ລະໄລຍະ. ນອກນັ້ນສະຖິຕິທະບຽນທຸລະກິດ ກໍ່ເປັນສະຖິຕິເສດຖະກິດໜື່ງທີ່ ສູນສະຖິຕິແຫ່ງຊາດມີຄວາມຕ້ອງການພັດທະນາມາໃນໄລຍະນື່ງແຕ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດຜະ ລິດຢ່າງເປັນລະບົບ. ການສະໜັບສະໜູນຄັ້ງນີ້ ແມ່ນແບ່ງອອກເປັນ 2 ອົງປະກອບຍ່ອຍຄື: ສະຖິຕິທະບຽນທຸລະກິດ ແລະ ການພະຍາກອນເສດຖະກິດ. ລວມມີທັງໝົດ 12 ກິດຈະກໍາ.
- ແຜນງານການຝຶກອົບຮົມ ແລະ ແລກປ່ຽນທັກສະ: ອົງປະກອບນີ້ ແມ່ນການສືບຕໍ່ຈາກໂຄງການໄລຍະກ່ອນ ເຊິ່ງສາມາດປະຕິບັດໄດ້ຮັບຜົນສູງ ໂດຍສະເພາະ ໄດ້ສຳເລັດສົ່ງພະນັກງານສູນສະຖິຕິແຫ່ງຊາດ ໄປຝຶກງານ 3ເດືອນ ທີ່ ສະຖາບັນຄົ້ນຄວ້າສະຖິຕິ ແລະ ເສດຖະກິດ (STATEC) ທີ່ປະເທດລຸກຊໍາບວກ 2 ທ່ານ (ປີລະ 1 ທ່ານ). ນອກນັ້ນ, ຍັງການຢ້ຽມຢາມສຶກສາ ກ່ຽວກັບການບໍລິຫານ ແລະ ການແລກປ່ຽນດ້ານອື່ນໆ ໃນລະດັບຜູ້ບໍລິຫານ. ໃນໄລຍະ II ນີ້ ຈື່ງມີ 2 ອົງປະກອບຍ່ອຍຄື: ການຈັດຫາຊ່ຽວຊານຈາກ STATEC ມາຊ່ວຍເຫຼືອດ້ານວິຊາການໃນໄລຍະສັ້ນ ທີ່ສູນສະຖິຕິແຫ່ງຊາດໃນແຕ່ລະອົງປະກອບຂອງໂຄງການ; ການສົ່ງພະນັກງານສູນສະຖິຕິແຫ່ງຊາດໃນແຕ່ລະລະດັບໄປຝຶກງານ, ແລກປ່ຽນ, ທັດສະນະ ຢູ່ ປະເທດລຸກຊາບວກ ແລະ ປະເທດໃນຂົງເຂດອາຊຽນ ຕາມກອບອາຊຽນຊ່ວຍອາຊຽນ. ລວມທັງໝົດ 4 ກີດຈະກໍາ.
- ການຄຸ້ມຄອງບໍລິຫານໂຄງການ: ການບໍລິຫານໂຄງການ ແມ່ນກິດຈະກໍາຂອງຄະນະບໍລິຫານໂຄງການ ເຊິ່ງລວມມີການຮັບຮອງແຜນງານ, ການຈັດກອງປະຊຸມ, ການຮັບຮອງກີດຈະກໍາ ແລະ ບົດລາຍງານຂອງແຕ່ລະອົງປະກອບ, ການຂຽນບົດລາຍງານປະຈໍາງວດ, ປະຈໍາປີ, ຈັດກອງປະຊຸມຄະນະບໍລິຫານໂຄງການ ໃນແຕ່ລະໄລຍະ ແລະ ການສະຫຼູບການນໍາໃຊ້ງົບປະມານ. ເຊິ່ງໂຄງການໄລຍະ II ແມ່ນນໍາໃຊ້ກົນໄກດຽວກັບໄລຍະ I ຄື ໄດ້ວ່າຈ້າງບໍລິສັດທີ່ປືກສາໂກປາເວີນວາຍ ເປັນຜູ້ຊ່ວຍໃນການບໍລິຫານໂຄງການ.
- ການຈັດຕັ້ງປະຕິບັດໂຄງການ
ການຈັດຕັ້ງປະຕິບັດໂຄງການຄັ້ງນີ້ ແມ່ນ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ຕາງໜ້າຈາກລັດະບານຝ່າຍລາວ, ໂດຍອີງຕາມຂໍ້ຕົກລົງສະບັບເລກທີ 2095/ກຜທ, ລົງວັນທີ 22 ພະຈິກ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການຮ່ວມມືລາວ-ລຸກຊໍາບວກດ້ານສະຖິຕິໄລຍະ II ເຊິ່ງປະກອບມີ, ສູນສະຖິຕິແຫ່ງຊາດ, ກະຊວງ ຜທ; ກົມຮ່ວມມືສາກົນ, ກະຊວງຜທ; ກົມແຜນການ ແລະ ການຮ່ວມມື, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ; ກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່; ແລະ ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຄະນະຮັບຜິດຊອບໂຄງການ. ເບື້ອງສູນສະຖິຕິແຫ່ງຊາດ ແມ່ນໄດ້ມອບໃຫ້ ກົມສະຖິິຕິເສດຖະກິດ, ສຖຕ ເປັນຜູ້ຈັດຕັ້ງປະຕິບັດໂຄງການ. ນອກຈາກນັ້ນ, ການຈັດຕັ້ງປະຕິບັດ ໂຄງການແມ່ນຍັງມີບາງກະຊວງທີ່ເຂົ້າຄື: ກະຊວງໂຍທາທິການແລະຂົນສົ່ງ, ກະຊວງແຮງງານ, ການອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງອື່ນໆ
ສໍາລັບເບື້ອງລັດຖະບານລຸກຊໍາບວກ ແມ່ນໄດ້ມອບໃຫ້ ສະຖາບັນຄົ້ນຄວ້າສະຖິຕິ ແລະ ເສດຖະກິດ (STATEC) ເປັນຜູ້ຈັດຕັ້ງປະຕິບັດໂຄງການ ໂດຍໄດ້ເຫັນດີມອບໃຫ້ ບໍລິສັດທີ່ປືກສາໂກປາເວີນວາຍ ເປັນຜູ້ຊ່ວຍໃນການບໍລິຫານໂຄງການ ແລະ ໄດ້ແຕ່ງຕັ້ງຜູ້ຕາງໜ້າຈາກ STATEC ເປັນຜູ້ຮັບຜິດຊອບແຕ່ລະອົງປະກອບຂອງໂຄງ ການ.
- ການປະເມິນຜົນສໍາເລັດຂອງໂຄງການ
ສູນສະຖິຕິແຫ່ງຊາດ ເຈົ້າຂອງໂຄງການ ຈະເປັນເຈົ້າການສືບຕໍ່ຈັດຕັ້ງປະຕິບັດ ແລະ ພັດທະນາ, ສ້າງຄວາມອາດສາ ມາດ ທີ່ໄດ້ຮັບຈາກໂຄງການ ເພື່ອຂະຫຍາຍສູ່ລະບົບສະຖິຕິແຫ່ງຊາດ ກໍ່ຄືບັນດາກະຊວງຂະແໜງການ ແລະ ທ້ອງຖີ່ນ ເພື່ອແນ່ໃສ່ຜະລິດສະຖິຕິທາງການ ໃຫ້ມີຄຸນນະພາບ. ຄະນະບໍລິຫານໂຄງການຈະເປັນຜູ້ລາຍງານຄວາມຄືບໜ້າໃຫ້ແກ່ຄະນະສູນສະຖິຕິແຫ່ງຊາດ ຢ່າງເປັນປົກະຕິ ຕາມແຜນທີ່ວາງໄວ້.
ໂຄງການຈະຮັບປະກັນໃຫ້ ການຈັດຕັ້ງປະຕິບັດທຸກກິດຈະກໍາຂອງໂຄງການ ແມ່ນການສ້າງຄວາມອາດສາມາດ, ຖ່າຍທອດທັກສະ ແລະ ປະສົບການໃຫ້ແກ່ ພະນັກງານສູນສະຖິຕິແຫ່ງຊາດ, ກະຊວງຂະແໜງການທີ່ກ່ຽວຂອ້ງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍໃນຕໍ່ໜ້າ.
ແຜນງານຂອງໂຄງການ ແລະ ລາຍລະອຽດຕ່າງໆຂອງໂຄງການ ກະລຸນາເບິ່ງໃນບົດໂຄງການ
ໂຄງການ LLPS2, ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວໂທ: +856 21 214740; 242023, ແຟັກ: + 856 21 242022; 219129, ອີເມວ: lstats@lsb.gov.la, ເວັບໄຊ: www.lsb.gov.la